ຕິດຕາມສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ທົ່ວໂລກ


ໂລກລະບາດໂຄວິດ-19 ຫຼື ໄວຣັດໂຄໂຣນາ ເລີ່ມມີມາຕັ້ງແຕ່ ທ້າຍປີ 2019 ແລະ ຍັງສືບຕໍ່ແຜ່ລະບາດທົ່ວໂລກ ຊຶ່ງຮອດປະຈຸບັນ ເຮັດໃຫ້ມີການຕິດເຊື້ອທັງໝົດ 36 ລ້ານ ກໍລະນີ ໃນ 188 ປະເທດ ແລະ ມີຫຼາຍກວ່າ 1 ລ້ານ ຄົນທີ່ເສຍຊີວິດ.

ຂະນະນີ້ ຢູ່ຫຼາຍຂົງເຂດ ໄວຣັດຊະນິດນີ້ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ບາງປະເທດທີ່ເຄີຍສາມາດຢັບຢັ້ງການແຜ່ກະຈາຍຂອງເຊື້ອພະຍາດໄດ້ ກໍ່ກັບມາພົບກັບການຕິດເຊື້ອທີ່ເພີ່ມຂຶ້ນອີກຮອບໃໝ່.

ຮູບ: ຕົວເລກຂອງພະຍາດໂຄວິດໃນທົ່ວໂລກ. ສີແດງ ສະແດງເຖິງກໍລະນີເສບຊີວິດ ແລະ ສີຟ້າສະແດງເຖິງກໍລະນີທີ່ພົບເຊື້ອ.

ອີງຕາມໂຄງການຕິດຕາມເຊື້ອພະຍາດໂຄວິດ, ປະເທດອາເມລິກາມີອັດຕາການເສຍຊີວິດຈາກພະຍາດໂຄວິດ-19 ຫຼາຍທີ່ສຸດໃນໂລກ ຊຶ່ງມີ 210.000 ກໍລະນີ ແລະ ຍັງມີການຕິດເຊື້ອ 7.6 ລ້ານ ກໍລະນີ ຊຶ່ງລວມທັງ ປະທານນາທິບໍດີຂອງອາເມລິກາ, Donald Trump ທີ່ໄດ້ນອນໂຮງໝໍຫຼາຍຄືນ ຍ້ອນກວດພົບເຊື້ອພະຍາດໂຄວິດ-19 ໃນວັນທີ 1 ຕຸລາ ທີ່ຜ່ານມານີ້. ໂດຍລວມແລ້ວ ອັດຕາການຕາຍ ແລະ ການເຂົ້າຮັກສາພະຍາດຢູ່ໂຮງໝໍ ໃນລະດັບຊາດ ແມ່ນໄດ້ຫຼຸດລົງໃນຫຼາຍອາທິດທີ່ຜ່ານມາ ແຕ່ໃນບາງລັດຂອງອາເມລິກາ ເຊື້ອພະຍາດແມ່ນຍັງສືບຕໍ່ເພີ່ມຂຶ້ນຫຼາຍ ເຊັ່ນ ລັດວິນຄອນຊິນ ແລະ ລັດດາໂຄຕ້າໃຕ້ ແລະ ດາໂຄຕ້າເໜືອ. ເຊື້ອພະຍາດໂຄວິດໄດ້ສ້າງຄວາມເສຍຫາຍຮ້າຍແຮງຕໍ່ກັບເສດຖະກິດຂອງອາເມລິກາ ໂດຍເຮັດໃຫ້ອັດຕາ GDP ຫຼຸດລົງ 33% ໃນ 3 ເດືອນ ແຕ່ ເດືອນ ເມສາ ຫາ ເດືອນ ມິຖຸນາ.

ເນື່ອງຈາກໄວຣັດໂຄໂຣນາໄດ້ເພີ່ມຂຶ້ນໃນຊ່ວງຫຼາຍເດືອນທີ່ຜ່ານມາໃນບາງຂົງເຂດ ອົງການອະນາໄມໂລກ (World Health Organization – WHO) ໄດ້ກ່າວເຕືອນວ່າ ອັດຕາການເສຍຊີວິດຈາກພະຍາດລະບາດນີ້ອາດເກີດຂຶ້ນເຖິງ 2 ລ້ານ ກໍລະນີ ກ່ອນທີ່ວັກຊີນຈະສາມາດເອົາມານຳໃຊ້ໄດ້ຢ່າງທົ່ວເຖິງ.

ທ່ານ Michael Ryan, ຫົວໜ້າຝ່າຍເຫດການສຸກເສີນຂອງ WHO ໄດ້ບອກໃຫ້ຮູ້ວ່າ ປະມານ 1 ໃນ 10 ຄົນ ທົ່ວໂລກ ອາດມີເຊື້ອພະຍາດໂຄວິດ ແລະ ສ່ວນທີ່ເຫຼືອ ກໍຍັງມີຄວາມສ່ຽງທີ່ຈະຕິດເຊື້ອ.

ຮູບ: ກໍລະນີຂອງພະຍາດໂຄວິດສົມທຽບຕາມທະວີບ

ສຳລັບທະວີບອາຊີ ປະເທດອິນເດຍມີການເພີ່ມຂຶ້ນຂອງການຕິດເຊື້ອຫຼາຍທີ່ສຸດ ໂດຍມີການລາຍງານວ່າມີກໍລະນີທີ່ພົບເຊື້ອເກີນ 6,5 ລ້ານ ກໍລະນີ ພາໃຫ້ກາຍເປັນ ອັນດັບທີ່ສອງຂອງໂລກ ທີ່ມີການຕິດເຊື້ອຫຼາຍ ຮອງຈາກອາເມລິກາ. ເຖິງຢ່າງໃດກໍຕາມ ອິນເດຍມີອັດຕາການຕາຍຕ່ຳ ຖ້າທຽບໃສ່ຈຳນວນພົນລະເມືອງຂອງອິນເດຍ ແລະ ກໍມີທ່າທີວ່າ ຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດໄດ້ເລີ່ມຫຼຸດລົງແລ້ວ.

ໃນອາເມລິກາລາຕິນ, ການຕິດເຊື້ອຢູ່ປະເທດອາກຊັງຕີນໄດ້ເພີ່ມຂຶ້ນຢ່າງໄວວາ ແລະ ປັດຈຸບັນ ປະເທດອາກຊັງຕີນມີຜູ້ຕິດເຊື້ອ ເກີນ 800,000 ກໍລະນີແລ້ວ.

ໃນພາກຕາເວັນອອກກາງ, ການຕິດເຊື້ອຢູ່ປະເທດອີຣັກໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຕັ້ງແຕ່ເດືອນ ມິຖຸນາ ພາໃຫ້ມີຈຳນວນຜູ້ຕິດເຊື້ອຮອດ 500,000 ກໍລະນີ.

ໃນອາຊີ ການແຜ່ເຊື້ອໃນປະເທດອິນໂດເນເຊຍກໍ່ຍັງສືບຕໍ່ເພີ່ມຂຶ້ນ ໂດຍມີການລາຍງານວ່າມີ ຫຼາຍກວ່າ 11.000 ກໍລະນີ ເສຍຊີວິດ ຊຶ່ງເປັນຕົວເລກການຕາຍທີ່ສູງທີ່ສຸດໃນພາກພື້ນຕາເວັນອອກສຽງໃຕ້.

ສ່ວນໃນທະວີບອາຟຣິກາ ມີຈຳນວນ 1.5 ລ້ານ ກໍລະນີທີ່ຕິດເຊື້ອ ເຖິງວ່າຕົວເລກນີ້ຈະບໍ່ສາມາດສະທ້ອນຄວາມເປັນຈິງຂອງການແຜ່ລະບາດໄດ້ ເນື່ອງຈາກມີການກວດຫາເຊື້ອໜ້ອຍ. ປະເທດທີ່ໄດ້ຮັບຜົນກະທົບຫຼາຍສຸດແມ່ນ ປະເທດອາຟຣິກາໃຕ້ ໂດຍມີເກືອບ 700.000 ກໍລະນີ. ປະເທດມາຣົກ ແລະ ອີຢິບມີຜູ້ຕິດເຊື້ອຫຼາຍກວ່າ 100.000 ກໍລະນີ.

ນອກຈາກນີ້ ຫຼາຍປະເທດໃນຂົງເຂດເອີຣົບ ລວມທັງ ອັງກິດ, ຝຣັ່ງ ແລະ ແອັດສະປາຍ ກໍໄດ້ບັນທຶກກໍລະນີຜູ້ຕິດເຊື້ອ ມື້ຕໍ່ມື້ ຢ່າງເປັນປົກກະຕິ ໃນຊ່ວງຫຼັງມານີ້ ແລະ ເຢຍລະມັນກໍໄດ້ມີອັດຕາການເພີ່ມຂຶ້ນຂອງຜູ້ຕິດເຊື້ອ ຕໍ່ມື້ ຫຼາຍທີ່ສຸດ ນັບແຕ່ເດືອນເມສາເປັນຕົ້ນມາ.

ຮູບ: ກໍລະນີຜູ້ຕິດເຊື້ອພະຍາດໂຄວິດໃນບັນດາປະເທດເອີຣົບໃນຊ່ວງອາທິດທີ່ຜ່ານມາ ໂດຍລວມມີ 100.000 ກໍລະນີ ຕໍ່ອາທິດ

ຫຼາຍປະເທດໃນເອີຣົບໄດ້ປະກາດນຳໃຊ້ມາດຕະການປິດເມືອງຄືນໃໝ່ ແລະ ມາດຕະການກັກກັນອື່ນ ໃນບັນດາເມືອງທີ່ມີກໍລະນີຕິດເຊື້ອຫຼາຍ ແລະ ພົນລະເມືອງຕ້ອງໃສ່ໜ້າກາກເພື່ອປິດໜ້າ ແລະ ປະຕິບັດລະບຽບການຮັກສາໄລຍະຫ່າງລະຫວ່າງກັນ. ລ່າສຸດ ລັດຖະບານແອັດສະປາຍໄດ້ອອກຄຳສັ່ງປະກາດສະພາວະສຸກເສີນ 15 ມື້ ແນໃສ່ຫຼຸດຜ່ອນອັດຕາການຕິດເຊື້ອ ຫຼັງຈາກທີ່ສານໄດ້ບອກໃຫ້ຢຸດໃຊ້ມາດຕະການປິດເມືອງໃນອາທິດຜ່ານມາ. ການກັບມາມີການຕິດເຊື້ອທີ່ເພີ່ມຂຶ້ນ ຫຼັງຈາກໄດ້ຫຼຸດຜ່ອນມາດຕະການຕໍ່ພະຍາດໂຄວິດ-19 ບໍ່ໄດ້ມີແຕ່ຢູ່ໃນເອີຣົບ. ປະເທດອື່ນກໍ່ໄດ້ພົບກັບບັນຫາດຽວກັນ ເຊັ່ນ ເປຣູ, ການາດາ ແລະ ລັດເຊຍ.

ເປັນຫຍັງເຊື້ອພະຍາດຈຶ່ງແຜ່ກະຈາຍ? ເຊື້ອໄວຣັດໂຄວິດ ທີ່ພາໃຫ້ມີການຕິດເຊື້ອໃນລະບົບທາງເດີນຫາຍໃຈ ຖືກຄົ້ນພົບຄັ້ງທຳອິດຢູ່ທີ່ເມືອງ ວູຮານ, ປະເທດຈີນ ໃນທ້າຍປີ 2019. ໃນຊ່ວງຕົ້ນປີ 2020 ໄດ້ມີການແຜ່ລະບາດຢ່າງໄວວາໃນທົ່ວໂລກ ແລະ ອົງການອະນາໄມໂລກໄດ້ປະກາດໃຫ້ເປັນໂລກລະບາດ ໃນວັນທີ 11 ມີນາ. ໂລກລະບາດແມ່ນການທີ່ເຊື້ອພະຍາດຕິດຈາກຄົນສູ່ຄົນໄດ້ຢ່າງໄວວາ ໃນຫຼາຍຂົງເຂດທົ່ວໂລກ ໃນໄລຍະເວລາດຽວກັນ.

ລັດຖະບານຫຼາຍປະເທດໄດ້ຖືກບັງຄັບໃຫ້ການເຄື່ອນໄຫວ ແລະ ຕ້ອງສັ່ງປິດຫົວໜ່ວຍທຸລະກິດ ແລະ ສະຖານທີ່ສາທາລະນູປະໂພກ ເພື່ອຢັບຢັ້ງການແຜ່ລະບາດຂອງເຊື້ອພະຍາດ ຊຶ່ງພາໃຫ້ມີຜົນກະທົບຕໍ່ກັບເສດຖະກິດຂອງປະເທດ ກໍຄື ເສດຖະກິດຂອງໂລກ. ອີງຕາມການລາຍງານຂອງອົງການ Economic Cooperation and Development (OECD), ຄວາມເສຍຫາຍຕໍ່ກັບເສດຖະກິດມີຫຼາຍກວ່າ 4 ເທົ່າ ຂອງຄວາມເສຍຫາຍທີ່ເຄີຍໄດ້ພົບ ໃນຊ່ວງວິກິດການທາງດ້ານການເງິນໂລກ ປີ 2009.

ພ້ອມດຽວກັນນີ້ ອົງການສະຫະປະຊາຊາດໄດ້ກ່າວວ່າ ໃນຊ່ວງທ້າຍປີ ຈະມີ ປະມານ 265 ລ້ານຄົນ ປະສົບກັບໄພອຶດຫິວ ເນື່ອງມາຈາກຜົນກະທົບຂອງພະຍາດໂຄວິດ-19.

ສຳລັບປະເທດລາວເຮົາ ຮອດປັດຈຸບັນ ມີການຕິດເຊື້ອທັງໝົດ 23 ກໍລະນີ (ປິ່ນປົວເຊົແລ້ວ 22 ກໍລະນີ) ແລະ ມີບໍ່ການເສຍຊີວິດ ຍ້ອນພະຍາດໂຄວິດ.

ແຫຼ່ງຂ່າວ: https://www.bbc.com/news/world-51235105 & https://www.worldometers.info/coronavirus/country/laos/