AI ຂອງ Google ສຳມາດກວດຫາມະເຮັງໄດ້ໄວກວ່າແພດໝໍເຖິງ 6 ຄົນ.


ນັດວິໄຈປັນຍາປະດິດ AI ຈາກ Google ໄດ້ເຮັດວຽກຮ່ວມກັບ Northwestern Medicine ແລະ ໃຫ້ກຳເນິດເຕັກໂນໂລຊີ AI ທີ່ສາມາດກວດຈັບກ້ອນມະເຮັງຈາກຜົນສະແກນໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບກວ່າທີມງານແພດຣັງສີວິທະຍາທີ່ມີປະສົບການຫຼາຍເຖິງ 11% .

AI ຂອງ Google ມີຄວາມສາມາດໃນການກວດພົບຄວາມສ່ຽງຂອງຜູ້ທີ່ໄດ້ຮັບການສະແກນວ່າອາດເກິດມະເຮັງຂື້ນໄດ້ພາຍໃນໄລຍະເວລາ 2 ປີ ເຊິ່ງລະບົບ AI ດັງກ່າວມີເຊັນເຊີໃນການກວດພົບກ້ອນມະເຮັງໄດ້ຫຼາຍກວ່າການກວດສອບຈາກທ່ານໝໍທີ່ມີປະສົບການເຖິງ 9.5% ດ້ວຍການທົດສອບແບບ NLST ( National Lung Screening Test ) ຜ່ານການຮຽນຮູ້ແບບ Deep Learning ທີ່ຈະເກັບຂໍ້ມູນແບບເລິກມາລວມກັນແລ້ວຄຳນວນຄວາມໜ້າຈະເປັນຂອງຜູ້ປ່ວຍວ່າມີກ້ອນມະເຮັງ ຫຼື ບໍ່ ແຖມຍັງສາມາດຊີ້ບອກຈຸດທີ່ອາດເປັນມະເຮັງໄດ້ອີກດ້ວຍ.

ລະບົບ AI ນີ້ຖືກຈັດເກັບຢູ່ໃນລະບົບຂອງ Google Cloud Healthcare ແລະ ຍັງຖືກທົດສອບຢ່າງຕໍ່ເນື່ອງກັບອົງກອນທາງການແພດຕ່າງໆຫຼາກຫຼາຍໂດຍ AI  ຈະເຮັດການສະແກນກວດຈັບຊ່ວງເອິກແບບ 3 ມິຕິເພື່ອທີ່ຈະຮຽນຮູ້ໂຄງສ້າງປອດຂອງຜູ້ປ່ວຍ ແລະ ກວດຈັບເນື້ອຮ້າຍທີ່ມີຄວາມເປັນໄປໄດ້ໃນການລຸກລາມເປັນເຊື້ອມະເຮັງ.

AI ໄດ້ຖືກສ້າງຂື້ນມາຈາກຕົວຢ່າງຂໍ້ມູນ CT ສະແກນໜ້າເອິກຫຼາຍກວ່າ 24,000 ອັນຈາກຜູ້ປ່ວຍຈໍານວນ 15,000 ຄົນແລ້ວຄໍານວນຂໍ້ມູນທັ້ງໝົດນັ້ນຜ່ານລະບົບ Machine Learning ເພື່ອສົ່ງຕໍ່ໄປຍັງມະຫາວິທະຍາໄລ North Western ເພື່ອສຶກສາຕໍ່ໄປ.

ນີ້ບໍ່ແມ່ນເທື່ອທຳອິດທີ່ Google ສາມາດເຮັດຫຍັງທີ່ກ້າວຫນ້າແບບນີ້ຜ່ານລະບົບປັນຍາປະດິດ ເພາະກ່ອນໜ້ານີ້ກໍໄດ້ມີການໃຊ້ລະບົບຮຽນຮູ້ AI ຄ້າຍໆກັບການ ການຄາດຄະເນຈາລະຈອນເທິງ Google Map ຜ່ານລະບົບ AI Deep mind ໃຫ້ເຮົາໄດ້ເຫັນກັນໄປແລ້ວ ອີກທັ້ງຖ້າໃຊ້ໄປເລື້ອຍໆໂຕ AI ເອງຈະມີຕົວຢ່າງຂໍ້ມູນທີ່ຫຼາຍຂື້ນເພື່ອໃຫ້ຜົນລັບການຄຳນວນທີ່ທ່ຽງກົງຂື້ນເລື້ອຍໆອີກດ້ວຍ.

ແຕ່ວ່າການມາຂອງ AI ນີ້ບໍໄດ້ຫມາຍຄວາມວ່າມັນຈະມາທົດແທນແພດຫມໍ ເພາະສຸດທ້າຍແລ້ວຜູ່ຕັດສິນໃຈ ຈະຍັງຄົງເປັນຫມໍທີ່ຮັບຜິດຊອບ ພຽງແຕ່ວ່າເທັກໂນໂລຍີເຫລົ່ານີ້ ຈະມາເປັນຜູ້ຊ່ອຍແພດຫມໍທີ່ດີ ເຮັດໃຫ້ການປະເມີນແລະບົ່ງມະຕິຄົນປ່ວຍ ເຮັດໄດ້ໄວ ແລະມີປະສິດຕິພາບຂຶ້ນຢ່າງຫລວງຫລາຍ.

ທີ່ມາ: https://droidsans.com/google-ai-can-detect-cancer-better-than-6-experienced-radiologist/