ປະເທດສິງກະໂປນຳສະເໜີ ໂຄງການ “ລ່ອງເຮືອແບບບໍ່ມີປາຍທາງ” ເພື່ອຕອບສະໜອງຄວາມຕ້ອງການຂອງຄົນພາຍໃນປະເທດທີ່ໂຫຍຫາການທ່ອງທ່ຽວ


ໂຄງການ ຖ້ຽວບິນແບບບໍ່ມີປາຍທາງ (flights to nowhere) ແລະ ລ່ອງເຮືອແບບບໍ່ມີປາຍທາງ (cruises to nowhere) ອາດແມ່ນບາດກ້າວທີ່ຍິ່ງໃຫຍ່ ໃນຕໍ່ໜ້າ ສຳລັບການທ່ອງທ່ຽວທີ່ປອດໄພໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19.

ປະເທດສິງກະໂປໄດ້ປະກາດວ່າ ໃນເດືອນ ພະຈິກ 2020 ຈະເປີດໂຕໂຄງການລ່ອງເຮືອເພື່ອການພັກຜ່ອນຢ່ອນໃຈ ແບບທີ່ບໍ່ຕ້ອງໄປແວ່ທ່າເຮືອໃດເລີຍ.

ຄະນະກຳມະການດ້ານການທ່ອງທ່ຽວແຫ່ງຊາດ (The city-state’s national tourism board) ໄດ້ຮ່ວມມືກັບບໍລິສັດລ່ອງເຮືອ ເພື່ອທົດລອງເສັ້ນທາງລິເລີ່ມ ໂດຍໄດ້ເລືອກເອົາ Genting Cruise Lines’ World Dream ແລະ Royal Caribbean International Quantum of the Seas ເປັນເຮືອ ສອງ ລຳທຳອິດທີ່ຈະອອກເດີນທາງ ຊຶ່ງແນ່ນອນວ່າ ການລ່ອງເຮືອລັກສະນະນີ້ຈະໃຫ້ປະສົບການທີ່ແຕກຕ່າງໃນການທ່ອງທ່ຽວທາງທະເລຂອງທ່ານ ເພາະບໍ່ຈຳເປັນຕ້ອງໄດ້ລົງຈອດຢູ່ທ່າເຮືອ.

ເພື່ອຮັບປະກັນດ້ານສຸຂານາໄມ, ເຮືອຈະອອກຈາກທ່າດຽວ ແລະ ກັບມາຈອດຢູ່ທ່າເກົ່າທີ່ອອກ ໂດຍບໍ່ໄປແວ່ ຫຼື ຈອດຢູ່ທ່າເຮືອອື່ນ. ເຮືອຈະຖືກໃຊ້ງານບໍ່ເກີນ 50% ຂອງບໍລິມາດທີ່ສາມາດບັນຈຸ ແລະ ຈະຮັບແຕ່ພົນລະເມືອງປະເທດສິງກະໂປ ເທົ່ານັ້ນ.

ໂຄງການທົດລອງລ່ອງເຮືອນີ້ ຖືເປັນໂອກາດໜຶ່ງທີ່ລ້ຳຄ່າ ສຳລັບຜູ້ດຳເນີນທຸລະກິດກ່ຽວກັບການເດີນເຮືອ ທີ່ຈະສາມາດປະດິດສ້າງປະສົບການໃໝ່ໃຫ້ແກ່ການລ່ອງເຮືອ ທັງນີ້ກໍເພື່ອເອີ້ນຄວາມເຊື່ອໃຈຈາກຜູ້ໂດຍສານກັບຄືນມາ, ກ່າວໂດຍ ທ່ານຫົວໜ້າ Keith Tan, CEO ຂອງ Singapore Tourism Boards.

ມາດຕະການສຳລັບການລ່ອງເຮືອແບບໃໝ່ນີ້ ປະກອບດ້ວຍ ການຫຼຸດຈຳນວນຜູ້ໂດຍສານລົງ, ການເດີນເຮືອແບບບໍ່ອອກນອກເສັ້ນາທງທີ່ຕັ້ງໄວ້ ແລະ ການປະຕິບັດຕາມຄຳແນະນຳດ້ານສຸຂານາໄມຢ່າງເຂັ້ມງວດ. ກ່ອນຈະຂຶ້ນເຮືອ ຜູ້ໂດຍສານຕ້ອງສະແດງຜົນການກວດພະຍາດໂຄວິດ-19 ທີ່ເປັນລົບ (ຢັ້ງຢືນວ່າບໍ່ມີເຊື້ອພະຍາດໂຄວິດ). ນອກນີ້ ກໍ່ຈະມີການນຳເອົາອາກາດສົດເຂົ້າໄປໝູນວຽນພາຍໃນຕົວເຮືອ ແລະ ຜູ້ເດີນທາງພາຍໃນເຮືອ ຕ້ອງໃສ່ໜ້າກາກ ໃນເວລາອອກຈາກຫ້ອງຂອງຕົນ.

ຄຳແນະນຳທີ່ຕ້ອງປະຕິບັດຢ່າງເຂັ້ມງວດ: ບັນດາຄຳແນະນຳທີ່ໄດ້ກ່າວມາຂ່້າງເທິງນັ້ນ ບໍ່ພຽງແຕ່ໃຊ້ສຳລັບຜູ້ໂດຍສານເທົ່ານັ້ນ  ບຸກຄົນອື່ນທີ່ເຮັດວຽກຢູ່ເທິງເຮືອກໍຕ້ອງປະຕິບັດເຊັ່ນດຽວກັນ. ລູກເຮືອທຸກຄົນ ເວລາເດີນທາງກັບຮອດປະເທດສິງກະໂປ ຕ້ອງໄດ້ກັກໂຕ 14 ມື້ ແລະ ກວດຫາເຊື້ອພະຍາດໂຄວິດ-19.

ເຮືອທີ່ຈະລ່ອງໄປແບບບໍ່ມີປາຍທາງ ລຳທຳອິດຂອງ World Dream ຈະເລີ່ມໃຫ້ບໍລິການ ໃນວັນທີ 6 ພະຈິກ ແລະ ເຮືອ Quantum of the Seas ຈະເດີນທາງ ໃນເດືອນ ທັນວາ. ສຳລັບລາຄາເຄື່ອງອຳນວຍຄວາມສະດວກເທິງເຮືອທັງ ສອງ ລຳ ຍັງບໍ່ໄດ້ມີການເປີດເຜີຍເທື່ອ.

ເຖິງຢ່າງໃດກໍດີ ມີການຄາດການວ່າ ສຳລັບ ຖ້ຽວບິນແບບບໍ່ມີປາຍທາງ ຫາກວ່າມີປະເທດໃດໜຶ່ງ ນຳສະເໜີໂຄງການນີ້ ພວກເຂົາຈະສາມາດຂາຍປີ້ໄດ້ໝົດຢ່າງໄວວາ ເຊັ່ນ ຖ້ຽວບິນ 7 ຊົ່ວໂມງ ແບບບໍ່ມີປາຍທາງ ຂອງ Qantas (Qantas’s seven-hour destinationless flights) ສາມາດຂາຍປີ້ໝົດໄດ້ ໂດຍໃຊ້ເວລາພຽງ 10 ນາທີ; ແລະ ມັນກໍສາມາດເຫັນໄດ້ຢ່າງຊັດເຈນວ່າ ນັກທ່ອງທ່ຽວທັງຫຼາຍ ຕ່າງຕ້ອງການກະທຳກິດຈະກຳໃດໜຶ່ງ ເພື່ອໃຫ້ເຂົາບໍ່ຮູ້ສຶກຫວ່າງເກີນໄປ ໃນສະພາບການທີ່ຊາຍແດນລະຫວ່າງປະເທດຍັງບໍ່ເປີດ ແລະ ຍົນກໍຍັງບໍ່ສາມາດອອກນອກປະເທດໄດ້ ຕົວຢ່າງ ສາຍການບິນສິງກະໂປ ກໍ່ກຳລັງຈັດ ໂຄງການ pop-up restaurant ຢູ່ເທິງຍົນທີ່ຈອດປະໄວ້ຢູ່ສະໜາມບິນ Changi.

ທີ່ມາ: 7news.com.au

https://7news.com.au/news/travel/singapore-introduces-cruises-to-nowhere-for-travel-starved-locals-c-1374219