Universal Music ລົງທຶນກັບຄ້າຍເພງຈາກ ສ.ເກົາຫຼີ ພ້ອມຍົກລະດັບ Lifestyle Stream Platform ສູ່ລະດັບໂລກ


Universal Music Group ຄ້າຍເພງທີ່ໃຫຍ່ທີ່ສຸດໃນໂລກ ມີສີລະປິນທີ່ມີຊື່ສຽງເຊັ່ນ: ເທເລີ ສະວິບ, ຣິຮານນາ ແລະ ເລດີ ກາກາ ລວມເຖິງ YG Entertainment ທີ່ເປັນຕົ້ນສັງກັດຂອງ BLACKPINK ໄດ້ກຽມໂດດເຂົ້າຮ່ວມລົງທຶນໃນ Lifestyle Stream Platform “VenewLive” ທີ່ໄດ້ເປີດຕົວເມື່ອປີທີ່ຜ່ານມາໂດຍຄ້າຍເພງຍັກໃຫຍ່ແຫ່ງ K-Pop ຢ່າງ Big Hit Entertainment ບໍລິສັດຜູ້ຢູ່ເບື້ອງຫຼັງຄວາມສຳເລັດຂອງສີລະປິນມາແຮງແຫ່ງຍຸກຢ່າງວົງ BTS.

ຍ້ອນກັບໄປເມື່ອປີທີ່ຜ່ານມາ Big Hit Entertainment ແລະ Kiswe Mobile ບໍລິສັດ Lifestyle Stream ຈາກອາເມຣິກາໄດ້ຮ່ວມລົງທຶນກໍ່ຕັ້ງບໍລິສັດ KBYK Live ຫຼັງມີການເຊັນລົງນາມບັນທຶກຄວາມເຂົ້າໃຈ (MOU) ໃນການກໍ່ຕັ້ງບໍລິສັດ ແລະ ເປີດຕົວ Lifestyle Stream Platform ຢ່າງ VenewLive ສຳລັບສີລະປິນໃນຄ້າຍ Big Hit Entertainment.

ຫຼັງຈາກນັ້ນ KBYK Live ກໍມີໂຄງການທຳອິດໃນການເຮັດຄອນເສີດ “Bang Bang Con: The Live” ແລະ “BTS Map Of The Soul ON:E” ຂອງ BTS ທີ່ສາມາດຮັບຊົມຄອນເສີດໄດ້ເຖິງ 6 ມຸມມອງ ເຊິ່ງຄ້າຍລະບຸວ່າ ຄອນເສີດດັ່ງກ່າວໃນ VenewLive ມີຜູ້ຮັບຊົມຫຼາຍກວ່າ 993,000 ຄົນທົ່ວໂລກ.

ຖະແຫຼງການຂອງ Big Hit ລະບຸວ່າ ຂະນະນີ້ VenewLive ມີເປົ້າໝາຍໃນການໄປສູ່ລະດັບໂລກ ແລະ ມີຄວາມຕັ້ງໃຈຈະຂະຫຍາຍທຸລະກິດລວມເຖິງການໃຫ້ບໍລິການຢ່າງເຕັມຮູບແບບຫຼາຍຂຶ້ນ ພ້ອມສ້າງນະວັດຕະກຳເພື່ອຊ່ວຍຍົກລະດັບປະສົບການສຳລັບແຟນເພງທົ່ວໂລກໃນອະນາຄົດ.

ຕ້ອງບອກວ່າກະແສຂອງເຄປັອບຂອງເກົາຫຼີໄດ້ຮັບຄວາມນິຍົມຢ່າງເຫຼືອລົ້ນໃນລະດັບໂລກ. ເມື່ອປີທີ່ຜ່ານມາ BTS ໄດ້ກາຍເປັນວົງເຄປັອບວົງທຳອິດທີ່ຄອງອັນດັບໜຶ່ງໃນອັນດັບ Billboard ຂອງສະຫະລັດອາເມຣິກາ ແລະ ວົງ BLACKPINK ກໍໄດ້ສ້າງສະຖິຕິໃໝ່ຂອງວົງການເຄປັອບ ຫຼັງມີຍອດຜູ້ຕິດຕາມໃນ YouTube ທະລຸກວ່າ 50 ລ້ານລາຍ ແລະ ຍັງບໍ່ນັບຍອດ Music Video ຫຼາຍຕົວທີ່ປ່ອຍອອກມາ ແລະທຳລາຍສະຖິຕິຢ່າງຫຼວງຫຼາຍ.

“ປີທີ່ຜ່ານມາສະແດງໃຫ້ເຫັນວ່າ ຄວາມຕ້ອງການ Lifestyle Stream ທີ່ເປັນນະວັດຕະກຳໃໝ່ ບໍ່ເຄີຍມີຫຼາຍເທົ່ານີ້ມາກ່ອນ” Boyd Muir ຮອງປະທານບໍລິຫານຂອງ Universal Music Group ກ່າວ.

ອຸດສາຫະກຳເຄປັອບຖືໄດ້ວ່າສ້າງລາຍໄດ້ມະຫາສານໃຫ້ກັບ ສ.ເກົາຫຼີ ໃນແຕ່ລະປີ ແລະ ຍັງດຶງດູດນັກລົງທຶນ ເຊິ່ງໃນປີ 2020 ທີ່ຜ່ານມາ ເຖິງແມ່ນວ່າເປັນປີແຫ່ງໂຣກລະບາດຂອງໂຄວິດ-19 Big Hit Entertainment ບໍລິສັດຕົ້ນສັງກັດຂອງ BTS ກໍເປັນພຽງຄ້າຍດຽວທີ່ສ້າງລາຍໄດ້ເຖິງ 436 ລ້ານໂດລາສະຫະລັດໃນໄລຍະ 9 ເດືອນທຳອິດຂອງປີ ແລະ ໜັງສືພິມ Kyunghyang Shinmun ຂອງເກົາຫຼີຍັງລາຍງານວ່າ ລາຍໄດ້ຂອງ Big Hit ໃນໄຕມາດທີ 4 ຂອງປີ 2020 ເພີ່ມຂຶ້ນ 54% ໃນຂະນະທີ່ກຳໄລສຸດທິເພີ່ມຂຶ້ນ 92%.

ນອກຈາກນນີ້ ມີການເປີດເຜີຍຂໍ້ມູນທາງຕະຫຼາດຂອງ 3 ຄ້າຍຍັກໃຫຍ່ເມື່ອປາຍປີ 2020 ທີ່ຜ່ານມາໂດຍ:

  • JYP Entertainment ມີມູນຄ່າຕະຫຼາດປະມານ 1.2 ພັນລ້ານໂດລາສະຫະລັດ ມີກຳໄລສຸດທິລວມໝົດປີ ປະມານ 21.4 ລ້ານໂດລາສະຫະລັດ
  • YG Entertainment ມີມູນຄ່າຕະຫຼາດປະມານ 754.6 ລ້ານໂດລາສະຫະລັດ ມີກຳໄລສຸດທິຈາກໝົດປີ 180,864 ໂດລາສະຫະລັດ
  • ແລະ SM ມີມູນຄ່າຕະຫຼາດ 687.5 ລ້ານໂດລາສະຫະລັດ ຂາດດຸນ 16 ລ້ານໂດລາສະຫະລັດ

ພາບ: seventeen.com, flipboard.com, postkulture.com

ຂອບໃຈຂໍ້ມູນຈາກ: