ກຽມຕ້ອນຮັບນັກທ່ອງທ່ຽວຈີນ ລົດໄຟຂ້າມແດນຖ້ຽວທຳອິດ ຄຸນໝິງ-ວຽງຈັນ ຈະມາຮອດແຜ່ນດິນລາວ 13 ເມສາ 2023


ໃກ້ເຂົ້າມາທຸກມື້ແລ້ວກັບຖ້ຽວລົດໄຟລາວຈີນຂ້າມແດນ ທີ່ຈະອຳນວຍຄວາມສະດວກໃຫ້ແກ່ການເດີນທາງຂ້າມແດນ ລາວ-ຈີນ ຂອງປະຊາຊົນທັງ 2 ຝ່າຍ ພ້ອມທັງຈະກາຍເປັນເສັ້ນເລືອດສຳຄັນໃນການລໍ່ລ້ຽງອຸດສາຫະກຳການທ່ອງທ່ຽວ ຂອງທັງ 2 ປະເທດ.

ເຊິ່ງໃນການພົບປະກັນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍ ຫວັງ ໜິງ, ເລຂາພັກແຂວງຢຸນນານ ພ້ອມດ້ວຍຄະນະ ທັງສອງຝ່າຍໄດ້ຕົກລົງເຫັນດີນຳກັນຕໍ່ການກະກຽມເປີດຖ້ຽວລົດໄຟຄຸນໝິງ-ວຽງຈັນ ຖ້ຽວປະຖົມມະເລີກ ໃນວັນທີ 13 ເມສາ 2023 ນີ້, ເຊິ່ງຈະມີພິທີຮັບຕ້ອນນັກທ່ອງທ່ຽວຈີນ ຊຸດທຳອິດຢູ່ເບື້ອງດິນລາວ.

ນອກຈາກນີ້  ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບກັນຊຸກຍູ້ການພົວພັນຮ່ວມມືໃນດ້ານຕ່າງໆໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອມີຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ, ໃນນັ້ນ ໄດ້ປຶກສາຫາລືກັນໃນບາງດ້ານທີ່ຄວນເອົາໃຈໃສ່ໃນຕໍ່ໜ້າເຊັ່ນ: ດ້ານການກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງດ່ວນຈາກລາວໄປຈີນ ໃນສ່ວນທີ່ຢູ່ໃນແຜນການ ໃຫ້ມີຄວາມຄືບຫນ້າໄວ, ດ້ານການອຳນວຍຄວາມສະດວກໃນການຜ່ານດ່ານ ແລະ ການຂົນສົ່ງທາງລົດໄຟ ໃຫ້ມີຜົນປະໂຫຍດຕໍ່ສອງຝ່າຍຫຼາຍຂຶ້ນ, ດ້ານກະສິກຳ ເພື່ອຮ່ວມມືກັນຜະລິດສິນຄ້າສົ່ງໄປຕະຫຼາດຈີນ, ການຮ່ວມມືໃນຂະແໜງບໍ່ແຮ່, ການປຸງແຕ່ງແຮ່ທາດ ແລະການຜະລິດສິນຄ້າ, ການລົງທຶນຂອງວິສາຫະກິດຈີນຢູ່ລາວ, ການສຶກສາ, ພະລັງງານ, ການແລກປ່ຽນຄະນະຜູຸ້ແທນນຳກັນ ແລະ ອື່ນໆ ທີ່ສອງຝ່າຍມີທ່າແຮງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/