ເສື້ອຂອງ Kobe Bryant ນັກກິລາບານບ້ວງ ຖືກປະມູນເປັນເສື້ອທີ່ແພງທີ່ສຸດໃນວົງການເສື້ອບານບ້ວງ


ເຖິງວ່າຕຳນານນັກກິລາບານບ້ວງ ໂຄບີ້ ໄບຣອັນ ຈະຈາກໂລກນີ້ໄປແລ້ວ, ແຕ່ທຸກເລື່ອງຂອງນັກກິລາຄົນນີ້ ຍັງຢູ່ໃນໃຈຂອງແຟນໆບໍ່ເຄີຍຈາງຫາຍໄປບ່ອນໃດ ຍັງມີຫຼາຍຄົນໃນໂລກໃບນີ້ກ່າວເຖິງຕະຫຼອດ ຫຼື ສິ່ງຂອງເຄື່ອງໃຊ້ສຳຄັນຂອງນັກກິລາຄົນນີ້ກໍຍັງສາມາດເອົາມາຂາຍ ແລະ ປະມູນໄດ້.

ໃນຫຼາຍມື້ທີ່ຜ່ານມາ ທາງບໍລິສັດ Goldin Auction ບໍລິສັດທີ່ຈັດການປະມູນໃນປະເທດສະຫະລັດອາເມຣິກາ ໄດ້ນຳເສື້ອແຂ່ງບານບ້ວງ ພ້ອມກັບລາຍເຊັນຂອງ ໂຄບີ້ ໄບຣອັນ ອອກມາປະມູນ, ເສື້ອຜືນນີ້ເປັນເສື້ອແຂ່ງຂອງ Los Angeles Lakers ຕົ້ນສັງກັດໜຶ່ງດຽວຂອງໂຄບີ້ໃນ NBA ທີ່ໂຄບີ້ໄດ້ໃສ່ແຂ່ງ ໃນລະດູການ 1996-1997, ໂດຍມີຫຼັກຖານການປຽບທຽບໃຫ້ເບິ່ງວ່າເປັນເສື້ອທີ່ Black Mamba ໃສ່ແທ້.

Goldin Auctions ບໍ່ໄດ້ລະບຸລາຄາເປີດປະມູນ ຫຼື ລາຄາຂັ້ນຕ່ຳໃນການຍົກປະມູນ, ແຕ່ລາຄາຂັ້ນຕ່ຳໃນການປິດປະມູນໄດ້ (Minimum Bid) ຄື: 100,000 ໂດລາສະຫະລັດ. ເພາະວ່າເປັນເສື້ອຂອງ ໂຄບີ້ ແນ່ນອນຢູ່ແລ້ວຄົນທີ່ຮັກໂຄບີ້ ຕ່າງກໍຢາກໄດ້ຂອງສະສົມ ແລະ ຢາກໄດ້ເສື້ອຜືນນີ້ ຈຶ່ງໄດ້ຍົກເພີ່ມລາຄາຂຶ້ນເຖິງ 50 ຄັ້ງ ສຸດທ້າຍກໍປິດການປະມູນຢູ່ທີ່ລາຄາ 3.69 ລ້ານໂດລາສາຫະລັດ.

ໃນລາຄາທີ່ປິດໄປນັ້ນ ເຮັດໃຫ້ເສື້ອຂອງໂຄບີ້ຜືນນີ້ ເປັນເສື້ອບານບ້ວງ ທີ່ແພງທີ່ສຸດໃນໂລກ ແຊງເສື້ອຂອງ ໄມເຄິນ ຈໍແດນ ສະໄໝຫຼິ້ນໃຫ້ມະຫາໄລນໍແຄໂຣໄລນາ ເມື່ອລະດູການ 1982-1983 ທີ່ປິດປະມູນໄປໃນລາຄາ 1.38 ລ້ານໂດລາສະຫະລັດ ເມື່ອຕົ້ນເດືອນທີ່ຜ່ານມາ.

ແຕ່ຖ້າເວົ້າເຖິງເສື້ອກິລາທີ່ແພງທີ່ສຸດໃນໂລກ ກໍເປັນເສື້ອ Baseball ຂອງ ເບັບ ຣູດ ຕຳນານຂອງວົງການທີ່ໃສ່ແຂ່ງໃນໄລຍະປີ 1928-1930 ຖືກປະມູນໄປໃນລາຄາ 5.64 ລ້ານໂດລາສະຫະລັດ ໃນປີ 2019.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/