ອ້າວ ອ້າວ ຊິເອົາຈັ່ງໃດ? ໄຫວບໍ່ນິ? ເທື່ອທຳອິດສຳລັບສຽງພາສາລາວ ທີ່ເຂົ້າໄປຢູ່ໃນເກມ Dota 2


ເປັນເທື່ອທຳອິດທີ່ມີສຽງເວົ້າພາສາລາວເຂົ້າໄປຢູ່ໃນເກມລະດັບໂລກຢ່າງ Dota 2. ເນື່ອງຈາກຕອນນີ້ເກມ Dota 2 ໄດ້ມີຟີເຈີໃໝ່ທີ່ເອີ້ນວ່າ Supporters Club ເພື່ອໃຫ້ຜູ້ຫຼິ້ນສາມາດຈ່າຍເງິນ ເພື່ອສະໜັບສະໜູນທີມທີ່ເຮົາມັກ ແລະ ຈະໄດ້ຮັບເຄື່ອງທີ່ລະນຶກທີ່ໃຊ້ໃນເກມ.
“ອ້າວ! ອ້າວ! ຊິເອົາຈັ່ງໃດ? ໄຫວບໍ່ນິ?” ກໍເປັນໜຶ່ງໃນສຽງທີ່ເຮົາຈະໄດ້ຮັບ ຖ້າເຮົາສະໜັບສະໜູນ ທີມ Motivate.Trust ເຊິ່ງເປັນທີມຂອງປະເທດໄທ ແຕ່ວ່າໃນທີມໄດ້ມີຜູ້ຫຼິ້ນໃນຕຳແໜ່ງ Carry ທີ່ເປັນຄົນລາວນັ້ນກໍຄື “JaCkky” ທີ່ເປັນຂວັນໃຈຂອງຄົນທີ່ຫຼິ້ນ Dota 2 ສ່ວນໃຫຍ່ໃນລາວ.

ສຳລັບຜູ້ຫຼິ້ນ Dota 2 ຄົນລາວທີ່ຢາກສະໜັບສະໜູນ ແລະ ໄດ້ສຽງນີ້ໄປໃຊ້ກໍສາມາດສະໝັກເປັນທີມ Supporters Club ໄດ້ແລ້ວຕອນນີ້.

ທີ່ມາ: https://bit.ly/3fRP58s

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/