ຍີ່ປຸ່ນຈະເປີດຕົວ “ລົດບິນໄດ້” ຢ່າງເປັນທາງການໃນປີ 2023!!!


ຂຶ້ນຊື່ວ່າປະເທດຍີ່ປຸ່ນ ປະເທດນີ້ຈະມີເທັກໂນໂລຢີລ້ຳສະໄໝອອກມາໃຫ້ເຮົາໄດ້ຕື່ນຕາຕື່ນໃຈຢູ່ຕະຫຼອດ ໂດຍຫຼ້າສຸດ ຍີ່ປຸ່ນໄດ້ປະກາດວ່າຈະເປີດຕົວ “ລົດບິນໄດ້” ຢ່າງເປັນທາງການໃນປີ 2023 ເຊິ່ງເປັນອີກ 2 ປີທີ່ຈະມາຮອດໄວໆນີ້!!!

SkyDrive ເປັນບໍລິສັດ Startup ໃນຍີ່ປຸ່ນທີ່ມີແນວຄິດຈະສ້າງລົດທີ່ບິນໄດ້ຂຶ້ນມາ ໂດຍໂຄງການນີ້ເລີ່ມຂຶ້ນຕັ້ງແຕ່ປີ 2012 ມີບໍລິສັດແຖວໜ້າຂອງຍີ່ປຸ່ນຫຼາຍແຫ່ງໃຫ້ການສະໜັບສະໜູນ ເຊັ່ນ: TOYOTA, Panasonic ລວມເຖິງບໍລິສັດພັດທະນາເກມຊື່ດັງ BANDAI NAMCO.

ລົດບິນດັ່ງກ່າວມີຊື່ວ່າ “SD-03” ມີຂະໜາດນ້ອຍທີ່ສຸດໃນໂລກ ນັ່ງໄດ້ພຽງ 1 ຄົນ, ຄວາມກວ້າງ ແລະ ຄວາມຍາວ 4 ແມັດ. ຫຼັງຈາກຜ່ານໄປ 8 ປີ ຫຼື ໃນປີທີ່ຜ່ານມາ ໃນທີ່ສຸດທາງບໍລິສັດໄດ້ທົດສອບຂຶ້ນບິນແທ້ພ້ອມກັບຄົນຂັບ ແລະ ສາມາດລອຍຕົວຈາກພື້ນໄດ້ເຖິງ 4 ນາທີ. ໂທໂມຮິໂຣະ ຟຸຄຸຊາວະ ຫົວໜ້າໂຄງການ SkyDrive ໄດ້ເປີດເຜີຍວ່າ ການທົດສອບຖືວ່າປະສົບຜົນສຳເລັດ ແລະ ຈະເປີດຕົວໃນປີ 2023.

ຢ່າງໃດກໍຕາມ ການບິນຍັງມີຄວາມທ້າທາຍຫຼາຍອັນ ບໍ່ວ່າຈະເປັນແບັດເຕີຣີ້, ການຄວບຄຸມການຈະລາຈອນທາງອາກາດ… ຕ້ອງພັດທະນາຕໍ່ໄປເພື່ອຄວາມປອດໄພຕໍ່ຄົນໃຊ້ວຽກ ແລະ ຄົນອ້ອມຂ້າງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/