BMW ຂາຍລົດໄດ້ຫຼາຍຂຶ້ນໃນໄຕມາດທີ 3 ໂດຍສະເພາະຍອດຂາຍໃນຈີນທີ່ສູງຂື້ນ.


BMW ຜູ້ຜະລິດລົດສຸດຫຼູສັນຊາດເຢຍລະມັນ ເປິດເຜີຍຜົນການປະກອບການປະຈຳໄຕມາດທີ່ສາມຂອງປີນີ້ ໂດຍໄດ້ເຮັດຍອດຂາຍລົດທຸກແບຣນໃນເຄືອບໍລິສັດໄດ້ ເພິ່ມຂື້ນເຖິງ 8.6% ໃນນັ້ນໂດຍສະເພາະຍອດຂາຍໃນຈີນເຊິ່ງເພິ່ມຂຶ້ນເຖິງ 31% ຂະນະທີ່ຍອດຂາຍໃນ ເອີຣົບ ເພິ່ມຂຶ້ນ 7.1%. ສຳຫຼັບຍອດຂາຍສະເພາະແບຣນ BMW ນັ້ນເພິ່ມຂຶ້ນເຖິງ 9.8% ຫຼື 585,336  ຄັນໃນໄຕມາດທີສາມ.

ນອກຈາກນີ້ ຍອດຂາຍລົດໄຟຟ້າຍັງປັບຕົວເພິ່ມຂຶ້ນເກືອບ 47%  ຫຼື 54,719 ຄັນໃນໄຕມາດດຽວກັນແຕ່ເຖິງຢ່າງໃດກໍຕາມ ຫາກນັບລວມຕະຫຼອດ 9 ເດືອນທຳອິດຂອງປີນີ້ BMW ມີຍອດຂາຍລົດລົງ 12.5%  ເມື່ອທຽບກັບຊ່ວງດຽວກັນຂອງປີກ່ອນໜ້ານີ້ອັນເປັນຜົນຈາກການແຜ່ລະບາດຂອງໂຣກໂຄວິດ-19.

ທີ່ມາ: https://www.ryt9.com/s/iq29/3165248