ພານ້ອງປາອອກໄປຍ່າງຫຼິ້ນ ດ້ວຍຕູ້ປາແບບພົກພາ Katsugyo Bag


ເຮົາຈະສາມາດພາປາທີ່ລ້ຽງໄວ້ ອອກໄປຍ່າງຫຼິ້ນນຳໄດ້ແລ້ວ!
Katsugyo Bag ເປັນຜະລິດຕະພັນຕູ້ປາຂະໜາດນ້ອຍ ທີ່ສາມາດພົກພາ ແລະ ສາມາດນຳປາອອກໄປຍ່າງຫຼິ້ນຢູ່ນອກເຮືອນໄດ້ ແບບດຽວກັບທີ່ເຮົາພາ ໝາ ຫຼື ແມວອອກໄປຍ່າງຫຼິ້ນ, ເປັນຜະລິດຕະພັນທີ່ຄິດຄົ້ນຂຶ້ນໂດຍບໍລິສັດ MA Corporation ຂອງປະເທດຍີ່ປຸ່ນ.

Katsugyo Bag ອອກແບບມາໃຫ້ຄ້າຍໆກັບກະເປົາທີ່ສາມາດພົກພາໄດ້ສະດວກ ເປັນຮູບຊົງແບບກະບອກ ພ້ອມກັບມີລະບົບອົກຊີແຊນ ແລະ ເຄື່ອງວັດແທກອຸນຫະພູມນ້ຳ ທີ່ສາມາດເຮັດໃຫ້ປາມີອາກາດ ແລະ ສາມາດດຳລົງຊີວິດຢູ່ໃນນັ້ນໄດ້.

ເໝາະສຳລັບຄົນທີ່ຊື້ປາລາຄາແພງມາລ້ຽງ ແຕ່ບໍ່ມີໂອກາດນຳອອກໄປສະແດງໃຫ້ໝູ່ເພື່ອນໄດ້ເຫັນ, ກໍນຳໃສ່ Katsugyo Bag ແລ້ວພາອອກໄປໃຫ້ໝູ່ໄດ້ເຫັນນຳກັນ.

ແຕ່ໃນຄວາມເປັນຈິງແລ້ວ Katsugyo bag ຫຼື ຕູ້ປາກະເປົານີ້ ໄດ້ຖືກອອກແບບມາ ເພື່ອຮັກສາຄວາມສົດຂອງປາ ເພື່ອນຳໄປປະກອບອາຫານເຊັ່ນ: ຊູຊິ, ຊາຊິມິ ທີ່ຕ້ອງການຄວາມສົດໃໝ່ຂອງປາເປັນຫຼັກ, ແຕ່ທາງຜູ້ຜະລິດ ກໍບໍ່ໄດ້ວ່າຫຍັງຫາກຈະໃຊ້ເພື່ອພາປາເດີນທາງໄປມາ ໃນໄລຍະໃກ້ໆ.

ຂອບໃຈຂໍ້ມູນຈາກ : https://bit.ly/3wtRihc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/