NASA ຕ້ອງສະດຸ້ງ! ເມື່ອເດັກປະຖົມເຮັດລາຍງານຂ່າວຈຳລອງອຸກະບາດຕົກ ແຕ່ສົມຈິງເກີນໄປ


ທີ່ໂຮງຮຽນປະຖົມ Malanda State School ໃນລັດຄວີນແລນປະເທດອອສເຕເລຍ ໄດ້ຮັບການຕິດຕໍ່ຈາາກທາງ NASA ເພື່ອຂໍຂໍ້ມູນເລື່ອງອຸກະບາດທີ່ຕົກໃນເດີ່ນຂອງໂຮງຮຽນ.

NASA ເບິ່ງຄືຕື່ນເຕັ້ນຫຼາຍຈົນຕ້ອງຂໍໃຫ້ທາງໂຮງຮຽນຂຽນລາຍງານວ່າເກີດເລື່ອງຫຍັງຂຶ້ນ ແຕ່ແທ້ໆແລ້ວອຸກະບາດນັ້ນເປັນພຽງແຕ່ວຽກທີ່ທາງໂຮງຮຽນມອບໝາຍໃຫ້ເດັກນ້ອຍເຮັດເທົ່ານັ້ນ.

ເລື່ອງນີ້ເກີດຈາກທີ່ໂຮງຮຽນມີໂຄງການໜຶ່ງທີ່ເປັນກິດຈະກຳໃຫ້ນັກຮຽນເຮັດເພື່ອຄວາມມ່ວນຊື່ນ ຈຶ່ງຈັດເຮັດອຸກະບາດຈຳລອງຂຶ້ນມາ ເຊິ່ງມັນເບິ່ງຄືແທ້ຫຼາຍເພາະມີທັງຮອຍໄໝ້ຂອງເດີ່ນຫຍ້າຈາກການທີ່ອຸກະບາດຕົກພື້ນ ຮອຍແຕກຂອງຫີນ ມີການອ້ອມຮົ້ວເປັນເຂດຫວງຫ້າມ.

ແຕ່ສິ່ງທີ່ເຮັດໃຫ້ມັນສົມຈິງ ແລະ ໜ້າເຊື່ອຖືຫຼາຍຈົນເຮັດໃຫ້ NASA ນັ່ງບໍ່ຕິດນັ້ນ ກໍເພາະວ່ານັກຮຽນທີ່ຮຽນວິຊາດ້ານວາລະສານສາດໄດ້ຮັບມອບໝາຍໃຫ້ລາຍງານເຫດການໃນຄັ້ງນີ້ ເນື່ອງຈາກໂຄງການນີ້ມີການໃຫ້ຄະແນນພ້ອມ ນັກຮຽນເລີຍເຮັດດ້ວຍຄວາມເຕັມທີ່ເພື່ອໃຫ້ມີຄວາມສົມຈິງທີ່ສຸດ.
ເຊິ່ງມັນກໍຄືກັບເຫດການແທ້ຫຼາຍ ເພາະນ້ອງໆຈ້າງໜ້າມ້າມາເພື່ອສຳພາດເປັນພະຍານຂອງຄົນເຫັນເຫດການ, ມີການໄປຂໍສຳພາດທາງຕຳຫຼວດທ້ອງຖິ່ນ, ແຖມຍັງໄດ້ຮັບຄວາມຮ່ວມມືຈາກເຈົ້າໜ້າທີ່ທີ່ຊ່ວຍເອົາອຸປະກອນມາກັັ້ນທີ່ເກີດເຫດຄືກັບໃນຮູບເງົາ ລວມເຖິງເອົາລົດສຸກເສີນຂອງພວກເຂົາມາເຂົ້າສາກໃຫ້ນຳອີກດ້ວຍ ຈົນເອີ້ນໄດ້ວ່າເຮັດທຸກຢ່າງປານກັບເຫດການນີ້ເກີດຂຶ້ນແທ້ໆເລີຍ.

ຖ້າເຮົາເບິ່ງແບບບໍ່ຮູ້ເລື່ອງມາກ່ອນກໍອາດຈະຄິດວ່າເປັນເລື່ອງທີ່ເກີດຂຶ້ນແທ້ກໍເປັນໄດ້ ເລີຍບໍ່ໜ້າແປກໃຈເລີຍທີ່ NASA ຢູ່ບໍ່ເປັນສຸກເພາະຄວາມນຽນຂອງນ້ອງໆ ຈົນຕ້ອງຂໍໃຫ້ທາງໂຮງຮຽນສົ່ງລາຍງານໃຫ້ເພື່ອຈະຂໍກວດສອບ ແຕ່ທາງໂຮງຮຽນກໍໄດ້ຕອບໄປແຕ່ວ່າ “ມັນເປັນພຽງເລື່ອງມ່ວນຊື່ນຂອງນ້ອງນັກຮຽນໃນວິຊາຮຽນເທົ່ານັ້ນເອງ”

ສິ່ງທີ່ເຮົາເຫັນຈາກເຫດການນີ້ຄືການໃສ່ໃຈ ແລະ ໃຫ້ຄວາມຮ່ວມມືຂອງຜູ້ໃຫຍ່ ແລະ ທາງໂຮງຮຽນທີ່ສະໜັບສະໜູນເດັກນ້ອຍເຕັມທີ່, ຕອນພະຍານໃຫ້ສຳພາດນັ້ນກໍບໍ່ມີໃຜຫຼຸດຫົວຈັກຄົນ ເຮັດໃຫ້ພວກເຂົາໄດ້ຮັບຄຳຍ້ອງຍໍ ໃນການທີ່ພວກເຂົາສະໜັບສະໜູນກິດຈະກຳ ແລະ ຄວາມສົນໃຈຂອງນ້ອງນັກຮຽນຢ່າງເຕັມທີ່.


ຮັບຊົມວີດີໂອນ້ອງໆລາຍງານອຸກະບາດຕົກໄດ້ທີ່:

https://bit.ly/3tDtvLb

ພາບ: dailymail.co.uk, republicworld.com, foxexclusive.com

ຂອບໃຈຂໍ້ມູນຈາກ: