Bose Frames ແວ່ນຕາກັນແດດທີ່ຈະເຂົ້າມາຊ່ວຍຜູ້ມີບັນຫາດ້ານການເບິ່ງເຫັນ


ເມື່ອປີ 2019 ທີ່ຜ່ານມາ ທາງບໍລິສັດ Bose ໄດ້ເປີດຕົວ Bose Frames ທີ່ເປັນແວ່ນຕາກັນແດດທີ່ມີຄວາມທັນສະໄໝ, ມາພ້ອມກັບລຳໂພງນ້ອຍ 2 ໂຕຕິດມາກັບຂາແວ່ນ ທີ່ສາມາດເຊື່ອມຕໍ່ກັບໂທລະສັບມືຖືເພື່ອຟັງເພງໄດ້, ຖືວ່າເປັນການເປີດປະສົບການຟັງແບບໃໝ່ໃຫ້ແກ່ຜູ້ຄົນທີ່ນຳໃຊ້ ເພາະພວກເຂົາຕ່າງກໍບອກວ່າໃນຂະນະທີ່ຟັງເພງ ເຮົາກໍຈະໄດ້ຍິນສຽງເພງມາຈາກທຸກທິດທາງ ແລະ ປະສານກັບບັນຍາກາດສະພາບແວດລ້ອມອ້ອມຂ້າງໄປນຳ.

ເມື່ອເວົ້າເຖິງການໃຊ້ງານແບບທົ່ວໄປແລ້ວ Bose Frames ອາດຈະເປັນພຽງແວ່ນຕາກັນແດດທີ່ສາມາດຟັງເພງໄດ້ທຳມະດາ.

ແຕ່ເມື່ອທາງບໍລິສັດ Microsoft ໄດ້ພັດທະນາແອບພຣິເຄຊັ່ນທີ່ມີຊື່ວ່າ Microsoft Soundscape ເຊິ່ງເປັນແອບພຣິເຄຊັ່ນນຳທາງດ້ວຍສຽງເພື່ອຊ່ວຍເຫຼືອຜູ້ທີ່ມີບັນຫາທາງດ້ານການເບິ່ງເຫັນ ສາມາດນຳໃຊ້ໂທລະສັບເຊື່ອມຕໍ່ກັບຫູຟັງ ເພື່ອຮັບຮູ້ສະຖານທີ່ ແລະ ສະພາບແວດລ້ອມອ້ອມຮອບດ້ວຍສຽງແບບ 3 ມິຕິ.

ເມື່ອທາງ Microsoft ໄດ້ຮ່ວມມືກັບ Bose ນຳເອົາແອບພຣິເຄຊັ່ນ Soundscape ມາຮ່ວມເຂົ້າກັບແວ່ນຕາ Bose Frame ເຮັດໃຫ້ສາມາດຍົກລະດັບຄວາມສາມາດຂອງອຸປະກອນຂຶ້ນໄປອີກລະດັບ.

ເຖິງວ່າຈະບໍ່ໄດ້ມີການອອກມາປຽບທຽບການໃຊ້ງານຢ່າງເປັນທາງການ ແຕ່ສຽງສ່ວນໃຫຍ່ຈາກຜູ້ຄົນທີ່ເຄີຍນຳໃຊ້ຕ່າງກໍຍອມຮັບວ່າ: Bose Frame ເມື່ອນຳມາໃຊ້ຮ່ວມກັບ Soundscape ແມ່ນໄດ້ຜົນລັບທີ່ດີກວ່າຫູຟັງແບບປົກກະຕິ, ເພາະວ່າຕົວ Bose Frame ມີເທັກໂນໂລຢີກວດຈັບເຊັນເຊີຢູ່ເທີງໃບໜ້າທີ່ເອີ້ນວ່າ “9 Axis” ເຊິ່ງສາມາດເຮັດໃຫ້ຜູ້ທີ່ນຳໃຊ້ສາມາດຮັບຮູ້ເຖິງທິດທາງທີ່ແນ່ນອນໂດຍຜ່ານການກວດຈັບໃບໜ້າຂອງຜູ້ທີ່ນຳໃຊ້.

ໂດຍອີງຕາມການຕອບຮັບຈາກຜູ້ຄົນທີ່ໄດ້ໃຊ້ງານຕົວຈິງແລ້ວ ຫຼາຍໆຄົນຕ່າງກໍບອກວ່າ “ຮູ້ສືກມີຄວາມປອດໄພເພີ່ມຂຶ້ນເມື່ອຢູ່ໃນສະພາບແວດລ້ອມນອກບ້ານ”.

ການເພີ່ມປະສິດທິພາບໃຫ້ແກ່ແວ່ນຕາກັນແດດ Bose Frames ໃນເທື່ອນີ້ບໍ່ໄດ້ເປັນພຽງແຕ່ການເພີ່ມຄວາມສະດວກສະບາຍໃຫ້ແກ່ຜູ້ທີ່ມີບັນຫາທາງດ້ານການເບິ່ງເຫັນເທົ່ານັ້ນ ແຕ່ຍັງເປັນແນວທາງເບື້ອງຕົ້ນໃຫ້ແກ່ການພັດທະນາ SmartGlass ໃນອະນາຄົດອີກ.

ຂໍຂອບໃຈຂໍ້ມູນຈາກ: