ອົງການການຄ້າໂລກ WTO ຄາດວ່າການຄ້າໂລກປີນີ້ຫົດໂຕລົງ 9.2%


ອົງການການຄ້າໂລກ  WTO ເປິດເຜີຍລາຍງານຫລ້າສຸດວ່າ ປະລິມານການຄ້າໂລກມີທ່າອຽງຫົດໂຕລົງເຖິງ 9.2% ໃນປີ 2020 ກ່ອນທີ່ຈະດີດໂຕຂຶ້ນເປັນ 7.2% ໃນປີ 2021

ແຕ່ເຖິງຢ່າງໃດກໍຕາມໂຕເລກຄາດການຫລ້າສຸດນີ້ຍັງດີກວ່າ WTO ຄາດການໄວ້ໃນເດືອນ ເມສາ ທີ່ຜ່ານມາວ່າ ປະລິມານການຄ້າໂລກໃນປີ 2020 ຈະຫົດໂຕລົງເຖິງ 13-32% ເນື່ອງຈາກການແຜ່ລະບາດຂອງໂຣກໂຄວິດ-19 ສົ່ງຜົນໃຫ້ກິດຈະກຳທາງເສດຖະກິດ ແລະ ຊີວິດປະຈຳວັນຕາມປົກກະຕິຂອງຄົນທົ່ວໂລກຢຸດຊະງັກ.

ການຄ້າໂລກສະແດງສັນຍານການຟື້ນໂຕ ຫຼັງຈາກລົດຮວບລົງເພາະໂຣກໂຄວິດ-19 ຄະນະນັກເສດຖະສາດຂອງ WTO ເວົ້າວ່າ ຜົນການດໍາເນີນງານທາງການຄ້າທີ່ແຂງແກ່ນໃນເດືອນ ມິຖຸນາ ແລະ ກໍລະກົດ ສົ່ງສັນຍານແງ່ບວກຕໍ່ກັບການເຕິບໂຕຂອງການຄ້າໂດຍລວມໃນປີ 2020.

ແຕ່ເຖິງຢ່າງໃດຕາມ ການປະເມີນສຳຫຼັບປີ 2021 ເທື່ອຫລ້າສຸດຂອງ WTO ນັ້ນ ບົ່ງຊີ້ແນວໂນ້ມແງ່ລົບຫຼາຍກວ່າການປະມານກັນເທື່ອກ່ອນ ເຊິ່ງປະເມິນການເຕິບໂຕໄວ້ທີ່ 21.3% ເຮັດໃຫ້ປະລິມານການຄ້າໃນປີ 2021 ຕໍ່າກວ່າແນວໂນ້ມກ່ອນເກິດໂຣກລະບາດໃຫຍ່ໂດຍ WTO ເຕືອນວ່າ ການຟື້ນຕົວອາດຢຸດຊະງັກດ້ວຍຜົນກະທົບຈາກໂຣກລະບາດໃຫຍ່ທີ່ກຳລັງເກິດຂື້ນ.

ສຳນັກຂ່າວຊິນຫົວລາຍງານວ່າ ອີ້ ສ່ຽວຈຸ່ນ ຮອງຜູ້ອຳນວຍການ WTO ເວົ້າວ່າ ຜົນກະທົບຂອງວິກິດໂຄວິດ-19 ທີ່ມີຕໍ່ການຄ້າໃນແຕ່ລະພູມມິພາກແຕກຕ່າງກັນຊັດເຈນໂດຍປະລິມານການຄ້າໃນອາຊີ ລົດລົງພຽງເລັກນ້ອຍ  ຂະນະທີ່ໃນ ເອີຣົບ ແລະ ອາເມຣິກາເໜືອ ຫົດຕົວເພິ່ມຂື້ນ.

ໂຄດແມນ ນີ ນັກເສດຖະສາດອາວຸໂສຂອງ WTO ຈີນກຳລັງສະໜັບສະໜູນການຄ້າພາຍໃນພູມມິພາກອາຊີ ແລະ ຄວາມຕ້ອງການນຳເຂົ້າສິນຄ້າຂອງຈີນກຳລັງຊ່ວຍກະຕຸ້ນການຄ້າພາຍໃນພູມມິພາກ ແລະ ຊ່ວຍສະໜັບສະໜູນອຸປະສົງທົ່ວໂລກ.

ຄະນະນັກເສດຖະສາດເນັ້ນຢ້ຳວ່າ ເຖິງແມ່ນວ່າປະລິມານການຄ້າລົດລົງລະຫວ່າງການແຜ່ລະບາດຂອງໂຣກໂຄວິດ-19 ເຊິ່ງມີລັກສະນະຄ້າຍຄຶກັບວິກິດການເງິນໂລກປີ 2008-2009 ແຕ່ບໍລິບົດທາງເສດຖະກິດນັ້ນແຕກຕ້າງກັນຫຼາຍ.

ການຫົດຕົວຂອງຜະລິດຕະພັນມວນລວມໃນປະເທດ GDP ນັ້ນຮຸນແຮງຂື້ນຫຼາຍໃນພາວະຖົດຖອຍປັດຈຸບັນ ຂະນະທີ່ການລົດລົງຂອງການຄ້າຢູ່ໃນລະດັບປານກາງ ນັກເສດຖະສາດເວົ້າວ່າ ພ້ອມເສີມປະລິມານການຄ້າໂລກອາດຈະລົດລົງເກືອບໆ 2 ເທົ່າຂອງຈີດີພີໂລກ ເມື່ອທຽບກັບຊ່ວງວິກິດການເງິນປີ 2009 ເຊິ່ງລົດລົງເຖິງ 6 ເທົ່າ.

ທີ່ມາ: https://www.infoquest.co.th/2020/41295