ສະໜາມບິນ ຊາງງີ ກຽມຕັ້ງຫ້ອງແລັບໂຄວິດ-19 ເພື່ອຫວັງເປິດຊາຍແດນ-ຟື້ນຟູອຸດສາຫະກຳທາງການບິນ.


ສຳນັກຂ່າວຊິນຫົວລາຍງານວ່າ ອອງ ຍີ ກຸງ ລັດຖະມົນຕີກະຊວງຄົມມະນາຄົມຂອງສິງກະໂປເປິດເຜີຍວ່າ ສິງກະໂປ ຈະຕິດຕັ້ງຫ້ອງປະຕິບັດການໂຄວິດ-19 ພາຍໃນທ່າເຮືອບິນ ຊາງງີ ໃນ 2-3 ເດືອນຕໍ່ໜ້າ ໂດຍເປັນສ່ວນໜື່ງຂອງມາດຕະການເພື່ອເປິດພົມແດນຕ້ອນຮັບນັກທ່ອງທ່ຽວຕ່າງຊາດອີກຄັ້ງ ແລະ ຟື້ນຟູອຸດສາຫະກຳການບິນ.

ອອງ ຍີ ກຸງ ກ່າວວ່າ ການທົດສອບໂຄວິດ-19 ຄືກະແຈສຳຄັນໃນການປົດລັອກການເດິນທາງທາງອາກາດ ພ້ອມທັ້ງຄາດວ່າໂຄວິດ-19 ຈະຍັງຢູ່ໄປອີກໄລຍະໜື່ງ ແລະ ການທົດສອບໂຄວິດ-19 ກ່ອນຂື້ນເຄື່ອງຈະເປັນຫຼັກປະຕິບັດສາກົນ.

ນອກເໜືອໄປຈາກຊ່ອງທາງດ່ວນ ເຊິ່ງອະນຸຍາດສະເພາະຜູ້ເດິນທາງທີ່ເປັນພະນັກງານ ລັດຖະກອນ ແລະ ນັກທຸລະກິດແລ້ວ ສິງກະໂປຍັງວາງແຜນຈະເຮັດຂໍ້ຕົກລົງການເດິນທາງ (Travel bubble) ກັບກຸ່ມປະເທດ ແລະ ພູມມິພາກທີ່ມີລະບົບເຝົ້າລະວັງສາທາລະນະສຸກທີ່ຮັດກຸມ ແລະ ມີອັດຕາຜູ້ຕິດເຊື້ອຕ່ຳອີກດ້ວຍ.

ປັດຈຸບັນເດີ່ນບິນ ຊາງງີ ຮອງຮັບຜູ້ໂດຍສານພຽງ 1.5% ຂອງປະລິມານຜູ້ໂດຍສາານປົກກະຕິໃນຊ່ວງກ່ອນການແຜ່ລະບາດ ແລະ ເປິດໃຫ້ບໍລິການຖ້ຽວບິນພຽງ 17% ຂອງຈຳນວນຖ້ຽວບິນທັ້ງໝົດ ແລະຍັງຕົກຈາກອັນດັບ 7 ຂອງໂລກລົງໄປຢູ່ອັນດັບ 58 ຂອງເດີ່ນຍົນທີ່ມີການໝູນວຽນຂອງຜູ້ໂດຍສານຫຼາຍທີ່ສຸດອີກດ້ວຍ.

ອອງ ຍີ ກຸງ ເວົ້່າວ່າ ເຮົາຈຳເປັນຕ້ອງດຳເນິນການແບບບຸກ ເພື່ອຟື້ນຟູການເປັນສູນກາງການບິນຂອງເດີ່ນບິນ ຊາງງີ ເຊິ່ງຖືເປັນພາລະກິດສຳຄັນຂອງປະເທດ.

ທີ່ມາ: https://www.ryt9.com/s/iq47/3165270