ເປັນຫຍັງທັດສະນະຄະຕິ ຈຶ່ງສຳຄັນກວ່າຄວາມສະຫຼາດ


Carol Dweck ເປັນນັກຈິດຕະວິທະຍາທີ່ໄດ້ອຸທິດຊີວິດວຽກງານຂອງລາວ ເພື່ອສຶກສາດ້ານທັດສະນະຄະຕິ ແລະ ສັກກະຍະພາບ ເຊິ່ງຜົນງານການວິໄຈຫຼ້າສຸດຂອງລາວນັ້ນສະແດງໃຫ້ເຫັນວ່າ “ທັດສະນະຄະຕິສາມາດບົ່ງບອກຄວາມສຳເລັດໄດ້ຫຼາຍກວ່າລະດັບໄອຄິວ” ລາວພົບວ່າ ທັດສະນະຄະຕິທີ່ເປັນແກນຫຼັກຂອງຄົນເຮົານັ້ນແບ່ງອອກເປັນ 2 ປະເພດຄື: ກອບຄວາມຄຶດແບບຈຳກັດ (Fix Mindset) ແລະ ກອບຄວາມຄຶດທີ່ເຕີບໂຕ (Growth Mindset).

ຄົນທີ່ມີກອບຄວາມຄຶດແບບຈຳກັດ ຈະເປັນຄົນທີ່ຍຶດໝັ້ນໃນຄວາມຄຶດຂອງຕົນເອງ ແລະ ບໍ່ຍອມປ່ຽນແປງຕົນເອງເພື່ອສິ່ງໃດໆ ເຊິ່ງການທີ່ມີວິທີຄຶດແບບນີ້ເອງ ອາດຈະເປັນບັນຫາໄດ້ເວລາທີ່ພົບພໍ້ກັບສິ່ງທີ່ຕົວເອງບໍ່ສາມາດຮັບມືໄດ້ ແລະ ມັນຈະເຮັດໃຫ້ຮູ້ສຶກສິ້ນຫວັງ ແລະ ຍອມທໍ້ຖອຍໄດ້.

ສ່ວນຄົນທີ່ມີກອບຄວາມຄຶດທີ່ເຕີບໂຕ ຈະເປັນຄົນທີ່ມັກເຊື່ອວ່າຄົນເຮົານັ້ນສາມາດພັດທະນາາຕົນເອງໄດ້ສະເໝີ ຕາບໃດທີ່ເຮົາຍັງມີຄວາມພະຍາຍາມຢູ່ ແລະ ວິທີນີ້ອາດຈະເຮັດໃຫ້ເກີດມີຄວາມກ້າວໜ້າຫຼາຍກວ່າຄົນທີ່ມີຄວາມຄຶດແບບຕາຍໂຕ ເຖິງວ່າໄອຄິວຈະບໍ່ໄດ້ສູງກໍຕາມ ເພາະຄົນປະເພດນີ້ຈະມັກສິ່ງທີ່ທ້າທາຍ ແລະ ເບິ່ງວ່າສິ່ງຕ່າງໆທີ່ເຂົ້າມາເປັນໂອກາດໃນການຮຽນຮູ້ສິ່ງໃໝ່ໆ.

ໂດຍທົ່ວໄປແລ້ວຄົນທີ່ມີຄວາມສາມາດ ຫຼື ເປັນຄົນສະຫຼາດຈະເຮັດໃຫ້ມີຄວາມໝັ້ນໃຈຫຼາຍກວ່າຄົນອື່ນ ເຊິ່ງເປັນຄວາມຈິງສະເພາະເວລາທີ່ພໍ້ເລື່ອງງ່າຍໆເທົ່ານັ້ນ ແຕ່ປັດໄຈທີ່ສຳຄັນກວ່ານັ້ນແມ່ນການຈັດການກັບຄວາມຜິດພາດ ແລະ ການພົບພໍ້ກັບອຸປະສັກຕ່າງໆທີ່ຍາກແລະຫນັກຫນາ ຄົນທີ່ມີກອບຄວາມຄຶດແບບເຕີບໂຕຈະພ້ອມອ້າແຂນຮັບອຸປະສັກຕ່າງ.

Dweck ກ່າວວ່າຄວາມສຳເລັດໃນຊີວິດ ແມ່ນເລື່ອງຂອງການຮັບມືກັບຄວາມຫລົ້ມເຫຼວໃນຊີວິດເຮົານີ້ລະ ໂດຍລາວໄດ້ອະທິບາຍວິທີຄຶດຂອງຄົນທີ່ຄວາມຄຶດແບບເຕີບໂຕໄວ້ວ່າ “ຄວາມຫລົ້ມເຫຼວເປັນພຽງຂໍ້ມູນອັນໜຶ່ງ ເຮົາຕິດປ້າຍເອົາໄວ້ວ່າມັນເປັນຄວາມຫລົ້ມເຫຼວ ເຊິ່ງມັນເຮັດໃຫ້ເຮົາຮູ້ວ່າ ຖ້າວິທີນີ້ບໍ່ໄດ້ຜົນ ເຮົາກໍລອງອີກວິທີໃໝ່ເບິ່ງ” ບໍ່ວ່າເຮົາຈະເປັນຄົນປະເພດໃດກໍຕາມ ເຮົາສາມາດປ່ຽນແປງ ແລະ ພັດທະນາຄວາມຄຶດແບບເຕີບໂຕໄດ້ທັງນັ້ນ ແລະ ເຮົາມີວິທີທີ່ຈະຊ່ວຍປັບມຸມມອງທ່ານໃຫ້ມີຄວາມຄຶດທີ່ດີຂຶ້ນດ້ວຍວິທີດັ່ງຕໍ່ໄປນີ້:

ຢ່າຈົມຢູ່ກັບຄວາມຮູ້ສຶກວ່າຕົນເອງໄຮ້ຄ່າ

ໃຜໆກໍເຄີຍມີຊ່ວງເວລາທີ່ຮູ້ສຶກວ່າຕົນເອງໄຮ້ຄ່າທັງນັ້ນ ເຊິ່ງບົດທົດສອບຂອງທ່ານແມ່ນ ທ່ານຈະມີປະຕິກິລິຍາຕອບກັບຄວາມຮູ້ສຶກແບບນີ້ແນວໃດ? ທ່ານຈະເລືອກຮຽນຮູ້ເປັນບົດຮຽນ ແລະ ກ້າວຕໍ່ໄປ ຫຼືື ຈະປ່ອຍໃຫ້ຕົນເອງຈົມລົງໄປເລື້ອຍໆ ມີຫຼາຍຄົນທີ່ປະສົບຜົນສຳເລັດ ບໍ່ສາມາດມາເຖິງຈຸດນີ້ໄດ້ ຖ້າຫາກພວດເຂົາບໍ່ເຄີຍຍອມໃຫ້ກັບຄວາມຮູ້ສຶກທໍ້ຖອຍມາກ່ອນ ຍົກຕົວຢ່າງບຸກຄົນເຫຼົ່ານີ້.

ວໍລ ດິສນີ ທີ່ເຄີຍຖືກໄລ່ອອກຈາກບໍລິສັດ Kansas City Star ເພາະບໍ່ມີຄວາມຄຶດສ້າງສັນ ແລະ ໄອຄິວ ຕໍ່ມາລາວກໍ່ຕັ້ງບໍລິສັດໂຕເອງ ແລະກາຍເປັນບໍລິສັດຜະລິດສື່ບັນເທີງ ໂດຍສະເພາະກາຕູນແລະຮູບເງົາ ທີ່ໃຫຍ່ອັນດັບຕົ້ນໆຂອງໂລກ

ໂອປຣາ ວິນຟຣີ ກໍເຄີຍຖືກໄລ່ອອກຈາກການເປັນຜູ້ປະກາດຂ່າວ ຂອງບໍລິວັດ ບອລຕິມໍ ເພາະວ່າລາວອ່ອນໄຫວກັບເລື່ອງສ່ວນຕົວເກີນໄປ ຕໍ່ມາລາວກາຍເປັນພິທີກອນທີ່ມີຊື່ສຽງລະດັບຕົ້ນໆຂອງປະເທດ

ເຮນຣີ ຟອດ ເຄີຍລົ້ມເຫຼວຈາການສ້າງບໍລິສັດມາແລ້ວ 2 ຄັ້ງ ກ່ອນຈະປະສົບຜົນສຳເລັດຈາກບໍລິສັດ Ford ທີ່ສາມາດປະຕິວັດອຸດສະຫະກຳຜະລິດລົດໃຫຍ່ ໃຫ້ເປັນແບບສາຍການຜະລິດ ເຊິ່ງເປັນໂມເດລໃຫ້ບໍລິສັດອື່ນໆເຮັດຕາມໃນເວລາຕໍ່ມາ

ສະຕີເວັນ ສະປິລເບີກ ເຄີຍຖືກປະຕິເສດຈາກ USC’s Cinematic Art School ມາຫຼາຍຄັ້ງເຊັ່ນກັນ ຕໍ່ມາລາວພິສູດໂຕເອງໂດຍການກາຍເປັນນຶ່ງໃນ ຜູ່ກຳກັບຮູບເງົາແຖວຫນ້າຂອງຮໍລີວູດ

ລອງຈິນຕະນາການວ່າພວກເຂົາເຫຼົ່ານີ້ ມີຄວາມຄຶດແບບຈຳກັດ ກໍອາດຈະຍອມ ແລະ ເຊົາເຮັດໄປແລ້ວ ຄົນທີ່ມີຄວາມຄຶດແບບເຕີບໂຕຈະຮູ້ສຶກບໍ່ໄຮ້ຄ່າ ເພາະຮູ້ວ່າ ການທີ່ຈະປະສົບຄວາມສຳເລັດໄດ້ ທ່ານຕ້ອງເຕັມໃຈທີ່ຈະຫລົ້ມເຫຼວ ແລະ ລຸກຂຶ້ນໃໝ່ໄດ້ອີກຄັ້ງ.

ຄວາມເອົາໃຈໃສ່ ແລະ ຫຼົງໄຫຼໃນສິ່ງທີ່ເຮັດ

ແນ່ນອນວ່າ ໃນໂລກນີ້ມີຄົນທີ່ມີພອນສະຫວັນ ແລະ ເກັ່ງຫຼາຍກວ່າເຮົາສະເໝີ ແຕ່ເຮົາບໍ່ສາມາດເອົາຄວາມເອົາໃຈໃສ່ ແລະ ຫຼົງໄຫຼໃນສິ່ງທີ່ເຮົາມັກມາທົດແທນພອນສະຫວັນທີ່ຂາດຫາຍໄປໄດ້ ນັ້ນເປັນສິ່ງທີ່ຜັກດັນໃຫ້ຄົນເຮົາບໍ່ຢຸດພັດທະນາຕົນເອງ ວໍເຣນ ບັບເຟດ ລາວແນະນຳວ່າໃຫ້ຫາສິ່ງທີ່ມັກ ແລະ ຫຼົງໄຫຼແທ້ໆ ດ້ວຍວິທີທີ່ເອີ້ນວ່າ 5/25 ໂດຍໃຫ້ຂຽນສິ່ງທີ່ສົນໃຈຫຼາຍທີ່ສູດ 25 ຢ່າງ ແລ້ວຕັດອອກ 20 ຂໍ້ 5 ຂໍ້ທີ່ເຫຼືອນັ້ນລະ ຈະແມ່ນສິ່ງທີ່ມັກເຮົາມັກທີ່ສຸດແທ້ໆ.

ລົງມືເຮັດ   

ຄົນທີ່ມີກອບຄວາມຄຶດແບບເຕີບໂຕ ບໍ່ໄດ້ເອົາຊະນະຄວາມຢ້ານໄດ້ຍ້ອນພວກເຂົາກ້າຫານກວ່າຄົນອື່ນ ແຕ່ເປັນຍ້ອນວ່າພວກເຂົາຮູ້ວ່າ ຄວາມຢ້ານເປັນອາລົມທີ່ເຮັດໃຫ້ໝົດກຳລັງໃຈ ເຊິ່ງທາງອອກທີ່ດີທີ່ສຸດແມ່ນການລົງມືເຮັດຢ່າງຈິງຈັງ ມັນຈະປ່ຽນຄວາມກັງວົນຕໍ່ຄວາມຫລົ້ມເຫຼວເປັນພະລັງທາງບວກໄດ້.

ກ້າວໄປໃຫ້ໄກກວ່າຈຸດທີ່ເຄີຍກ້າວມາ

ຄົນທີ່ເຕັມໄປດ້ວຍກຳລັງໃຈ ຈະບໍ່ລັງເລທີ່ຈະເອົາໃຈໃສ່ໃນສິ່ງທີ່ເຮັດ ພວກເຂົາຈະຜັກດັນຕົນເອງໃຫ້ໄປໄກກວ່າຈຸດເກົ່າສະເໝີ. ມີເລື່ອງເລົ່າເລື່ອງໜຶ່ງຂອງ ບຣູສ ລີ ກ່າວໄວ້ວ່າ “ແລ່ນຕໍ່ອີກຈັກ 2 ໄມລ໌ເທາະ!” ດ້ວຍຄວາມອິດເມື່ອຍ ລູກສິດຂອງລາວຈຶ່ງເວົ້າວ່າ ຖ້າແລ່ນຕໍ່ອີກຂ້ອຍຕ້ອງຕາຍແທ້ໆ ບຣູສ ລີ ກໍເລີຍຕອບວ່າ “ຊັ້ນກໍແລ່ນຕໍ່ແມ້!” ເມື່ອແລ່ນຄົບ 5 ໄມລ໌ ລູກສິດຂອງລາວທັງເມື່ອຍ ແລະ ໃຈຮ້າຍ ບຣູສ ລີ ຈຶ່ງອະທິບາຍໃຫ້ລູກສິດຟັງວ່າ “ຕໍ່ໃຫ້ເຈົ້າບໍ່ແລ່ນຕໍ່ອີກ 2 ໄມລ໌ ເຈົ້າກໍອາດຈະຕ້ອງຕາຍຢູ່ດີ ຖ້າເອົາແຕ່ສ້າງຂີດຈຳກັດໃຫ້ຕົວເອງ ບໍ່ວ່າຈະເລື່ອງໃດ ເຈົ້າກໍຈະມີຂີດຈຳກັດໃຫ້ຕົວເອງຢູ່ເຕັມໄປໝົດ ຂີດຈຳກັດທີ່ແທ້ຈິງມັນບໍ່ມີດອກ ມີແຕ່ອຸປະສັກທີ່ຈະຕ້ອງກ້າວຂ້າມມັນໄປໃຫ້ໄດ້ ເຖິງແມ່ນວ່າມັນຈະຂ້າເຈົ້າກໍຕາມ ເພາະຄົນເຮົາມັນຕ້ອງມີການພັດທະນາຕົນເອງຢູ່ສະເໝີ ຖ້າເຈົ້າບໍ່ພັດທະນາຕົນເອງຂຶ້ນມື້ລະໜ້ອຍ ອາດຈະກາຍເປັນວ່າເຈົ້າເອງກໍຖອຍຫລັງລົງເລື້ອຍໆແທນ ແລະ ເຈົ້າເອງກໍບໍ່ຢາກເປັນແບບນັ້ນ ແມ່ນບໍ່ລະ?”

ຄາດຫວັງຜົນທີ່ໄດ້ຮັບ

ຄົນທີ່ມີກອບຄວາມຄຶດແບບເຕີບໂຕມັກຈະຮູ້ວ່າ ພວກເຂົາຈະຕ້ອງຫລົ້ມເຫຼວຢູ່ເລື້ອຍໆ ແຕ່ພວກເຂົາບໍ່ເຄີຍຢຸດຄາດຫວັງ ເຖິງແມ່ນວ່າຈະຮູ້ແບບນັ້ນກໍຕາມ ການຕັ້ງຄວາມຫວັງກັບຜົນທີ່ໄດ້ຮັບເປັນຕົວກະຕຸ້ນໃຫ້ເຈົ້າໄດ້ກ້າວຕໍ່ໄປ ລອງຄຶດເບິ່ງວ່າ ຖ້າຫາກເຮົາບໍ່ຕັ້ງຄວາມຫວັງວ່າ ຕົວເອງຈະປະສົບຜົນສຳເລັດ ເຮົາກໍຄົງຈະບໍ່ພະຍາຍາມມາຮອດຈຸດນີ້ດອກ ແມ່ນບໍ່?

ປັບຕົວກັບບັນຫາທີ່ໄດ້ພົບ

ບໍ່ມີໃຜທີ່ບໍ່ຕ້ອງພົບເຈີກັບຄວາມຍາກລຳບາກ ຜູ້ຄົນທີ່ມີກອບຄວາມຄຶດແບບເຕີບໂຕ ຈະໃຊ້ຄວາມຍາກລຳບາກໃນການພັດທະນາຕົນເອງ ບໍ່ແມ່ນໃຊ້ເພື່ອໃຫ້ຕົນເອງຖົດຖອຍ ເມື່ອຖືກທ້າທາຍດ້ວຍເຫດການທີ່ບໍ່ຄາດຄຶດ ພວກເຂົາຈະປັບຕົວໃຫ້ເຂົ້າກັບມັນຈົນກວ່າຈະຜ່ານພົ້ນມັນໄປໄດ້.

ຢ່າຈົ່ມເວລາທີ່ບໍ່ໄດ້ດັ່ງໃຈ

ການຈົ່ມ ເປັນລັກສະນະພຶດຕິກຳຂອງຄົນທີ່ທີກອບຄວາມຄຶດແບບຈຳກັດແບບຊັດເຈນ ຄົນທີ່ີຄວາມຄຶດແບບເຕີບໂຕຈະຊອກຫາທຸກໂອກາດທີ່ເປັນໄປໄດ້ສະເໝີ ຈຶ່ງບໍ່ມີພື້ນທີ່ພໍໃຫ້ຈົ່ມ.

ທີ່ມາ: https://m.facebook.com/story.php?story_fbid=561821651395729&id=211285206449377