ແຄນນາດາສັ່ງແບນພຣາສະຕິກແບບໃຊ້ໄດ້ເທື່ອດຽວພາຍໃນທ້າຍປີໜ້າເພື່ອຫວັງຟື້ນຟູສິ່ງແວດລ້ອມ.


ລັດຖະບານແຄນນາດາກຽມປະກາດສັ່ງຫ້າມໃຊ້ພຣາສຕິກແບບໃຊ້ໄດ້ເທື່ອດຽວພາຍໃນທ້າຍປີ 2021 ໂດຍມີເປົ້າໝາຍເພື່ອຮັກສາສິ່ງແວດລ້ອມ.

Jonathan Wilkinson ລັດຖະມົນຕີວ່າການກະຊວງສິ່ງແວດລ້ອມ ແລະ ການປ່ຽນແປງສະພູມມິອາກາດຂອງແຄນນາດາເປິດເຜີຍລາຍຊື່ພຣາສະຕິກແບບໃຊ້ເທື່ອດຽວທີ່ຖືກສັ່ງຫ້າມຄື: ຖົງຊັອບປິ້ງໃນຮ້ານຂາຍເຄື່ອງຍ່ອຍ, ທໍ່ດູດ, ບ່ວງຢາງ, ແລະ ພາຊະນະສຳຫຼັບຊື້ເຄື່ອງກັບບ້ານ…

Jonathan Wilkinson ເວົ້າວ່າຄໍາສັ່ງດັ່ງກ່າວເປັນເລື່ອງຈໍາເປັນ ເນື່ອງຈາກພຣາສະຕິກເປັນອັນຕະລາຍຫຼາຍຕໍ່ສັດປ່າ ແລະ ແນວຊາຍຝັ່ງຂອງແຄນນາດາໂດຍມີພຣາສະຕິກພຽງ 90% ໃນແຄນນາດາທີ່ຖືກນຳໄປ Recycle ຫຼັງຈາກໃຊ້ແລ້ວ ເຊິ່ງຄຳສັ່ງນີ້ເປັນສ່ວນໜື່ງຂອງແຜນປະຕິບັດການທີ່ຈະລົດຂີ້ເຫຍື້ອພຣາສະຕິກໃຫ້ເຫຼືອ 0 ພາຍໃນປີ 2030 .

Jonathan Wilkinson ໄດ້ອະທິບາຍຕື່ມວ່າ ລັດຖະບານໄດ້ເລືອກປະເພດພຣາສະຕິກຊັ້ນຕົ້ນ ເນື່ອງຈາກປັດຈຸບັນມີຫຼາຍທາງເລືອກອື່ນໆທີ່ຫາໄດ້ງ່າຍ ແລະ ລາຄາບໍ່ແພງເຖິງແມ່ນວ່າເຄື່ອງໃຊ້ຫຼາຍລາຍການຍັງຄົງເປັນຂອງໃຊ້ເທື່ອດຽວຢູ່ ແຕ່ກໍຄວນຈະຕ້ອງນຳມາ Recycle ໄດ້.

ສຳນັກຂ່າວຊິນຫົວລາຍງານວ່າ ຄຳສັ່ງຫ້າມດັ່ງກ່າວເກິດຂື້ນພາຍໃຕ້ກົດໝາຍຄຸ້ມຄອງສິ່ງແວດລ້ອມຂອງແຄນນາດາທີ່ຕ້ອງມີການປະເມີນປັນຫາທາງວິທະຍາສາດກ່ອນ ໂດຍກ່ອນໜ້ານີ້ມີການສັ່ງຫ້າມໃຊ້ພຣາສະຕິກແບບໃຊ້ໄດ້ເທື່ອດຽວໃນທ້ອງຖິ່ນບາງແຫ່ງແລ້ວ.

ລາຍງານຂອງລັດຖະບານລະບຸວ່າ ແຄນນາດາຖິ້ມຂີ້ເຫຍື້ອພຣາສະຕິກ 3 ລ້ານໂຕນຕໍ່ປີ ແລະ ມີພຽງ 90% ເທົ່ານັ້ນທີ່ມີການນຳກັບມາໃຊ້ໃຫມ່ ແລະ ມີພຣາສະຕິກປະມານ 1 ໃນ 3  ໃນແຄນນາດາທີ່ເປັນຜະລິດພັນ ແລະ ບັນຈຸແບບໃຊ້ເທື່ອດຽວ ຫຼື ມີອາຍຸການໃຊ້ງານສັ້ນ ໂດຍສອງຢ່າງນັ້ນຄືຖົງພຣາສະຕິກທີ່ມີການໃຊ້ກັນຫຼາຍເຖິງ 1.5 ໝື່ນລ້ານຖົງໃນທຸກໆປີ ແລະ ທໍ່ດູດເກືອບ 57 ລ້ານຫຼອດ / ມື້.

ພຣາສະຕິກແບບໃຊ້ເທື່ອດຽວຫຼາຍພັນລ້ານອັນສຸດທ້າຍກາຍເປັນຂີ້ເຫຍື້ອໃນແຄນນາດາ ທັ້ງຕາມຊາຍຫາດ, ສວນສາທາລະນະ, ໃນທະເລສາບ ແລະ ໃນອາກາດ ທີ່ຜ່ານມາມີກໍລະນີທີ່ພົບພຣາສະຕິກໃນລຳໄສ້ຂອງນົກທີ່ຕາຍ ແລະ ພົບພຣາສະຕິກເຕັມທ້ອງຂອງປາວານທີ່ຖືກຄື້ນພັດຂື້ນຝັ່ງ.

ທີ່ມາ: https://www.ryt9.com/s/iq47/3165789