ເພນກວິນໃນແອນຕາກຕິກາ ຂັບຖ່າຍກາສຫົວອອກມາຫຼາຍເກີນໄປ ເຮັດໃຫ້ນັກວິໄຈທີ່ໄປເຮັດການສຳຫຼວດຫົວບໍ່ຢຸດບໍ່ເຊົາ


ເລື່ອງດັ່ງກ່າວຖືກເອົາລົງໃນວາລະສານ Science of the Total Environment ໂດຍນັກວິທະຍາສາດສູນ CENPERM ແຫ່ງມະຫາວິທະຍາໄລໂຄເປນເຮເກນເດນໝາກ ເຊິ່ງບັນດານັກວິໄຈໄດ້ເຜີຍວ່າ ໃນຂະນະທີ່ກຳລັງສຶກສາເພນກວິນຢູ່ເກາະ South Georgia, ມີນັກວິໄຈຄົນໜຶ່ງເກີດອາການແປກໆ ແລ້ວກໍຫົວອອກມາຢ່າງໜັກໂດຍບໍ່ມີສາເຫດ ສ່ວນສະມາຊິກທີມວິໄຈອີກຄົນໜຶ່ງກໍມີອາການເຈັບຫົວ ແລະ ບໍ່ສະບາຍ.

ເຫດການດັ່ງກ່າວຄາດວ່າ ນັກວິໄຈທັງ 2 ອາດຈະເກັບຂໍ້ມູນຢູ່ໃກ້ໆກັບຝູງເພນກວິນເປັນເວລາດົນຫຼາຍຊົ່ວໂມງ ຈົນສູດດົມເອົາກາສຫົວຈາກມູນເພນກວິນໄປໃນປະລິມານຫຼາຍ ຈຶ່ງເກີດຜົນກະທົບດັ່ງກ່າວຂຶ້ນ.

ມູນຂອງເພນກວິນມີກາສໄນຕຣັສອັອກໄຊ ຫຼື ກາສຫົວໃນປະລິມານສູງ ໂດຍສະເພາະບໍລິເວນຖິ່ນທີ່ຢູ່ອາໄສຂອງຝູງເພນກວິນ, ເນື່ອງຈາກພວກມັນກິນປາ ແລະ ຈຳພວກຄຣິວ (Krill)  ສັດທະເລເປືອກຫຸ້ມທີ່ຄ້າຍກັບກຸ້ງໂຕນ້ອຍໆທີ່ມີປະລິມານໄນໂຕຣເຈນສູງເປັນອາຫານ.

ນອກຈາກນັ້ນ ມູນຂອງເພນກວິນຍັງສ້າງຜົນກະທົບຕໍ່ສິ່ງແວດລ້ອມອີກ, ເນື່ອງຈາກມູນທີ່ມັນຂັບຖ່າຍລົງໄປໃນດິນ ຈະຖືກແບັກທີເຣຍປ່ຽນເປັນກາສໄນຕຣັສອັອກໄຊ ເຊິ່ງເປັນໜຶ່ງໃນກາສເຮືອນແກ້ວທີ່ເປັນສາເຫດໃຫ້ເກີດພາວະໂລກຮ້ອນ ແລະ ມັນຍັງທຳລາຍສິ່ງແວດລ້ອມສູງກວ່າຄາບອນໄດອັອກໄຊເຖິງ 300 ເທົ່າ.

ຂອບໃຈຂໍ້ມູນຈາກ: https://www.bbc.com/thai/international-52676958

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/