“ໝວກກັນນ໋ອກຮັກໂລກ” ເຮັດຈາກ “ເຫັດ” ຍ່ອຍສະຫຼາຍໄດ້ ທົນທານ ແລະ ແຂງແຮງ


ຮູ້ບໍ່ວ່າໝວກກັນນ໋ອກທີ່ເຮົາໃຊ້ຢູ່ໃນປັດຈຸບັນ ມີປະສິດທິພາບຢູ່ໄດ້ພຽງ 3 ປີເທົ່ານັ້ນ ຫຼັງຈາກນັ້ນຄຸນະພາບຂອງມັນກໍຈະເສື່ອມໂຊມໄປຕາມການເວລາ ແຖມມັນຍັງເຮັດມາຈາກພລາສຕິກ ແລະ ໂຟມ ທີ່ບໍ່ເປັນມິດກັບສິ່ງແວດລ້ອມ, ດັ່ງນັ້ນເຮົາຈຶ່ງຕ້ອງປ່ຽນໝວກກັນນ໋ອກຕະຫຼອດເພື່ອຄວາມປອດໄພ ແຕ່ວ່າຫຼັງຈາກນັ້ນໝວກກັນນ໋ອກທີ່ເສື່ອມສະພາບກໍຈະກາຍເປັນຂີ້ເຫຍື້ອ ທີ່ລໍຖ້າການຖືກເອົາໄປຖິ້ມ ຫຼື ຣີໄຊເຄິນໃໝ່.

ແຕ່ໃນປັດຈຸບັນ ໄດ້ມີນະວັດຕະກຳໃໝ່ເຊິ່ງເປັນໝວກກັນນ໋ອກແບບເປັນມິດກັບສິ່ງແວດລ້ອມ Grow It Yourself Helmet ເປັນໝວກກັນນ໋ອກທີ່ມີຄວາມແຂງແຮງ-ທົນທານ ເຮັດມາຈາກໄມຊີລຽມທີ່ເປັນເສັ້ນໃຍຂອງເຫັດຣາປະສານກັນຢ່າງແໜ້ນໜາ.

Grow It Yourself Helmet ເປັນໝວກກັນນ໋ອກທີ່ເປັນມິດກັບສິ່ງແວດລ້ອມ ໂດຍໃຊ້ວັດສະດຸຈາກທຳມະຊາດ ສາມາດຣີໄຊເຄິນໄດ້, ລົດຂີ້ເຫຍື້ອໄດ້ ແລະ ສາມາດຍ່ອຍສະຫຼາຍຕາມທຳມະຊາດໄດ້ 100% ແຖມຍັງລະບາຍອາກາດໄດ້ດີ, ທົນອຸນຫະພູມສູງໄດ້, ມີນ້ຳໜັກເບົາ, ແຂງແຮງ ແລະ ທີ່ສຳຄັນລາຄາຖືກ.

ຖ້າຍັງກັງວົນເລື່ອງຄວາມແຂງແຮງວ່າມັນຈະທົນທານໄດ້ເທົ່າໃດ ໄມຊີລຽມທີ່ນຳມາເຮັດໝວກນັ້ນ ເປັນວັດສະດຸທີ່ແຂງແຮງຈົນສາມາດເອົາມາເຮັດເປັນດິນຈີ່ໄດ້ ຫຼື ສາມາດເອົາໃຊ້ແທນປູນໄດ້ສະບາຍໆເລີຍ, ທາງ NASA ເອງກໍມີແຜນທີ່ຈະສ້າງສະຖານີສຳຫຼວດຢູ່ດາວອັງຄານໂດຍໃຊ້ໄມຊີລຽມຈາກເຫັດຣາ ເພາະວ່າແຂງແຮງ ທົນອຸນຫະພຸມ ແລະ ຂົນຂຶ້ນຍານອະວະກາດສະດວກ ຍ້ອນມັນມີນ້ຳໜັກເບົາ

ເຫັນແບບນີ້ແລ້ວ ຖ້າໝວກ Grow It Yourself Helmet ວາງຂາຍໃນປະເທດລາວ ເຮົາຈະຊື້ມາໃຊ້ບໍ່ ຄົງຈະຖືກໃຈສາຍຮັກສິ່ງແວດລ້ອມບໍ່ໜ້ອຍເລີຍ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/environman.th/posts/3483043931824029