ເຄີຍສົງໄສບໍ່? ເປັນຫຍັງ ເດືອນມັງກອນ ຈຶ່ງຮູ້ສຶກດົນກວ່າປົກກະຕິ


ຜ່ານມາເປັນເດືອນແລ້ວ ແຕ່ຄິດຄືນແຕ່ກໍຍັງສົງໄສຄືເກົ່າ ວ່າເປັນຫຍັງເດືອນມັງກອນຄືຜ່ານໄປຊ້າໆ ຮູ້ສຶກວ່າມັນຄືດົນກວ່າປົກກະຕິ ເຖິງແມ່ນວ່າເດືອນທີ່ມີ 31 ວັນໃນປີນີ້ກໍມີຫຼາຍເດືອນ.

ແທ້ຈິງແລ້ວ ເດືອນມັງກອນກໍດົນເທົ່າເດືອນອື່ນທີ່ມີ 31 ມື້ຄືກັນ. ເບື້ອງຫຼັງຄວາມສົງໄສນີ້ກໍມີຄຳອະທິບາຍໂດຍນັກຈິດຕະວິທະຍາຊື່ William Skylark ທີ່ບອກວ່າ ການຮັບຮູ້ເວລາທາງກາຍະພາບກັບເວລາໃນຄວາມຮູ້ສຶກຂອງມະນຸດນັ້ນຕ່າງກັນ, ສິ່ງນີ້ຖືກເອີ້ນວ່າ “Dopamine clock” ຫຼື ໄລຍະເວລາຂອງການປ່ອຍສານໂດປາມີນໃນຮ່າງກາຍມະນຸດນັ້ນ ເຮັດເວລາໃນຄວາມຮູ້ສຶກເຮົາໄວ-ຊ້າບໍ່ເທົ່າກັບເວລາແທ້.

ໂດປາມີນຄືສານສື່ປະສາດທີ່ຈະຖືກປ່ອຍອອກມາເວລາທີ່ເກີດຄວາມຮູ້ສຶກດ້ານບວກຕ່າງໆ ທີ່ກ່ຽວຂ້ອງກັບຄວາມພໍໃຈຂອງເຮົາເຊັ່ນ ມີຄວາມສຸກ ຕື່ນເຕັ່ນ ສານນີ້ຈະເຮັດໜ້າທີ່ໃຫ້ເວລາໃນສະໝອງເຮົາໄປໄວຂຶ້ນ ດັ່ງຄຳເວົ້າທີ່ວ່າ “ເວລາແຫ່ງຄວາມສຸກ ມັກຈະຜ່ານໄປໄວ” ກໍມີຜົນຈາກສານຕົວນີ້.

ແຕ່ຖ້າຮູ້ສຶກເບື່ອໜ່າຍ ຮູ້ສຶກເສົ້າ ຢາກຮ້າຍ ຫຼື ອາລົມບໍ່ດີ ໂດປາມີນກໍຈະຢຸດເຮັດວຽກ ເຮັດໃຫ້ເຮົາຮູ້ສຶກວ່າເວລາເບິ່ງຄືວ່າຜ່ານໄປຊ້າແທ້ໆ.

ສ່ວນຄຳຖາມທີ່ວ່າ “ເປັນຫຍັງຈຶ່ງຮູ້ສຶກວ່າເດືອນມັງກອນຈຶ່ງດົນກວ່າປົກກະຕິ?” ນັ້ນກໍເພາະເຮົາມີອາການທີ່ເອີ້ນວ່າ “Post-Vacation Blues”  ເຊິ່ງເປັນອາການທີ່ເຮົາຈະຮູ້ສຶກເມື່ອວັນພັກເຮົາໝົດໄຟ ແລະ ຕ້ອງກັບມາເຮັດວຽກຄືເກົ່າ, ເຮັດໃຫ້ເຮົາຮູ້ສຶກບໍ່ສະບາຍໃຈຫຼືເຫງົາຫງອຍທີ່ວັນພັກຜ່ານໄປຢ່າງໄວວາ ເຮັດໃຫ້ສານໂດປາມີນບໍ່ອອກມາ ແຖມເດືອນນີ້ຍັງບໍມີວັນພັກພິເສດພໍປານໃດ. ສະນັ້ນເວລາ ຫຼືໂມງໃນສະໝອງເຮົາຈຶ່ງເຮັດໃຫ້ເຮົາຮູ້ສຶກວ່າເດືອນນີ້ມັນຄືດົນນນນນນນກວ່າປົກກະຕິ.

“ເວລາວາງມືເທິງເຕົາຮ້ອນໆພຽງໜຶ່ງນາທີ ເຈົ້າຈະຮູ້ສຶກດົນຄືໜຶ່ງຊົ່ວໂມງ ແຕ່ເວລານັ່ງລົມກັບຍິງສາວງາມໜຶ່ງຊົ່ວໂມງ ເຈົ້າຈະຮູ້ສຶກວ່າມັນຜ່ານໄປໄວປານໜຶ່ງນາທີ” ອັນເບີດ ໄອສະຕາຍ ໄດ້ກ່າວໄວ້, ຄຳກ່າວຂອງ ອັນເບີດ ໄອສະຕາຍນີ້ ໜ້າຈະເປັນຄຳອະທິບາຍຫຼັກການເຮັດວຽກຂອງໂດປາມີນໄດ້ດີ ແລະ ເຫັນພາບຊັດເຈນທີ່ສຸດ.

ໃນບົດຄວາມຈາກ The Content Wolf ໄດ້ອະທິບາຍເຫດຜົນໃນທາງຈິດຕະວິທະຍາເອົາໄວ້ວ່າ ສິ່ງທີ່ເຮັດໃຫ້ເຮົາຮູ້ສຶກວ່າເດືອນມັງກອນບໍ່ຄັກ ແລະດົນນັ້ນມີຫຼາຍຂໍ້, ຫຼັກໆແມ່ນເດືອນມັງກອນເປັນເດືອນທີ່ມີຈຳນວນຫຼາຍທີ່ສຸດເທົ່າໆກັບເດືອນສິງຫາ ແຕ່ມັງກອນເປັນເດືອນທີ່ຕໍ່ຈາກເດືອນທັນວາເຊິ່ງເປັນເວລາທີ່ເຮົາໃຊ້ຊີວິດ, ໃຊ້ຈ່າຍໄປກັບການກິນການທ່ຽວພໍສົມຄວນ.

ບາງບໍລິສັດມີການຈ່າຍເງິນເດືອນໃຫ້ພະນັກງານໃນເດືອນທັນວາໄວຂຶ້ນເນື່ອງຈາກວັນພັກໃນທ້າຍປີ ເຊິ່ງນັ້ນກໍອາດຈະເປັນຂໍ້ດີໃນເວລານັ້ນ ແຕ່ເມື່ອຜ່ານມາຮອດເດືອນມັງກອນກໍເຮັດໃຫ້ຫຼາຍຄົນເກີດອາການບໍ່ຄັກຈິດຄັກໃຈ ອົດທົນຖ້າຈົນຮອດທ້າຍເດືອນກັນບໍ່ໄຫວ.

ອີກໜຶ່ງເຫດຜົນຄື ຄວາມເຊື່ອທີ່ວ່າປີໃໝ່ມາພ້ອມກັບສິ່ງໃໝ່ໆ ເຊັ່ນ: ການຕ້ອງເປົ້າໝາຍໃໝ່ໆ “New Year’s Resolution” ຫຼາຍຄົນຈຶ່ງຮູ້ສຶກກົດດັນກັບການຕັ້ງເປົ້າໃນປີໃໝ່ ໃນຂະນະທີ່ທ້າຍປີທີ່ຜ່ານມາບໍ່ດົນນັ້ນເປັນຄວາມຮູ້ສຶກທີ່ໄດ້ຖິ້ມສິ່ງເກົ່າໆ ແລະ ຄາດຫວັງຈະມີສິ່ງດີໆຖ້າເຮົາຢູ່ໃນປີໜ້າ.

ແຕ່ເມື່ອປີໃໝ່ມາຮອດແທ້ແລ້ວ ກໍເຮັດໃຫ້ເຮົາກັງວົນໄປກ່ອນແລ້ວວ່າ “ປີນີ້ໜ້າຈະເປັນແນວໃດຕໍ່?” “ຈະດີຄືທີ່ຄິດໄວ້ບໍ່?” ຫຼື “ທີ່ເຮັດຢູ່ດີພໍແລ້ວຫຼືຍັງ?” ເຮັດໃຫ້ຈາກທີ່ທຳອິດເປັນພຽງການຕັ້ງເປົ້າໝາຍໄວ້ ກາຍເປັນການສ້າງຄວາມກົດດັນໃຫ້ຕົວເອງໄປອີກ.

ແລະ ສ່ວນສຸດທ້າຍຄື ຕົ້ນປີເປັນເວລາທີ່ຕ້ອງຈັດການກັບພາລະສ່ວນຕົວຫຼາຍຢ່າງ ທີ່ຍັງບໍ່ຄັກບໍ່ລົງຕົວໃນທ້າຍປີຜ່ານມາ ບໍ່ວ່າຈະເລື່ອງການເຮັດລາຍງານອາຈານຢູ່ບ່ອນຮຽນ, ການຈັດການວຽກເກົ່າຢູ່ບ່ອນເຮັດວຽກ ເພື່ອທີ່ຈະກ້າວ ແລະ ເລີ່ມປີໃໝ່ຂອງຕົວເອງໃນທີ່ສຸດ.

ຂອບໃຈຂໍ້ມູນຈາກ: