ເປັນຫຍັງນັກກິລາເບສບອນ ຈຶ່ງໄດ້ຄ່າສັນຍາສູງກວ່ານັກກິລາບານເຕະ ແລະ ນັກກິລາບານບ້ວງ?


ກິລາ Baseball ສາເຫດຫຼັກທີ່ເຮັດໃຫ້ລາຍໄດ້ຂອງທີມກິລາມີຄ່າສັນຍາສູງ ເພາະວ່າປັດຈຸບັນ ສັນຍາລິຂະສິດຖ່າຍທອດສົດມີມູນຄ່າມະຫາສານ, ກິລາ Baseball ຖືໄດ້ວ່າເປັນກິລາທີ່ມີຈຳນວນການແຂ່ງຂັນຫຼາຍ ນັບຕັ້ງແຕ່ລະດູການປົກກະຕິ ແຟຣນຊາຍໃນ MLB ຕ້ອງລົງແຂ່ງຂັນ 162 ເກມ, ຫຼາຍກວ່າບານເຕະ ພີເມຍລີກ 10 ເທົ່າ.

ໃນປີ 2018 ທາງລີກໄດ້ຕົກລົງສັນຍາຖ່າຍທອດສົດສະບັບໃໝ່ກັບ FOX ເຊິ່ງມີມູນຄ່າສູງເຖິງ 5.1 ພັນລ້ານໂດລາສາຫະລັດ, ໃນປີ 2020 MLB ໄດ້ເຊັນສັນຍາສະບັບໃໝ່ກັບຊ່ອງ TBS ເຊິ່ງມີມູນຄ່າສູງເຖິງ 3.75 ພັນລ້ານໂດລາສາຫະລັດ. ລວມແລ້ວ MLB ຈຶ່ງມີລາຍໄດ້ຈາກຄ່າລິຂະສິດຖ່າຍທອດສົດສູງເກືອບ 9 ພັນລ້ານໂດລາສາຫະລັດ.

ອີກໜຶ່ງເຫດຜົນທີ່ເຮັດໃຫ້ນັກກິລາ Baseball ມີສັນຍາມູນຄ່າສູງກວ່ານັກກິລາປະເພດອື່ນ ຄືລະບົບແບ່ງປັນລາຍໄດ້ ຫຼື MLB Revenue Sharing Program ເຊິ່ງເລີ່ມມາແຕ່ປີ 2002 ເພື່ອຊ່ວຍໃຫ້ແຟຣນຊາຍຂະໜາດນ້ອຍ ມີລາຍໄດ້ໃກ້ຄຽງກັບທີມລະດັບແນວໜ້າຂອງລີກ.

ລະບົບການແບ່ງລາຍໄດ້ ຈະບັງຄັບໃຫ້ທັງ 30 ແຟຣນຊາຍໃນ MLB ແບ່ງປັນລາຍໄດ້ສ່ວນໜຶ່ງ ທີ່ກຳນົດໄວ້ລົງໄປເປັນເງິນສ່ວນລວມ ກ່ອນຈະແບ່ງເງິນສ່ວນນັ້ນກັບຄືນສູ່ທັງ 30 ທີມຢ່າງເທົ່າທຽມກັນ. ແຕ່ລະທີມ MLB ມີລາຍໄດ້ຈາກເງິນລະບົບແບ່ງປັນລາຍໄດ້ເທົ່າກັນຄື 3.3% ສ່ວນເງິນທີ່ຈະໄດ້ໜ້ອຍ ຫຼື ຫຼາຍນັ້ນ ຂຶ້ນຢູ່ກັບຈຳນວນເປີເຊັນທີ່ຕົກລົງກັນໃນປີ 2002.

ທຸກທີມລະບົບແບ່ງປັນລາຍໄດ້ກຳນົດໃຫ້ທຸກທີມຕ້ອງເສຍເງິນເຂົ້າກອງກາງ 48% ເຮັດໃຫ້ແຕ່ລະທີມຈະໄດ້ເງິນຈາກພາກສ່ວນນີ້ 209 ລ້ານໂດລາສາຫະລັດ. ແຕ່ມາຮອດປີ 2020 ລາຍໄດ້ຈະບໍ່ຄ່ອຍຫຼາຍເພາະເປັນໄລຍະຂອງການແຜ່ລະບາດຂອງພະຍາດໂຄວິດ-19. ແຕ່ໃນປີ 2021 ຍັງມີສັນຍາມູນຄ່າມະຫາສານຄືເກົ່າ ເຊິ່ງຈະແຕກຕ່າງຈາກກິລາບານເຕະຂອງແຕ່ລະສະໂມສອນ.

ຂອບໃຈຂໍ້ມູນຈາກ:

CR7-LBJ หลีกไป : ทำไม “นักเบสบอล” ถึงได้ค่าสัญญามูลค่าสูงกว่านักฟุตบอลหรือนักบาสเกตบอล ? | Main Stand

https://www.cnbc.com/2019/12/22/report-mlb-revenue-for-2019-season-a-record-10point7-billion.html

https://www.baseball-reference.com/bullpen/Revenue_sharing