ຣັດເຊຍເລີ່ມສັກວັກຊີນປ້ອງກັນໂຄວິດ-19 ໃຫ້ກັບສັດແລ້ວ!


ສັດກໍເປັນອີກສິ່ງທີ່ມີຊີວິດ ທີ່ມີຄວາມໝາຍຄວາມສຳຄັນຕໍ່ກັບຄົນເຮົາ ແລະ ມັນອາດຈະຕິດເຊື້ອໂຄວິດໄດ້, ດັ່ງນັ້ນ ຈຶ່ງມີການຜະລິດວັກຊີນໃຫ້ກັບສັດເປັນຕົ້ນແມ່ນ: ໝາ ແລະ ແມວ.

ສຳນັກຂ່າວ Reuters ໄດ້ລາຍງານວ່າ: ຫຼາຍໆເຂດໃນປະເທດຣັດເຊຍ ເລີ່ມສັກວັກຊີນປ້ອງກັນໃຫ້ກັບສັດຕາມຄີນິກສັດຕ່າງໆແລ້ວ.

ໃນເດືອນມີນາທີ່ຜ່ານມາຣັດເຊຍໄດ້ຈົດທະບຽນ ວັກຊີນໂຄວິດ-19 ສຳລັບສັດ ເປັນປະເທດທຳອິດຂອງໂລກ ຫຼັງຈາກທີ່ໄດ້ທົດສອບສ້າງການຕ້ານເຊື້ອໂຣກໃນໝາ, ແມວ, ມິງ ແລະ ໝາຈອກ.

ກ່ອນໜ້ານີ້ ໃນເດືອນມີນາ ທາງດ້ານສະຫະລັດກໍໄດ້ມີການສັກວັກຊີນສຳລັບສັດ ໂດຍສະເພາະໃຫ້ລີງໃຫຍ່ (Great apes) 9 ໂຕ, ທີ່ສວນສັດຊານດິເອໂກ ຫຼັງເກີດການແຜ່ລະບາດໃນກໍຣິລາ ໃນເດືອນມັງກອນທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/