ການເຮັດ Gap Year ແມ່ນຫຍັງ?


“ຈົບແລ້ວໂຕຈະຮຽນຫຍັງ?…” ເຄີຍບໍ່? ເວລາທີ່ເຮົາຮຽນຈົບມັດທະຍົມປາຍ ແລ້ວໝູ່ເພື່ອນ, ພໍ່ແມ່, ຍາດຕິພີ່ນ້ອງຂອງເຮົາມັກຈະຖາມຄຳຖາມນີ້ ແລ້ວເຮົາກໍບໍ່ໄດ້ຕອບອອກໄປ ຍ້ອນວ່າເຮົາບໍ່ຮູ້ວ່າຕົນເອງຈະຮຽນຫຍັງ, ມັກຫຍັງ ຫຼື ຢາກຮຽນຫຍັງກັນແທ້.

ມື້ນີ້ ເຮົາຈະມາພາທຸກຄົນຮູ້ຈັກ “Gap Year” ວ່າມັນແມ່ນຫຍັງກັນແທ້!, ໃຜແດ່ທີ່ສາມາດເຮັດ Gap Year ໄດ້?, ເຮັດໄປແລ້ວໄດ້ຫຍັງ? ແລະ ຢາກເຮັດ Gap Year ຕ້ອງເຮັດແນວໃດ?

Gap Year ແມ່ນຫຍັງ?

Gap Year ຫຼື ໄອເດຍການຄົ້ນຫາຕົນເອງກ່ອນເລືອກເຂົ້າຮຽນມະຫາວິທະຍາໄລ ແມ່ນການໃຊ້ເວລາ 1 ປີຫຼັງຈົບມັດທະຍົມປາຍໃນການຄົ້ນຫາຕົນເອງ ພາຍໃຕ້ແນວຄວາມຄິດທີ່ວ່າ: ບໍ່ຈຳເປັນຕ້ອງຮີບຮ້ອນໃນການເສັງເຂົ້າຮຽນຕໍ່ມະຫາວິທະຍາໄລ ເອົາໄວ້ຕອນທີ່ແນ່ໃຈແລ້ວວ່າມັກຫຍັງຢາກຮຽນຫຍັງກ່ອນ ແລ້ວຈຶ່ງໄປສະໝັກຮຽນຕໍ່.

ແຕ່ໃນປັດຈຸບັນນີ້ ຄຳວ່າ Gap Year ກໍເລີ່ມຂະຫຍາຍຄວາມໄດ້ຫຼາຍຕື່ມຂຶ້ນ ບໍ່ສະເພາະເຈາະຈົງວ່າຕ້ອງເປັນຫຼັງຈົບມັດທະຍົມປາຍເທົ່ານັ້ນ Gap Year ຍັງສາມາດໃຊ້ໄດ້ຫຼັງຮຽນຈົບມະຫາວິທະຍາໄລ ເປັນຮອຍຕໍ່ລະຫວ່າງ ການເຮັດວຽກ ຫຼື ຮຽນຕໍ່ປະລິນຍາໂທ ເຊິ່ງມາຮອດປັດຈຸບັນສາມາດໃຊ້ໃນລະຫວ່າງທີ່ຍັງຮຽນຕໍ່ໄດ້ເຊັ່ນກັນ. ເຊິ່ງໃນເວລາດັ່ງກ່າວຄົນສ່ວນຫຼາຍກໍໃຊ້ໄປກັບການຄົ້ນຫາຕົນເອງ ຕົວຢ່າງແມ່ນການອອກເດີນທາງ, ການລົງຮຽນຫຼາຍຢ່າງທີ່ຢາກຮຽນ ຫຼື ການໄປເປັນອາສາສະໝັກ ເວົ້າໄດ້ວ່າ ອັນໃດກໍໄດ້ທີ່ຢາກເຮັດແຕ່ຕິດທີ່ເຮົາບໍ່ມີເວລາວ່າງ ບໍ່ສາມາດເຮັດໄດ້ຖ້າເຮົາໄດ້ໄປຮຽນ ຫຼື ສິ່ງທີ່ເຮົາບໍ່ສາມາດເຮັດໄດ້ຕອນຮຽນມະຫາວິທະຍາໄລ ສາມາດເອົາມາເຮັດໃນໄລຍະນີ້ໄດ້ໝົດເລີຍ.

ໃນປີ 1960 ຄໍາວ່າ “Gap Year” ບາງຄັ້ງຄົນກໍເອີ້ນວ່າ “Sabbatical Year” ເມື່ອກຸ່ມອາຍຸທີ່ເອີ້ນວ່າ ”Baby Boomers” ໃນໂລກຕາເວັນຕົກທີ່ຕ້ອງການສ້າງສັງຄົມທີ່ໄຮ້ສົງຄາມ ທີ່ແຕກຕ່າງໄປຈາກຄົນຮຸ່ນຂອງພໍ່ແມ່ ໃນຕອນທຳອິດ ໃນຈຸດປະສົງຂອງ “Gap Year” ຄືການແລກປ່ຽນວັດທະນະທໍາລະຫວ່າງປະເທດ ໂດຍຫວັງວ່າຄວາມເຂົ້າໃຈລະຫວ່າງວັດທະນະທຳຈະຊ່ວຍສ້າງຄວາມສັນຕິພາບໃນອະນາຄົດ. ຢ່າງໃດກໍຕາມ ຜົນທີ່ຕາມມາກໍຄືແນວຄວາມຄິດຂອງ “Gap Year” ໃນລະດັບຮອຍຕໍ່ລະຫວ່າງມັດທະຍົມປາຍ ແລະ ມະຫາວິທະຍາໄລ.

ໃນຕອນທຳອິດ ຫຼາຍຄົນກໍອາດເບິ່ງວ່າ ການເຮັດ Gap Year ເປັນເລື່ອງທີ່ຍັງແປກໃໝ່ໃນສັງຄົມລາວເຮົາ ເພາະໃນສັງຄົມລາວຫຼັງຮຽນຈົບແລ້ວຕ້ອງໄປຮຽນຕໍ່ມະຫາວິທະຍາໄລ ຫຼື ເຮັດວຽກທັນທີ ຈະໄດ້ບໍ່ເປັນການເສຍເວລາ.

ຫາກເບິ່ງໃນບໍລິບົດຂອງບາງປະເທດທີ່ຂຶ້ນຊື່ເລື່ອງຄຸນະພາບຂອງການສຶກສາເຊັ່ນ: ປະເທດສະຫະລັດອາເມຣິກາ, ອັງກິດ, ອອສເຕເລຍ, ນິວຊີແລນ… Gap Year ເປັນເລື່ອງປົກກະຕິຫຼາຍ ເພາະໄລຍະຫຼັງໆມານີ້ “Gap Year” ເລີ່ມກາຍເປັນຄໍາທີ່ທຸກຄົນຕິດຫູຫຼາຍຂຶ້ນ ເພາະເລີ່ມເຂົ້າໃຈຈຸດປະສົງຂອງມັນ ແລະ ຫຼາຍປີມານີ້ ກໍມີຫຼາຍຄົນທີ່ເລີ່ມເປີດຮັບວັດທະນະທຳຈາກຕ່າງຊາດ.

ການເຮັດ Gap Year ມີປະໂຫຍດຫຼາຍສຳລັບຄົນທີ່ຍັງບໍ່ມີເປົ້າໝາຍໃນຊີວິດຢ່າງຊັດເຈນ ຫຼື ຄົນທີ່ຮູ້ວ່າຕົນເອງຢາກເຮັດຫຍັງແຕ່ຮູ້ສຶກວ່າຍັງບໍ່ມີຄວາມພ້ອມທີ່ຈະລົງມືເຮັດ ກິດຈະກຳຫຼັກໆທີ່ນິຍົມກັນແມ່ນ: (1)ເຮັດວຽກຫາເງິນ, (2)ທ່ອງທ່ຽວ, (3)ເປັນອາສາສະໝັກ, (4)ຮຽນຮູ້.

ເຮັດ Gap Year ແລ້ວໄດ້ຫຍັງ?

(1)ມີເວລາຄິດທົບທວນກັບຕົນເອງ ວ່າຄວາມຈິງແລ້ວເຮົາຢາກຮຽນຫຍັງ, ເຮົາຢາກເຮັດຫຍັງ, ເຮົາມັກຫຍັງ ແລະ ເຮົາຢາກເປັນຫຍັງກັນແທ້ ເຊິ່ງເຮົາຈະເຫັນຫຼາຍກໍລະນີທີ່ມີຫຼາຍຄົນເສຍເວລາໃນການດ່ວນຕັດສິນໃຈແລ້ວໄປເລີ່ມຕົ້ນຮຽນໃໝ່ (ເຊິ່ງກໍບໍ່ໄດ້ແມ່ນເລື່ອງຜິດ) ແຕ່ຖ້າເຮົາມີເປົ້າໝາຍທີ່ຊັດເຈນແລ້ວ ທຸກຢ່າງກໍງ່າຍຂຶ້ນ ເພາະເຮົາຮູ້ວ່າຕ້ອງການຫຍັງ ຫຼື ເຮົາເກັ່ງ ແລະຢາກເປັນຫຍັງກັນແທ້.

(2)ສ້າງມິດຕະພາບ: ກິດຈະກຳທີ່ແຕ່ລະຄົນເລືອກເຮັດໃນໄລຍະ Gap Year ຈະຊ່ວຍສ້າງມິດຕະພາບທີ່ຫາບໍ່ໄດ້ໃນຊັ້ນຮຽນ ຫຼາຍຄົນກໍອາດຈະໄດ້ຫມູ່ທີ່ຈະເປັນເພື່ອນໄປຕະຫຼອດຊີວິດເລີຍກໍເປັນໄດ້ ເພາະເຮົາບໍ່ໄດ້ມີເວລາທີ່ຕ້ອງກັງວົນເລື່ອງເກຣດ, ເລື່ອງຮຽນແລ້ວ ເຮົາມີໂອກາດທີ່ຈະໄດ້ເຮັດໃນສິ່ງທີ່ມັກ ທີ່ຢາກເຮັດແທ້ໆ, ດັ່ງນັ້ນ ກໍບໍ່ແມ່ນເລື່ອງຍາກທີ່ເຮົາຈະພົບກັບຄົນທີ່ມັກສິ່ງທີ່ຄືກັນກັບເຮົາ ແລະຍັງເປັນການສ້າງ Connection ໃນອະນາຄົດນຳອີກດ້ວຍ.

(3)ເພີ່ມທັກສະການໃຊ້ຊີວິດ: ໂດຍສະເພາະຖ້າໄປແລກປ່ຽນຮຽນຮູ້ທີ່ຕ່າງປະເທດ ເພາະການຢູ່ໄກບ້ານໄກຄອບຄົວ ຜູ່ຄົນໃໝ່ໆ ແລະ ວັດທະນະທຳທີ່ເຮົາບໍ່ຄຸ້ນເຄີຍ ເຮັດໃຫ້ເຮົາໄດ້ຮຽນຮູ້ຫຼາຍໆຢ່າງດ້ວຍຕົນເອງ ບໍ່ມີໃຜມາບອກວ່າຕ້ອງເຮັດອັນໃດ ທຸກຢ່າງແມ່ນເຮົາຕ້ອງຕັດສິນໃຈເອງ ການປັບຕົວ ແລະ ການແກ້ໄຂບັນຫາສະເພາະໜ້າຈຶ່ງສຳຄັນຫຼາຍ ເພາະຖ້າເຮັດໄດ້ ສິ່ງເຫຼົ່ານີ້ຈະກາຍເປັນທັກສະທີ່ສຳຄັນໃນອະນາຄົດ.

(4)ໄດ້ພັດທະນາຕົນເອງ: ຫຼາຍໆຄົນທີ່ບໍ່ເຄີຍເຮັດ Gap Year ມາກ່ອນ ເວລານີ້ຈຶ່ງເປັນໄລຍະທົດລອງ ຈຶ່ງບໍ່ແມ່ນເລື່ອງແປກທີ່ຫຼາຍໆຄົນຈະພົບໃນສິ່ງທີ່ຕົນເອງເຮັດໄດ້ດີ ຫຼື ມີໂອກາດພັດທະນາສິ່ງທີ່ມັກຢູ່ແລ້ວ ລວມໄປເຖິງການຄົ້ນພົບສິ່ງທີ່ຕົນເອງມັກເພີ່ມຂຶ້ນອີກ.

(5)ໄດ້ຮຽນຮູ້ວັດທະນະທຳ ແລະ ພາສາໃໝ່ໆ: ໃນປັດຈຸບັນນີ້ ຄົນທີ່ເຮັດ Gap Year ນັ້ນມີຫຼາຍ ຫຼາຍຄົນຈຶ່ງມີໂອກາດໃນການພົບໝູ່ເພື່ອນໃໝ່ໆຫຼາຍຄົນທີ່ມາຈາກຕ່າງຖິ່ນ, ເຊື້ອຊາດ, ພາສາ, ສາສະໜາ ແລະ ຄວາມເຊື່ອ ຕອນນີ້ເປັນໂອກາດດີທີ່ເຮົາຈະໄດ້ຮຽນຮູ້ຄວາມຕ່າງຂອງຄົນໃນສັງຄົມ, ວັດທະນະທຳໃໝ່ໆ ລວມທັງ ໄດ້ຮຽນຮູ້ພາສາໃໝ່ໆອີກດ້ວຍ.

(6)ໄດ້ກຽມຕົວກ່ອນເຂົ້າມະຫາວິທະຍາໄລ: ຊີວິດໃນຮົ້ວມະຫາວິທະຍາໄລ ມີຫຼາຍສິ່ງຫຼາຍຢ່າງທີ່ເຮົາຕ້ອງພົບພໍ້ ຕ້ອງມີຄວາມຮັບຜິດຊອບ ແລະ ເພິ່ງພາຕົນເອງສູງຫຼາຍ, ສະນັ້ນ Gap Year ຈຶ່ງປຽບເໝືອນການກຽມພ້ອມໃຫ້ເຮົາກ່ອນເຂົ້າມະຫາວິທະຍາໄລນັ້ນເອງ.

ຢາກເຮັດ Gap Year ຕ້ອງກຽມຕົວແນວໃດ?

ຜົນໄດ້ຮັບທີ່ຂຽນມາຂ້າງເທິງນັ້ນ ເຮົາຕ້ອງມີການກຽມພ້ອມ ແລະ ວາງແຜນໃຫ້ດີວ່າພາຍໃນໄລຍະເວລາທີ່ເຮົາຈະເຮັດ Gap Year ນີ້ເຮົາຈະເຮັດຫຍັງ ເຮົາຢາກເຮັດຫຍັງ ອັນໃດແດ່ທີ່ເຮົາຢາກລອງເຮັດແຕ່ຍັງບໍ່ເຄີຍເຮັດ ຕັ້ງເປົ້າໝາຍວ່າເຮົາຢາກໄດ້ຫຍັງ ຫຼັງຈາກນັ້ນກໍລົງມືເຮັດແບບຈິງຈັງ ຖ້າປ່ອຍເວລາໄປເລື້ອຍໆ ກໍຈະເສຍເວລາໄປແບບບໍ່ມີປະໂຫຍດ.

ຮຽບຮຽງໂດຍ: Alounny

ຂອບໃຈຂໍ້ມູນຈາກ:
https://www.scholarship.in.th/what-is-a-gap-year/
https://www.hotcourses.in.th/study-abroad-info/student-life/what-is-gap-year-and-everything-you-need-to-know-about-it/