21 ຕຸລາ ສາຍເບິ່ງດາວຫ້າມພາດ !

ຝົນດາວຕົກ ຕົກອີກແລ້ວ ໃນຄຳ່ຄືນວັນທີ 21 ຕຸລາ ຈະເກີດປາກົດການຝົນດາວຕົກໂອໄຣອໍນິດສ (Orionids meteor shower) ມີສູນກາງກະຈາຍຕົວທີ່ກຸ່ມດາວນາຍພານ ມີອັດຕາການຕົກສູງສຸດຢູ່ປະມານ 20 ດວງຕໍ່ຊົ່ວໂມງ

ສາມາດສັງເກດໄດ້ທົ່ວປະເທດ ໂດຍການເບິ່ງໄປທີ່ທ້ອງຟ້າທາງທິດຕາເວັນອອກ ເໜືອດາວບີເທວຈຸສ ບໍລິເວນແຂນຂອງນາຍພານ ສັງເກດໄດ້ຕັ້ງແຕ່ເວລາ 23.00 ຫຼື 11ໂມງກາງຄືນ ຂອງຄືນວັນທີ 21 ຈົນເຖິງເຊົ້າຂອງວັນທີ 22 ຕຸລາ

ຝົນດາວຕົກໂອໄຣອໍນິດສ ເກີດຈາກໂລກເຄື່ອນທີ່ຜ່ານເສັ້ນທາງການໂຄຈອນຂອງດາວຫາງຮັນເລ (1P/Halley) ເຊິ່ງໃນຄັ້ງທີ່ດາວຫາງຮັນເລເຄື່ອນທີ່ເຂົ້າໃກ້ດວງອາທິດໃນປີ 1986 ນິວເຄຍສຂອງສອງດາວຫາງ ເຊິ່ງປະກອບໄປດ້ວຍຝຸ່ນ, ຫິນ, ນຳ້ແຂງ ໄດ້ກະຈັດກະຈາຍເປັນຈຳນວນຫຼາຍ

ເມື່ອໂລກເຄື່ອນທີ່ຜ່ານໃນເສັ້ນທາງທີ່ຮັນເລ ເຄີຍຜ່ານເຂົ້າມາ ແຮງດຶງດູດຂອງໂລກຈຶ່ງໄດ້ດູດເອົາອົງປະກອບຕ່າງໆທີ່ຫຼົງເຫຼືອໄວ້ໃຫ້ຕົກລົງມາສຽດສີ ຜ່ານຊັ້ນບັນຍາກາດໂລກ ເຮັດໃຫ້ເຫັນເປັນກຸ່ມແສງສະຫວ່າງວາບຕົກລົງມາຫຼາຍຄັ້ງ ເບິ່ງຄ້າຍຄືກັບຝົນຈາກດວງດາວ ແລະ ນີ້ຄືທີ່ມາຂອງການເອີ້ນວ່າຝົນດາວຕົກ

ທີ່ມາ: https://www.facebook.com/429245490793283/posts/1218432901874534/