ໃນທີ່ສຸດກໍມາ! Jisoo BLACKPINK ປ່ອຍຜົນງານເພງດ່ຽວ Flower


Jisoo BLACKPINK ໄດ້ປ່ອຍອາລະບ້ຳດ່ຽວຊຸດທຳອິດ ໃນວັນທີ 31 ມີນາ 2023 ເວລາ 13:00 ໂມງຕາມເວລາທ້ອງຖິ່ນຂອງເກົາຫຼີໃຕ້ (11:00 ໂມງປະເທດລາວ) ບອກເລີຍວ່າງານນີ້ຄົນລໍຖ້າຮັບຊົມ MV ເກີນ 500.000 ຄົນ ກາລັນຕີໂລໂກ້ BLACKPINK Girl Group ລະດັບໂລກ.

ຫຼັງຈາກປ່ອຍຕົວຢ່າງໃຫ້ຊົມກັນໃນວັນທີ 5 ມີນາ 2023 ທີ່ຜ່ານມາ BLINK ຫຼາຍຄົນກໍອົດໃຈຖ້າບໍ່ໄຫວ ຫຼ້າສຸດ Jisoo ເອື້ອຍໃຫຍ່ຂອງວົງ BLACKPINK ກໍໄດ້ປ່ອຍຊິງເກີ້ ອາລະບ້ຳດຽວຊຸດທຳອິດອອກມາແລ້ວໃນຊື່ຊຸດວ່າ ME.

ໃນອາລະບ້ຳປະກອບດ້ວຍ 2 ເພງ ເລີ່ມຕົ້ນກັນດ້ວຍເພງ FLOWER ເປັນສະໄຕປັອບປະສົມກັບສຽງສັງເຄາະຕ່າງໆທີ່ໄດ້ຈາກ 24, VVN, KUSH ແລະ TEDDY. ສ່ວນ MV ກໍໄດ້ໄປຖ່າຍທຳໄກຮອດ Universal Studios ທີ່ປະເທດອາເມຣິກາ. ມາຕໍ່ກັນກັບເພງທີ 2 All Eyes On Me ເພງນີ້ Jisoo ຈະໄດ້ສະແດງຄວາມສາມາດທາງດ້ານສຽງຮ້ອງ ເປັນເພງທີ່ໂດດເດັ່ນດ້ວຍສຽງກອງທີ່ມີຊີວິດຊີວາ ປະກອບດ້ວຍສຽງກີຕ້າ ແລະ ເບສ.

ໂດຍອາລະບ້ຳ ME ຂອງ Jisoo ຖືວ່າປະສົບຄວາມສຳເລັດກ່ອນເພງຈະຖືກປ່ອຍອີກ ດ້ວຍການມີຍອດສັ່ງຊື້ຫຼາຍກວ່າ 1,24 ລ້ານຊຸດ ແລະ ເຮັດໃຫ້ Jisoo ກາຍເປັນສິລະປິນ K-POP ຍິງດ່ຽວຄົນທຳອິດທີ່ສາມາດສ້າງປະຫວັດສາດໜ້າໃໝ່ນີ້ໄດ້ ໃຜຍັງບໍ່ໄດ້ຟັງກໍຮີບໄປຟັງ ຟັງແລ້ວຫູຈະເຄືອບທອງບອກເລີຍ!!!

ຟັງໄດ້ທີ່: https://www.youtube.com/watch?v=YudHcBIxlYw

 ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/