ຊາຍອາເມຣິກາ ຕິດເຊື້ອພະຍາດໂຄວິດ-19 2 ຄັ້ງ ແລະ ຄັ້ງທີສອງ ຮຸນແຮງ ກວ່າຄັ້ງທຳອິດ


ຕາມການລາຍງານຂອງກໍລະນີຄົນປ່ວຍຢູ່ສະຫະລັດອາເມຣິກາ ພົບວ່າມີຊາຍຄົນໜຶ່ງ ອາຍຸ 25 ປີ ໄດ້ຕິດເຊື້ອພະຍາດໂຄວິດ-19 2 ຄັ້ງ ໂດຍຄັ້ງທີສອງ ເປັນອັນຕະລາຍກວ່າຄັ້ງທຳອິດຫຼາຍ ເຊິ່ງລາວຕ້ອງໄດ້ເຂົ້າຮັກສາໂຕຢູ່ໂຮງໝໍ ຫຼັງຈາກທີ່ກວດພົບວ່າ ປອດຂອງລາວບໍ່ສາມາດຮັບອົກຊີແຊນເຂົ້າສູ່ຮ່າງກາຍໄດ້ຢ່າງພຽງພໍ.
ການຕິດເຊື້ອພະຍາດຄືນໃໝ່ ຖືວ່າເປັນເລື່ອງທີ່ມີໜ້ອຍ ແລະ ຊາຍຄົນນີ້ ກໍໄດ້ຮັກສາໂຕຫາຍດີແລ້ວ.

ເຖິງຢ່າງໃດກໍດີ ບົດສຶກສາຈາກວາລະສານວິຊາການດ້ານພະຍາດຕິດຕໍ່ Lancet (Lancet Infectious Diseases) ໄດ້ຕັ້ງຄຳຖາມຂຶ້ນວ່າ ເຮົາສາມາດສ້າງພູມຕ້ານທານເຊື້ອພະຍາດໄດ້ຫຼາຍເທົ່າໃດເພື່ອຕ້ານກັບໄວຣັສດັ່ງກ່າວ. ການຕິດເຊື້ອຄັ້ງທີສອງ ອາດເປັນຍ້ອນ ຊາຍຄົນນັ້ນ ມີພະຍາດທີ່ບໍ່ໄດ້ຮັບການກວດພົບມາກ່ອນ ຫຼື ລະບົບພູມຕ້ານທານຂອງລາວອາດມີບັນຫາ ດັ່ງນັ້ນ ລາວຈຶ່ງອ່ອນແອ ແລະ ຕິດເຊື້ອຄືນໃໝ່.

ລຳດັບເຫດການຂອງຊາຍທີ່ໄດ້ຕິດເຊື້ອ 2 ຄັ້ງມີດັ່ງນີ້:

  • ວັນທີ 25 ມີນາ: ມີອາການຂອງໂຄວິດ-19 ລວມມີ ອາການ ເຈັບຄໍ, ໄອ, ເຈັບຫົວ, ປວດຮາກ ແລະ ຖອກທ້ອງ
  • ວັນທີ 18 ເມສາ: ຜົນກວດເປັນບວກ ເປັນຄັ້ງທຳອິດ (ຕິດເຊື້ອໂຄວິດ-19)
  • ວັນທີ 9 ແລະ 26 ພຶດສະພາ: ຜົນກວດເປັນລົບ ທັງສອງຄັ້ງ
  • ວັນທີ 28 ພຶດສະພາ: ມີອາການໂຄວິດ-19 ອີກຄັ້ງ ເຊິ່ງໃນຄັ້ງນີ້ ເປັນໄຂ້, ເຈັບຫົວ, ວິນຫົວ, ໄອ, ປວກຮາກ ແລະ ຖອກທ້ອງ
  • ວັນທີ 5 ມິຖຸນາ: ຜົນກວດເປັນບວກ ເປັນຄັ້ງທີ ສອງ, ຂາດອົກຊີແຊນໃນເລືອດ ແລະ ຫັນໃຈຝືດ

ນັກວິທະຍາສາດ ໄດ້ບອກວ່າ ການຕິດເຊື້ອຄືນໃໝ່ນີ້ ແມ່ນຍ້ອນ ຄົນປ່ວຍໄດ້ຮັບເຊື້ອໄວຣັດໂຄໂຣນາ ສອງຄັ້ງ ໂດຍການຄາດການນີ້ມີຄວາມເປັນໄປໄດ້ກວ່າ ການຄາດເດົາວ່າການຕິດເຊື້ອຄືນໃໝ່ ແມ່ນຍ້ອນວ່າ ເຊື້ອຄັ້ງເກົ່າຍັງຢູ່ໃນຮ່າງກາຍ ແລະ ຟື້ນໂຕຄືນມາໃໝ່ ເນື່ອງຈາກການສົມທຽບລະຫັດກຳມະພັນຂອງທັງສອງຮອບ ທີ່ມີອາການ ໄດ້ສະແດງໃຫ້ເຫັນວ່າ ລະຫັດກຳມະພັນທັງສອງມີຄວາມແຕກໂຕນກັນເກີນກວ່າຈະສາມາດອ້າງອີງວ່າມັນເກີດມາຈາກເຊື້ອດຽວກັນ.

ທ່ານ ມາກ ແພນດໍຣີ ຈາກມະຫາວິທະຍາໄລເນວາດ້າ ໄດ້ຄົ້ນພົບວ່າ ການເຄີຍຕິດເຊື້ອແລ້ວ ອາດຈະບໍ່ສາມາດເປັນໂຕຮັບປະກັນໄດ້ວ່າ ຈະບໍ່ຕິດເຊື້ອໄວຣັສໃນອະນາຄົດໄດ້ອີກ, ພ້ອມທັງ ໄດ້ແນະນຳໃຫ້ ຜູ້ທີ່ຮັກສາໂຕຫາຍດີຈາກເຊື້ອພະຍາດ ໂຄວິດ-19 ແລ້ວ ຍັງຕ້ອງສືບຕໍ່ປະຕິບັດມາດຕະການກ່ຽວກັບການຈຳກັດໄລຍະຫ່າງ, ໃສ່ໜ້າກາກ ແລະ ລ້າງມືເປັນປະຈຳ.

ນັກວິທະຍາສາດຍັງຕ້ອງຕໍ່ສູ້ກັບ ບັນຫາໄວຣັສໂຄໂຣນາສາຍພັນໃຫມ່ ແລະ ພູມຕ້ານທານຂອງຄົນຕໍ່ກັບເຊື້ອພະຍາດດັ່ງກ່າວ ໂດຍມີຫຼາຍຄຳຖາມທີ່ຍັງຕ້ອງຫາຄຳຕອບ ເພື່ອຮຽນຮູ້ ແລະ ເຂົ້າໃຈ ກ່ຽວກັບເຊື້ອພະຍາດວ່າຈະມີຜົນກະທົບຕໍ່ກັບສັງຄົມແນວໃດໃນໄລຍະຍາວ ແລະ ຄຶດຄົ້ນ ວັກຊີນ ແລະ ວິທີການເພື່ອເອົາຊະນະເຊື້ອພະຍາດດັ່ງກ່າວ.

ປະຈຸບັນ ການຕິດເຊື້ອຄືນໃໝ່ ຍັງເປັນເລື່ອງທີ່ຫາໄດ້ຍາກ – ມີການພົບເຫັນໜ້ອຍຫຼາຍ ຖ້າທຽບໃສ່ ການຕິດເຊື້ອ ທີ່ມີຫຼາຍກວ່າ 37 ລ້ານ ກໍລະນີ.

ໃນຮົງກົງ, ແບນຊິກ (Belgium) ແລະ ໂຮນລັງ (the Netherlands) ການຕິດເຊື້ອພະຍາດເປັນຄັ້ງທີສອງ ບໍ່ຮຸນແຮງເທົ່າຄັ້ງທຳອິດ ແຕ່ມີກໍລະນີ ໜຶ່ງ ຢູ່ ເອກົວດໍ ທີ່ຄ້າຍຄືກັບກໍລະນີຢູ່ອາເມລິກາ ທີ່ການຕິດເຊື້ອຄັ້ງທີ ສອງ ເປັນອັນຕະລາຍກວ່າ ຄັ້ງທຳອິດ ແຕ່ກໍບໍ່ເຖິງຂັ້ນຕ້ອງເຂົ້າຮັກສາໂຕຢູ່ໂຮງໝໍ.

ເຖິງຢ່າງໃດກໍຕາມ ການທີ່ບັນດາປະເທດຕ່າງໆສາມາດຕໍ່ສູ້ກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຄັ້ງທີສອງໄດ້ ກໍອາດເປັນສັນຍານທີ່ດີວ່າ ເຮົາຈະໄດ້ຄຳຕອບທີ່ຊັດເຈນຂຶ້ນຕື່ມກ່ຽວກັບເຊື້ອພະຍາດໂຄວິດ-19.