OpenAI ຜູ້ສ້າງ ChatGPT ຖືກກ່າວຫາວ່າລະເມີດກົດໝາຍການຄ້າຂອງລັດຖະບານກາງ


ຫຼັງຈາກເປີດຕົວເເຊັດບັອດ “ChatGPT” ໄດ້ບໍ່ດົນ ກໍໄດ້ມີກະເເສຕອບຮັບຢ່າງເຫຼືອລົ້ນໃນເເວດວົງ ເນື່ອງຈາກ ChatGPT ມີລະບົບ AI ທີ່ສາມາດຊອກຫາຄໍາຕອບໃຫ້ຄູ່ສົນທະນາໄດ້ໄວ, ດ້ວຍພາສາທໍາມະຊາດ ແລະ ສາມາດຕອບຄໍາຖາມທີ່ຊັບຊ້ອນໄດ້ ໂດຍລະບົບເກັບກໍາຂໍ້ມູນຈາກອິນເຕີເນັດທົ່ວໂລກ ເເລ້ວນຳມາປະມວນຜົນ ເພື່ອຊອກຫາຄໍາຕອບສໍາລັບຜູ້ໃຊ້ ເຮັດໃຫ້ຜູ້ຄົນເວົ້າເຖິງຄວາມສະຫຼາດ ແລະ ການນຳເອົາຄວາມສາມາດຂອງ ChatGPT ນີ້ມາໃຊ້ປະໂຫຍດ ອາດຈະສົ່ງຜົນກະທົບຕໍ່ອຸດສາຫະກໍາຢ່າງກວ້າງຂວາງ.

ຫຼ້າສຸດກໍເກີດເລື່ອງຂຶ້ນ ເມື່ອ The Center for AI and Digital Policy (CAIDP) ໄດ້ຍື່ນຄໍາຮ້ອງຮຽນຢ່າງເປັນທາງການກັບ Federal Trade Commission (FTC), ໂດຍກ່າວຫາວ່າ OpenAI ຜູ້ພັດທະນາ ChatGPT ໄດ້ລະເມີດມາດຕາ 5 ຂອງກົດໝາຍ FTC ທີ່ມຸ່ງເນັ້ນໃສ່ການ​ປ້ອງ​ກັນ​ການ​ສໍ້​ໂກງ ​ແລະ ​ຄວາມບໍ່ເປັນ​ທຳ.

“FTC ມີຄວາມຮັບຜິດຊອບຢ່າງຈະແຈ້ງໃນການສືບສວນ ແລະ ຫ້າມການຊື້ຂາຍທີ່ບໍ່ຍຸຕິທໍາ ແລະ ການສໍ້ໂກງ”. Marc Rotenberg ຜູ້ກໍ່ຕັ້ງ ແລະ ປະທານ CAIDP ກ່າວໃນຖະແຫຼງການ “ພວກເຮົາເຊື່ອວ່າ FTC ຄວນຕິດຕາມ OpenAI ແລະ GPT-4 ຢ່າງໃກ້ຊິດ”

FTC ໄດ້ອັບເດດກົດໝາຍຂອງຕົນເອງໃນເດືອນທີ່ຜ່ານມາ, ເພື່ອສ້າງຄວາມຊັດເຈນໃນສ່ວນຂອງນັກພັດທະນາ AI ເຊັ່ນ: OpenAI, FTC ໄດ້ແນະນໍາໃຫ້ນັກພັດທະນາຫຼີກເວັ້ນການເວົ້າເຖິງຄວາມສາມາດຂອງ AI ທີ່ເກີນຈິງ ຫຼື ໃຫ້ຄຳສັນຍາວ່າ AI ທີ່ຖືກພັດທະນາຂຶ້ນຈະມີຄວາມສາມາດເໜືອຊັ້ນກວ່າຜະລິດຕະພັນທີ່ບໍ່ແມ່ນ AI ໂດຍບໍ່ມີຫຼັກຖານພິສູດຢ່າງພຽງພໍ. ພ້ອມນັ້ນຍັງໄດ້ກ່າວເຕືອນນັກພັດທະນາໃນການສຳຫຼວດເຖິງຄວາມສ່ຽງ ເເລະ ຜົນກະທົບທີ່ອາດຈະເກີດຂຶ້ນກ່ອນການເປີດຕົວ AI ດັ່ງກ່າວອີກດ້ວຍ.

ການຟ້ອງຮ້ອງ OpenAI ຕໍ່ FTC ເກີດຂຶ້ນໄດ້ສອງສາມມື້ຫຼັງຈາກສະມາຊິກໃນອຸດສາຫະກໍາເທັກໂນໂລຢີທີ່ມີຊື່ສຽງຫຼາຍຄົນ ລວມທັງ Elon Musk CEO ຂອງ Tesla ແລະ Twitter, ໄດ້ລົງນາມໃນຈົດໝາຍຮຽກຮ້ອງໃຫ້ມັນຢຸດການພັດທະນາ AI ເຊັ່ນເເພລັດຟອມ GPT-4 ຂອງ OpenAI.

“ພວກເຮົາຮຽກຮ້ອງໃຫ້ຫ້ອງເເລັບທີ່ເຮັດການພັດທະນາ AI ທັງໝົດ ຢຸດການເຝິກຝົນລະບົບ AI ທີ່ມີອໍານາດຫຼາຍກວ່າ GPT-4 ເປັນເວລາຢ່າງໜ້ອຍຫົກເດືອນ. ການຢຸດພັດທະນານີ້ຄວນຈະເປັນສາທາລະນະ ແລະ ສາມາດກວດສອບໄດ້” ຈົດໝາຍໄດ້ລະບຸວ່າ “​ຖ້າຫາກຍັງບໍ່ຢຸດການພັດທະນາໃນໄວໆນີ້ ລັດ​ຖະ​ບານເຂົ້າມາດຳເນີນການ ເເລະ ປະກາດເລື່ອນການປັບປຸງລະບົບອອກໄປ​”

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/