ແຊ້ມຢ່າງດຽວ! ກອງຫຼັງທີມຊາດລາວ ໝັ້ນໃຈ ຈະສາມາດຊະນະ ເນປານ ແລະ ຄວ້າຂັນຮາງວັນ ໃນການແຂ່ງຂັນມື້ນີ້ໃຫ້ໄດ້


ໃນທີ່ສຸດທີມຊາດລາວ ກໍເດີນທາງມາຮອດນັດຊິງຊະນະເລີດໃນການແຂ່ງຂັນບານເຕະ ຊິງຂັນຮາງວັນນາຍົກ ປະເທດ ເນປານ (FIFA DAY) ພາຍຫຼັງເສຍຫຼັກປະລາໄຊໃຫ້ກັບເຈົ້າພາບໄປກ່ອນໃນນັດທຳອິດ ແຕ່ສຸດທ້າຍກໍພິກສະຖານະການ ຄວ້າໂອກາດແກ້ຕົວກັບເຂົ້າມາເປັນຜູ້ທ້າຊິງກັບ ເນປານ ເຈົ້າພາບໄດ້ໃໝ່ ແລະ ຈະເລີ່ມແຂ່ງຂັນກັນໃນມື້ນີ້ ເວລາ 18:45 ໂມງ.

ຕໍ່ກັບການແຂ່ງຂັນດັ່ງກ່າວ ນະລົງສິດ ຈັນທະລັງສີ ກອງຫຼັງຄົນສຳຄັນຂອງນັກເຕະທີມຊາດລາວຊຸດນີ້ ໄດ້ອອກມາສະແດງຄວາມໝັ້ນໃຈວ່າ ນັກເຕະລາວຊຸດນີ້ ມີສັກກະຍະພາບ ແລະ ຄວາມສາມາດພຽງພໍ ທີ່ຈະຄວ້າແຊ້ມໃນການແຂ່ງຂັນຄັ້ງນີ້ ໄດ້ ແລະ ໝັ້ນໃຈວ່າທີມຊາດລາວ ຈະເອົາຊະນະເນປານ ໃນການແຂ່ງຂັນມື້ນີ້ໃຫ້ໄດ້ຢ່າງແນ່ນອນ.

ໂດຍ ນະລົງສິດ ລະບຸວ່າ: “ປັດຈຸບັນທີມຊາດລາວເຮົາມີການເຝິກຊ້ອມທີ່ດີ ແລະ ມີຄວາມພ້ອມເກີນຮ້ອຍເປີເຊັນ. ເຊິ່ງການແຂ່ງຂັນໃນມື້ນີ້ ພວກເຮົາໄດ້ຕັ້ງເປົ້າວ່າຈະເປັນແຊ້ມພຽງຢ່າງດຽວເທົ່ານັ້ນ ຈະບໍ່ມີຄຳວ່າ ທີ 2​”  ພ້ອມນີ້ ນະລົງສິດ ຍັງໄດ້ຝາກເຖິງກອງເຊຍລາວໃຫ້ສົ່ງແຮງໃຈ ເພື່ອຊ່ວຍທີມຊາດລາວຊຸດນີ້ ຄວ້າແຊ້ມໃຫ້ໄດ້.

ທາງດ້ານຂອງ ທ່ານ ໄມເຄິນ ໄວສ໌ ຫົວໜ້າຄູເຝິກທີມຊາດລາວ ຊຸດໃຫຍ່ ໄດ້ຖະແຫຼງຕໍ່ສື່ມວນຊົນວ່າ: “ທີ່ຜ່ານມາພວກເຮົາມີ ການແຂ່ງຂັນທີ່ດີ ກໍຄື AFF MITSUBISHI ELECTRIC CUP ນັກກິລາມີປະສົບການຈາກ ລາຍການນັ້ນ ບໍ່ຫຼາຍກໍໜ້ອຍ ເຊິ່ງນັກກິລາສ່ວນຫຼາຍກໍຍັງໜຸ່ມນ້ອຍແຂງແຮງ ແລະ ຍັງມີ ສຸກອາພອນ ເຊິ່ງເປັນອ້າຍໃຫຍ່ໃນທີມ, ພວກເຮົາຈະເຮັດໃຫ້ເຕັມຮ້ອຍ ເຊື່ອແນ່ວ່າມື້ອື່ນຈະເປັນເກມທີ່ມ່ວນຢ່າງແນ່ນອນ”

ສຳລັບເສັ້ນທາງໃນການແຂ່ງຂັນຄັ້ງນີ້ຂອງ ສປປ ລາວ ແມ່ນເປີດການແຂ່ງຂັນນັດທຳອິດບໍ່ໄດ້ດີປານໃດ ເມື່ອປະລາໄຊໃຫ້ກັບທີມຊາດ ເນປານ ເຈົ້າພາບ ໄປກ່ອນ 0 ປະຕູຕໍ່ 2. ແຕ່ກໍຍັງດີທີ່ນັດຕໍ່ມາສາມາດເອົາຊະນະ ບູຖານໄດ້ 2 ​ປະຕູຕໍ່ 1 ​ເຮັດໃຫ້ທີມຊາດລາວລົງແຂ່ງ 2​ ນັດ ມີ 3 ຄະແນນ ຜ່ານເຂົ້າຮອບຊິງຊະນະເລີດໄດ້ແບບຕ້ອງລຸ້ນກັນຈົນຮອດນັດສຸດທ້າຍ.

ສ່ວນສະຖິຕິ ສຳລັບການພົບກັນລະຫວ່າງ ທີມຊາດລາວ ແລະ ທີມຊາດ ເນປານ ແມ່ນພົບກັນມາແລ້ວທັງໝົດ 3 ນັດ. ນັດທຳອິດ ສະເໝີກັນໄປ 1 ປະຕູຕໍ່ 1, ນັດທີ 2​ແມ່ນ ສະເໝີກັນໄປ 2 ປະຕູຕໍ່ 2 ໃນ ກ່ອນທີ່ໃນນັດນີ້ ທີມຊາດລາວ ຈະປະລາໄຊຈາກການດວນຈຸດໂທດໄປ 0 ປະຕູຕໍ່ 3 ແລະ ໃນນັດທີ 3 ​ຫຼ້າສຸດນີ້ ກໍຄື ທີມຊາດລາວ ປະລາໄຊໄປ 0 ປະຕູຕໍ່ 2. ນັ້ນໝາຍຄວາມວ່າ ຕະຫຼອດ 3 ນັດ ທີ່ພົບກັນມາ ທີມຊາດລາວ ເຮົາຍັງບໍ່ສາມາດເອົາຊະນະທີມຊາດ ເນປານໄດ້ເລີຍຈັກນັດ.

ການແຂ່ງຂັນບານເຕະ ຊິງຂັນນາຍົກ ທີ່ປະເທດເນປານ (FIFA DAY) ນັດຊິງຊະນະເລີດ ລະຫວ່າງທີມຊາດ ເນປານ ກຳລັງຈະເລີ່ມເປີດສາກຂຶ້ນໃນວັນທີ 31​ ມີນາ 2023 (ມື້ນີ້) ເວລາ 18:45 ໂມງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/