ສະມາຄົມເຄື່ອງນຸ່ງຫົ່ມ ສປປ ລາວ ໄດ້ຮ້ອງຂໍໃຫ້ລັດຖະບານລົດພາສີການນຳເຂົ້າ


ສະມາຄົມເຄື່ອງນຸ່ງຫົ່ມປະເທດລາວ ໄດ້ຮຽກຮ້ອງໃຫ້ລັດຖະບານລົດພາສີນຳເຂົ້າວັດຖຸດິບ ເພື່ອລົດຕົ້ນທຶນການຜະລິດ ເພື່ອສ້າງຄວາມສາມາດໃນການແຂ່ງຂັນໃຫ້ແກ່ອຸດສາຫະກຳເຄື່ອງນຸ່ງຫົ່ມຂອງປະເທດໃນເວທີໂລກ. ຈາກຂໍ້ມູນທະນາຄານໂລກປີ 2015 ພົບວ່າ ອຸດສາຫະກຳເສື້ອຜ້າເປັນອຸດສາຫະກຳໜຶ່ງທີ່ສຳຄັນຕໍ່ເສດຖະກິດຂອງ ສປປ ລາວ ໂດຍຄິດເປັນສັດສ່ວນ 10% ຂອງການຂົນສົ່ງອອກລວມ ແລະ ສ້າງງານໄດ້ຫຼາຍກວ່າ 1% ຂອງແຮງງານທັງໝົດຂອງປະເທດ ຂະນະທີ່ອຸດສາຫະກຳປູກຝັງຢູ່ທີ 80%.

ປັດຈຸບັນ ອຸດສາຫະກຳເຄື່ອງນຸ່ງຫົ່ມ ໄດ້ຮັບຜົນກະທົບຈາກການຂາດແຄນແຮງງານ ເນື່ອງຈາກແຮງງານເລືອກເດີນທາງອອກນອກປະເທດ ເພື່ອສະແຫວງຫາໂອກາດທີ່ດີກວ່າ ພ້ອມທັງຍັງມີເງິນທີ່ເຟີ້ຢ່າງຮຸນແຮງສຳລັບປະເທດລາວຄ່າເງິນກີບອ່ອນຄ່າລົງ ລວມໄປເຖິງລາຄານ້ຳມັນທີ່ສູງຂຶ້ນ ປັບສົມດຸນບໍ່ໄດ້ໃນແຕ່ລະເດືອນ ເຊິ່ງເລີ່ມເປັນມາຕັ້ງແຕ່ຄວາມບໍ່ສະຫງົບສຸກລະຫວ່າງປະເທດຣັດເຊຍກັບຢູເຄຣນ.

ເຖິງຢ່າງໃດກໍຕາມ ເຈົ້າຂອງບໍລິສັດແຫ່ງໜຶ່ງໃນ ສປປ ລາວ ໄດ້ກ່າວວ່າ ບໍລິສັດຕ່າງໆທີ່ຕ້ອງການງົດເວົ້ນພາສີນຳເຂົ້າວັດຖຸດິບ ສາມາດຍື່ນເອກະສານຂໍສະຖານະຈາກຄະນະກຳມະການ ສົ່ງເສີມການລົງທຶນເພື່ອລົດພາລະຂອງພາສີນຳເຂົ້າໄດ້.

ນອກຈາກນີ້ ຈາກຂໍ້ມູນສະຖິຕິຂອງລັດຖະບານລາວ ພົບວ່າ ໃນປັດຈຸບັນມີບໍລິສັດເຄື່ອງນຸ່ງຫົ່ມຢູ່ 77 ແຫ່ງ ໂດຍ 51 ແຫ່ງ ເປັນບໍລິສັດຂະໜາດໃຫຍ່ ທີ່ເຮັດການຜະລິດເພື່ອສົ່ງອອກ ຂະນະທີ່ອີກ 26 ແຫ່ງ ເປັນບໍລິສັດຂະໜາດນ້ອຍ ແລະ ຂະໜາດກາງ ທີ່ຜະລິດເພື່ອຈຳໜ່າຍໃນປະເທດ ເຊິ່ງບໍລິສັດເຄື່ອງນຸ່ງຫົ່ມຈຳນວນ 53 ແຫ່ງ ເປັນສະມາຊິກສາມາຄົມໂດຍ 7 ແຫ່ງ ມີເຈົ້າຂອງເປັນຊາວລາວ 6 ແຫ່ງ ເປັນບໍລິສັດຮ່ວມທຶນ ແລະ ອີກ 40 ແຫ່ງ ມີເຈົ້າຂອງເປັນຊາວຕ່າງຊາດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/