ບໍລິສັດ GMM Grammy ຈັບມືຮ່ວມທຶນກັບບໍລິສັດ YG Entertainment ເປີດບໍລິສັດ YGMM


ເປັນອີກເລື່ອງທີ່ໜ້າສົນໃຈ ທີ່ບໍລິສັດຊື່ດັງປະເທດໄທ GMM Grammy ໄດ້ຍື່ນຈັດຕັ້ງບໍລິສັດຮ່ວມທຶນຕໍ່ຕະຫຼາດຫຼັກຊັບແຫ່ງປະເທດໄທ ໃນວັນທີ 24 ພຶດສະພາ ທີ່ຜ່ານມາ, ໂດຍຮ່ວມມືກັບ YG Entertainment ໜຶ່ງໃນບໍລິສັດທີ່ຜະລິດຜົນງານບັນເທີງຊື່ດັງຂອງ ສ.ເກົາຫຼີ ເປີດເປັນບໍລິສັດຊື່ວ່າ: YGMM ດ້ວຍມູນຄ່າ 200 ລ້ານບາດ.

ຖືໄດ້ວ່າເປັນຂ່າວທີ່ໜ້າຈັບຕາເບິ່ງເປັນພິເສດ ເມື່ອບໍລິສັດບັນເທີງຍັກໃຫຍ່ຂອງໄທ ແລະ ເກົາຫຼີ ໄດ້ຮ່ວມງານກັນ, ເຊິ່ງບໍລິສັດ YG Entertainment ກໍເປັນບໍລິສັດທີ່ມີຜົນງານໂດດເດັ່ນ ແລະ ເປັນບໍລິສັດທີ່ມີວົງຊື່ດັງຢ່າງ BLACKPINK, BIGBANG, iKON… ໄດ້ຮ່ວມງານກັນໃນຊື່ YGMM ເພື່ອປະກອບກິດຈະການດ້ານທຸລະກິດບັນເທີງທຸກຊະນິດ ແລະ ໃຫ້ຄຳປຶກສາເຊັ່ນ: ຈັດງານຄອນເສີດ, ຮູບເງົາ ແລະ ການສະແດງຕ່າງໆ ແລະ ໃນການຖືຫຸ້ນ 51% ເປັນຂອງ GMM Grammy ແລະ 49% ເປັນຂອງ YG Entertainment.

YG Entertainment

ນັບໄດ້ວ່າເປັນການພົບກັນຂອງສື່ບັນບັນເທີງຊື່ດັງ ທີ່ທັງສອງບໍລິສັດຕ່າງກໍຜະລິດຜົນງານດີອອກມາຕະຫຼອດ ແລະ ຜະລິດຜົນງານຕ່າງໆອອກມາເລື້ອຍໆ. GMM Grammy ຈະເລີ່ມເຂົ້າສູ່ຕະຫຼາດໄອດໍ້ຢ່າງຈິງຈັງ ຫຼັງເປີດຮັບສະໝັກອໍດິຊັນສີລະປິນໃໝ່ໄປຫຼາຍປີທີ່ຜ່ານມາ. ຫຼັງຈາກນີ້ ກໍຕ້ອງໄດ້ຈັບຕາກັນເບິ່ງແລ້ວວ່າ ທັງສອງບໍລິສັດຈະມີຜົນງານຮ່ວມກັນອອກມາແບບໃດ.

GMM Grammy

ຂອບໃຈຂໍ້ມູນຈາກ: https://bit.ly/2QRnxaP

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/