ປະເທດໄທ ກຽມເປີດຮັບນັກທ່ອງທ່ຽວຕ່າງຊາດເຂົ້າ 5 ແຂວງທ່ອງທ່ຽວ


ທ່ານ ພິພັດ ລັດຊະກິດປະການ ລັດຖະມົນຕີວ່າການທ່ອງທ່ຽວ ແລະ ກິລາ ປະກາດເປີດຮັບນັກທ່ອງທ່ຽວແບບ “ແອເລຍ ໂຮເທວ ຄໍເລັນທີນ” (Area Hotel Quarantine) ເລີ່ມຕັ້ງແຕ່ ເດືອນ ເມສາ ຫາ ເດືອນພຶດສະພາ ໃນບັນດາ 5  ແຂວງເຊັ່ນ: ຊຽງໃໝ່, ພູເກັດ, ກະບີ່, ສຸລາດທານີ ແລະ ຊົນບູລີ ໂດຍໃຫ້ນັກທ່ອງທ່ຽວກັກໂຕຢູ່ໃນຫ້ອງ 3 ມື້, ຫຼັງຈາກນັ້ນກໍສາມາດອອກມາໄດ້ພາຍໃນບໍລິເວນຂອງໂຮງແຮມ ແລະ ເມື່ອຄົບ 14 ມື້ໃນການກັກໂຕ ແມ່ນສາມາດໄປໄດ້ທົ່ວປະເທດ. ນອກຈາກນັ້ນ, ຍັງກຳລັງພິຈາລະນາເປີດປະເທດໃຫ້ກັບຄົນທີ່ສັກວັກຊີນແລ້ວໂດຍບໍ່ຕ້ອງກັກໂຕອີກດ້ວຍ.

ທ່ານ ພິພັດ ໄດ້ເປີດເຜີຍວ່າ ໄດ້ມີການປະຊຸມທາງໄກ (Video conference) ຮ່ວມກັບ ກົມສະໜັບສະໜູນບໍລິການສຸຂະພາບ, ກະຊວງສາທາລະນະສຸກ ພ້ອມດ້ວຍຜູ້ທີ່ເຮັດທຸລະກິດດ້ານການທ່ອງທ່ຽວ 216 ຄົນ ເພື່ອກຽມພ້ອມໃນໄລຍະທີ່ກຳລັງຈະເປີດປະເທດໃນຮູບແບບຕ່າງໆ.

ໃນວັນທີ 28 ກຸມພາ 2021 ເປັນຕົ້ນມາ ປະເທດໄທໄດ້ເລີ່ມໃຫ້ການສັກວັກຊີນ ໃນ 5 ແຂວງເຊັ່ນ: ຊຽງໃໝ່, ພູເກັດ, ກະບີ່, ສຸລາດທານີ ແລະ ຊົນບູລີໂດຍສະເພາະໃນເຂດພັດທະຍາ  ແລະ ສຸລາດທານີ; ໃນ 3 ເກາະຄື: ເກາະສະໝຸຍ ເກາະເຕົ່າ ເກາະພະງັນ ເຊິ່ງເປັນເຂດທີ່ມີນັກທ່ອງທ່ຽວຕ່າງປະເທດນິຍົມເຂົ້າມາທ່ຽວ ແລະ ພັກອາໄສ.

ພົນເອກ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ ໄດ້ສັ່ງການໃຫ້ ກະຊວງການທ່ອງທ່ຽວ ຮ່ວມກັບ ກະຊວງສາທາລະນະສຸກ ແລະ ກະຊວງໂທລະຄົມມະນາຄົມ ໃຫ້ກຳນົດໄລຍະເວລາໃນການຄ່ອຍໆເລີ່ມເປີດປະເທດເທື່ອລະຂັ້ນ ເລີ່ມຈາກເດືອນເມສາ ຫາ ເດືອນພຶດສະພາ ດ້ວຍວິທີ “ແອເລີຍ ໂຮເທວ ຄໍເລັນທີນ” (Area Hotel Quarantine) ຫຼັງຈາກນັ້ນ, ໃຫ້ພິຈາລະນາຄວາມພ້ອມຂອງປະເທດໄທ ໃຫ້ຄ່ອຍໆຊຸກຍູ້ການທ່ອງທ່ຽວລະຫວ່າງເມືອງສູ່ເມືອງ ຫຼື ປະເທດສູ່ປະເທດ ທີ່ມີການສັກວັກຊີນແບບທີ່ໃກ້ຄຽງກັນ ແລະ ພິຈາລະນາໃຫ້ ຄົນທີ່ສັກວັກຊີນ ຄົບ 2 ໂດສແລ້ວ ໃຫ້ສາມາດເຂົ້າປະເທດໄດ້ໂດຍບໍ່ຕ້ອງກັກໂຕ ເຊິ່ງຈຸດນີ້ກໍເປັນເລື່ອງທີ່ຕ້ອງໄດ້ປຶກສາຫາລືກັນຕໍ່ໄປ.

ທ່ານ ສຸພັນນະພົງ ພັນມີເຊົາ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງພະລັງງານ ຍັງໄດ້ກ່າວວ່າ ເສດຖະກິດໃນປີ 2021 ຍັງຕ້ອງໄດ້ເພິ່ງພາການໃຊ້ຈ່າຍ ແລະ ການທ່ອງທ່ຽວພາຍໃນປະເທດ ໂດຍລັດຖະບານຄາດຫວັງວ່າ ເມື່ອມີວັກຊີນເຂົ້າມາ ຄວາມເຊື່ອໝັ້ນຂອງປະຊາຊົນຈະດີຂຶ້ນ ແລະ ຈະມີການໃຊ້ຈ່າຍ ແລະ ການທ່ອງທ່ຽວເພີ່ມຂຶ້ນ. ຖ້າປຽບທຽບກັບປີ 2019 ຄົນໄທທ່ຽວໃນປະເທດມີການໃຊ້ຈ່າຍ 1 ລ້ານລ້ານບາດ (ສະກຸນເງິນໄທ) ໃນຂະນະທີ່ປີ 2020 ຄົນໄທທ່ອງທ່ຽວພາຍໃນໂດຍໃຊ້ຈ່າຍໄປ 600,000 –700,000 ລ້ານບາດ. ຖ້າຫາກວ່າ, ປີນີ້ຄົນໄທທ່ຽວພາຍໃນເອງ ເພື່ອໃຫ້ມູນຄ່າໃກ້ຄຽງ ຄືກັບປີ 2019 ການເພີ່ມໂອກາດທີ່ຈະໃຫ້ເສດຖະກິດຂະຫຍາຍໂຕໄດ້ອີກ 1%ກໍບໍ່ແມ່ນເລື່ອງຍາກ.

ທີ່ມາ: https://www.thairath.co.th/news/business/market-business/2044245

ຮູບພາບ: https://mgronline.com/local/detail/9630000035090