ອິນໂດເນເຊຍສັ່ງເກັບອາກອນມູນຄ່າເພີ່ມ (VAT) ຈາກບໍລິສັດເຕັກໂນໂລຊີຕ່າງຊາດ.

ອິນໂດເນເຊຍສັ່ງເກັບອາກອນມູນຄ່າເພິ່ມ VAT ຈາກບໍລິສັດດ້ານເຕັກໂນໂລຊີອີກ 8 ແຫ່ງ ເຊິ່ງລວມເຖິງ Alibaba Cloud ແລະ Microsoft Corp.

ສ່ວນອີກ 6 ບໍລິສັດທີ່ມີການຖືກເອິ້ນເກັບອາກອນມູນຄ່າເພິ່ມອີກນັ້ນໄດ້ແດ່: GitHub, Microsoft Regional Sales, UCWeb Singapore, To The New, Coda Payments ແລະ Nexmo Inc.

ສຳນັກງານບໍລິຫານພາສີອາກອນຂອງອິນໂດເນເຊຍລະບຸວ່າ ບໍລິສັດເຕັກໂນໂລຊີທັ້ງ 8 ແຫ່ງຕ້ອງເລິ່ມເກັບ VAT ຈາກຜູ້ລົງໂຄສະນາ ແລະ ລູກຄ້າຕັ້ງແຕ່ວັນທີ 1 ພະຈິກ 2020 ເປັນຕົ້ນໄປ.

ເມື່ອວັນທີ 7 ກໍລະກົດ 2020 ທີ່ຜ່ານມາ ລັດຖະະບານອິນໂດເນເຊຍໄດ້ປະກາດເກັບ VAT ຈາກບໍລິສັດເຕັກໂນໂລຊີຕ່າງໆ ເຊິ່ງລວມເຖິງ Google Asia Pacific ເຊິ່ງເປັນບໍລິສັດໃນເຄືອຂອງ Alphabet ນອກນັ້ນຍັງມີ Netflix ແລະ Facebook.

ລາຍງານລະບຸວ່າ ບໍລິສັດຕ່າງຊາດທີ່ມີຍອດຂາຍຜະລິດຕະພັນ Digital ຕໍ່ປີຢ່າງນ້ອຍ 600 ລ້ານລູເປຍ (400 ລ້ານກີບ) ແລະ ໃຫ້ບໍລິການແກ່ຜູ້ໃຊ້ຢ່າງນ້ອຍ 12,000 ຄົນໃນອິນໂດເນເຊຍຕ້ອງຈ່າຍ VAT ໃນອັດຕາ 10%.

ທີ່ມາ: https://www.infoquest.co.th/2020/41316