ອິນໂດເນເຊຍ ກຽມສ້າງສະກຸນເງິນດິຈິຕອລຂອງຕົນເອງ ເພື່ອຕອບສະໜອງການໃຊ້ຈ່າຍອອນໄລນ໌ທີ່ເພີ່ມສູງຂຶ້ນ


ໃນປະເທດອິນໂດເນເຊຍມີການໃຊ້ຈ່າຍແບບອອນໄລນ໌ສູງ ທາງທະນາຄານກາງຈຶ່ງໄດ້ກຳລັງສ້າງ Platform ເພື່ອມາຮອງຮັບການໃຊ້ຈ່າຍອອນໄລນ໌ນີ້ຂຶ້ນມາຊື່ວ່າ: ຣູເປຍ ດິຈິຕອລ (Rupiah Digital) ເປັນສະກຸນເງິນດິຈິຕອລທີ່ອອກໂດຍທະນາຄານກາງຂອງ ອິນໂດເນເຊຍ.

ທ່ານ Warijiyo ຜູ້ວ່າການທະນາຄານອິນໂດເນເຊຍໄດ້ກ່າວວ່າ “Bank Indonesia ໄດ້ມີເປົ້າໝາຍທີ່ຈະຄວບຄຸມສະກຸນເງິນດິຈິຕອລຂອງທະນາຄານກາງ ໃຫ້ມີລັກສະນະດຽວກັນກັບເງິນສົດ ແລະ ບັດເຄດິດ”

ເຖິງຢ່າງໃດກໍຕາມ ປັດຈຸບັນສະກຸນເງິນ ຣູເປຍ ດິຈິຕອລ ຍັງເປັນວິທີຊຳລະເງິນດຽວ ທີ່ໄດ້ຮັບອະນຸຍາດໃຫ້ມີການຊຳລະ ຫຼື ເຮັດທຸລະກຳໄດ້ຢ່າງຖືກກົດໝາຍ, ເພາະກ່ອນໜ້ານີ້ທາງ ອິນໂດເນເຊຍ ໄດ້ສັ່ງຫ້າມການນຳໃຊ້ສະກຸນເງິນດິຈິຕອລເປັນການຊຳລະຄ່າໃຊ້ຈ່າຍຕ່າງໆ ໃນປີ 2017 ແລະ ໜ່ວຍງານດ້ານພາສີຂອງປະເທດໄດ້ອອກມາກ່າວວ່າ “ພວກເຮົາກຳລັງສຶກສາແຜນການເກັບພາສີຈາກການຊື້ຂາຍ Cryptocurrency”

ຂໍ້ມູນຈາກ : https://bit.ly/3bUE6Ka

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/