Zoom to Snowflake – ຊວນສ່ອງພາບເກັດຫິມະທີ່ມີຄວາມລະອຽດສູງທີ່ສຸດໃນໂລກ


ເຖິງແມ່ນວ່າຫິມະຈະເປັນເລື່ອງໄກຕົວຂອງຊາວເຂດຮ້ອນຢ່າງຄົນບ້ານເຮົາ ແຕ່ຫິມະຄືໜຶ່ງໃນສະເໜ່ສຳຄັນຂອງລະດູໜາວທີ່ຄົນທັງໂລກຮູ້ດີ ແລະ ໄດ້ກາຍເປັນອີກໜຶ່ງເຫດຜົນທີ່ດຶງດູດໃຫ້ພວກເຮົາຢາກຈະອອກເດີນທາງໄປສຳຜັດສະເໜ່ນີ້ຈັກຄັ້ງໜຶ່ງໃນຊີວິດ.

ແຕ່ໃນຄວາມເຢັນຫິມະທີ່ເຮົາຫຼາຍຄົນໄດ້ສຳຜັດນັ້ນ ມັນມີຫຍັງທີ່ເຊື່ອງຊ້ອນໃນຫິມະນ້ອຍໆນັ້ນ.

Nathan Myhrvold ນັກວິຊາການດ້ານ Theoretical mathematics and physics ຈາກ Princeton University ແລະ ອະດີດຫົວໜ້າເຈົ້າໜ້າທີ່ຝ່າຍເຕັກນິກບໍລິສັດ Microsoft ໄດ້ໃຊ້ເວລາເຖິງ 2 ປີອອກແບບ ແລະ ພັດທະນາກ້ອງຖ່າຍຮູບຊະນິດພິເສດ ທີ່ເຮັດໃຫ້ເຮົາເບິ່ງເຫັນຄວາມງົດງາມທີ່ຖືກເຊື່ອງຊ້ອນຢູ່ພາຍໃນຫິມະໄດ້ສຳເລັດ.

ການເບິ່ງເຫັນເກັດຫິມະອາດຈະບໍ່ແມ່ນເລື່ອງໃໝ່ຂອງວົງການພາບຖ່າຍ ແຕ່ສິ່ງທີ່ເຮັດໃຫ້ວຽກຂອງ Myhrvold ພິເສດນັ້ນກໍເພາະວ່ານີ້ເປັນພາບຖ່າຍເກັດຫິມະລະດັບຈຸລະພາກທີມີຄວາມລະອຽດສູງທີ່ສຸດໃນໂລກນັ້ນເອງ!

ວິທີການຂອງລາວກໍຄືການອອກແບບກ້ອງຖ່າຍຮູບປະສົມກັບກ້ອງຈຸລະທັດ ເຊິ່ງເປັນຄວາມທ້າທາຍສຸດໆ ເພາະເກັດຫິມະມີຂະໜາດນ້ອຍຫຼາຍ ແຖມຍັງລະລາຍໄວອີກດ້ວຍ ດັ່ງນັ້ນລາວຕ້ອງໃຊ້ຄວາມໄວຂອງຊັດເຕີກ້ອງໃນການບັນທຶກພາບທີ່ສູງກວ່າປົກກະຕິ ແລະ ສ້າງພື້ນທີ່ພິເສດຂຶ້ນມາເພື່ອຄວບຄຸມອຸນຫະພູມໃຫ້ຢູ່ໃນຈຸດທີ່ເໝາະສົມ ສຳລັບບັນທຶກພາບເກັດຫິມະໄດ້ໃນໄລຍະເວລາຈຳກັດ.

“ແຟຊ ໃນກ້ອງຂອງຂ້ອຍມີຄວາມໄວໜຶ່ງໃນລ້ານວິນາທີ ແລະ ໄວກວ່າແຟຊກ້ອງທົ່ວໄປເຖິງພັນເທົ່າ” Myhrvold ກ່າວ.

ແລະ ບໍ່ແມ່ນວ່າທຸກບ່ອນໃນໂລກທີ່ມີຫິມະຕົກຈະຖ່າຍພາບເກັດຫິມະທີ່ສວຍງາມໄດ້ ລວມທັງຊຸມຊົນທີ່ Myhrvold ອາໄສຢູ່ ລາວພົບວ່າອາກາດໃນເຂດນັ້ນຍັງບໍ່ຫຼາຍພໍທີ່ຈະເຮັດໃຫ້ເກີດເກັດຫິມະໃນແບບທີ່ຕ້ອງການໄດ້ ລາວຈຶ່ງເດີນທາງໃຫ້ເຂົ້າໃກ້ຂົ້ວໂລກເໜືອຫຼາຍຂຶ້ນໄປອີກ ໂດຍມຸ່ງໜ້າໄປຍັງເມືອງທິມມິນ (Timmins) ທາງຕາເວັນອອກສຽງເໜືອຂອງເມືອງອອນຕາຣິໂອ(Ontario) ປະເທດຄານາດາ ເຊິ່ງເປັນບ່ອນທີ່ລ້ວນແຕ່ເປັນໃຈໃນການສ້າງສັນຜົນງານໄດ້.

“ອຸນຫະພູມລະຫວ່າງ -26 ເຖິງ -28 ອົງສາເຊວຊຽດ ຄືຈຸດອຸນຫະພູມທີ່ສວຍງາມທີ່ສຸດຂອງເກັດຫິມະ ແລະ ພາບເຫຼົ່ານີ້ມາຈາກກວ່າ 100 ພາບທີ່ບັນທຶກໄວ້ແລ້ວຮວມກັນໂດຍໃຊ້ຄວາມຊ່ວຍເຫຼືອຈາກຊອບແວຄອມພິວເຕີ” Myhrvold ກ່າວ.

“ເຈົ້າຕ້ອງຖ່າຍພາບຫຼາຍພາບເພື່ອໃຫ້ໄດ້ຄວາມລະອຽດທີ່ສູງພໍ ເນື່ອງຈາກພາບຖ່າຍຈຳນວນຫຼາຍເມື່ອຮວມກັນແລ້ວຈະເຮັດໃຫ້ເຈົ້າມີໄລຍະຊັດຄົມຂອງພາບທີ່ຫຼາຍພໍທີ່ຈະເບິ່ງເຫັນເກັດຫິມະທັງໝົດໄດ້ຢ່າງຊັດເຈນ” Myhrvold ກ່າວເສີມ.

ພາບ: modernistcuisinegallery.com

ຂອບໃຈຂໍ້ມູນຈາກ: