ເປີດຕົວ Insta360 Flow ໄມ້ກັນສັ່ນສໍາລັບສະມາດໂຟນດ້ວຍພະລັງຂອງ AI


Insta360 ໄດ້ເປີດຕົວໄມ້ກັນສັ່ນ 3 ເເກນຮຸ່ນໃໝ່ສຳລັບສະມາດໂຟນຊື່ວ່າ “Insta360 Flow” ທີ່ຈະຊ່ວຍໃຫ້ການຖ່າຍວິດີໂອໄດ້ດີຂຶ້ນເເບບມືອາຊີບ ດ້ວຍລະບົບ AI Tracking ຂັ້ນສູງທີ່ຊ່ວຍຈັບໂຟກັດ ເເລະ ຕິດຕາມວັດຖຸທີ່ຕ້ອງການຖ່າຍໄດ້ຢ່າງໝັ້ນຄົງ ພ້ອມລະບົບການປ້ອງກັນພາບສັ່ນໄຫວເເບບ 3 ເເກນ.

ນອກຈາກນີ້ມັນຍັງມີນ້ຳໜັກທີ່ເບົາພຽງ 369g ເທົ່ານັ້ນ ພົກພາສະດວກບໍ່ກິນເນື້ອທີ່ຈັດເກັບ ສາມາດພັບເເລ້ວເກັບເຂົ້າຖົງໂສ້ງໄດ້ເລີຍ  ເເຖມຍັງສາມາດຍືດອອກເປັນໄມ້ເຊວຟີ, ຂາຕັ້ງກ້ອງ, ເປັນ Power bank ສຳລັບສາກເເບັດໃຫ້ກັບສະມາດໂຟນອີກດ້ວຍ, ໃຊ້ໄດ້ທັງສະມາດໂຟນ Android ເເລະ IOS.

ສິ່ງທີ່ເຮັດໃຫ້ໄມ້ກັນສັ່ນນີ້ພິເສດກວ່າທຸກຕົວກໍຄື “Deep Track 3.0” ລະບົບການປ້ອງກັນພາບສັ່ນໄຫວທີ່ຈັບຄູ່ກັບເທັກໂນໂລຢີການຕິດຕາມ AI  ຂອງ Insta360 , ເຮັດໃຫ້ມັນສາມາດຕິດຕາມວັດຖຸໄດ້ເເບບ real time ໝຸນໄປຕາມ​ການ​ເຄື່ອນ​ໄຫວ​ ແລະ ຈັດວາງກອບໃຫ້ໂດຍອັດຕະໂນມັດ.

ໂດຍຕົວ Deep Track 3.0 ນີ້ນອກຈາກສາມມາດຕິດຕາມວັດຖຸເເລ້ວ ມັນຍັງສາມາດຈົດຈຳໃບໜ້າບຸກຄົນໄດ້ອີກດ້ວຍ ຕົວຢ່າງ: ສົມມຸດວ່າຄົນທີ່ກຳລັງ Tracking ຢູ່ຫຼຸດກອບໄປເເລ້ວມີຄົນອື່ນເຂົ້າມາເເທນ, ຕົວ Deep Track 3.0 ກໍສາມາດຈົດຈໍາ ເເລະ ເເຍກເເຍະໄດ້ ມັນຈະໂຟກັດໃຫ້ເເຕ່ຄົນທີ່ເຮົາເລືອກເທົ່ານັ້ນ ຫຼື ປັບເປັນເເບບ All-Angle Tracking ໃຫ້ຕິດຕາມວັດຖຸໃໝ່ກໍສາມາດເຮັດໄດ້.

ນອກຈາກນີ້ Insta360 Flow ຍັງມີຄຸນສົມບັດທີ່ຫຼາກຫຼາຍເຊັ່ນ: Zoom Tracking, Slow Motion Tracking, Motion Timelapse, 360 Panorama, TimeShift, Dolly Zoom, FPV Mode ເເລະ Live Mode, ເພື່ອປັບກອບພາບໃຫ້ຕິດຕາມຕົວເຮົາໃນຂະນະໃຊ້ງານ Video call ຫຼື live streaming ໃນເເອັບອື່ນໆເຊັ່ນ: FaceTime, Instagram ເເລະ TikTok. ໂດຍຕົວໄມ້ກັນສັ່ນນີ້ຈະໝຸນຕິດຕາມເຮົາບໍ່ໃຫ້ຫຼຸດອອກຈາກກອບດ້ວຍລະບົບ Tracking Recovery , ເຖິງເເມ່ນວ່າວັດຖຸຈະຫຼຸດອອກຈາກກອບ ກໍຈະຕິດຕາມຕໍ່ດ້ວຍການ Zoom ຫຼື ຕິດຕາມຕາມທິດທາງທີ່ວັດຖຸເຄື່ອນທີ່.

ໃນການຄວບຄຸມສາມາດໃຊ້ SmartWheel ຢູ່ດ້ານຂ້າງຂອງມືຈັບ gimbal ຫຼື ສາມາດນໍາໃຊ້ gestures ຜ່ານການສະເເດງທ່າທາງຕ່າງໆ, ເຮັດໃຫ້ມັນສະດວກໃນການຄວບຄຸມໃນຂະນະທີ່ຢູ່ທາງໜ້າຂອງກ້ອງ. ເຊິ່ງຕົວມັນເອງຍັງສາມາດເຮັດໜ້າທີ່ເປັນ power bank ເພື່ອສາກໂທລະສັບສະມາດໂຟນ ແລະ ມີ cold shoe ເພື່ອຕິດອຸປະກອນເສີມຕ່າງໆ ເຊັ່ນ: ໄມໂຄຣໂຟນໄດ້ອີກດ້ວຍ. ມາພ້ອມກັບແບັດເຕີຣີ 2,900mAh ສາມາດໃຊ້ງານຕໍ່ເນື່ອງໄດ້ເຖິງ 12 ຊົ່ວໂມງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/