ເຄີຍເຫັນບໍ່? ເອົາ “ມູນສັດ” ມາເຮັດເປັນສີທາບ້ານ! ໄຮ້ສານເຄມີ ແຖມເປັນມິດກັບສິ່ງແວດລ້ອມ


ເຄີຍບໍ່? ເວລາທີ່ເຮົາທາສີເຮືອນໃໝ່ໆ ຈະມີກິ່ນຂິວສານເຄມີຢ່າງແຮງ ແລະ ອາດຈະຕ້ອງໃຊ້ເວລາຫຼາຍມື້ ເພື່ອໃຫ້ກິ່ນສານເຄມີເຫຼົ່ານັ້ນຈາງລົງ, ແຕ່ບັນຫານີ້ຈະໝົດໄປ ເມື່ອມີບໍລິສັດສີແຫ່ງໜຶ່ງໃນອິນເດຍມີແນວຄິດຜະລິດສີທາບ້ານທີ່ເຮັດຈາກ “ມູນງົວ” ທີ່ໄຮ້ກິ່ນ, ໄຮ້ສານເຄມີ ເປັນມິດຕໍ່ສິ່ງແວດລ້ອມ ແຖມຍັງລາຄາຖືກອີກດ້ວຍ!

ນະວັດຕະກຳດັ່ງກ່າວ ເປັນຂອງບໍລິສັດ Khadi Prakritik Paint ພວກເຂົາເອົາມູນງົວມາເປັນສ່ວນປະກອບຫຼັກຂອງສີ ເພາະມີຄວາມເຊື່ອວ່າ ມູນງົວສາມາດຕ້ານເຊື້ອຣາ ແລະ ແບັກທີເຣຍໄດ້ເປັນຢ່າງດີ ເຊິ່ງຄົນສະໄໝກ່ອນກໍນິຍົມເອົາມູນງົວມາເປັນສ່ວນປະສົມໃນການເຮັດເປັນຝາເຮືອນຄືກັນ ຖືວ່າເປັນການເອົາພູມປັນຍາດັ້ງເດີມຂອງຄົນສະໄໝກ່ອນມາປະຍຸກໃຊ້ໄດ້ໜ້າສົນໃຈເລີຍ.

ທາງບໍລິສັດຜູ້ຜະລິດ ໄດ້ຜະລິດສີຈາກມູນງົວທີ່ຕ່າງຈາກເດີມ ເພາະວ່າເປົ້າໝາຍຂອງພວກເຂົາແມ່ນຕ້ອງການຊ່ວຍເຫຼືອຊາວນາ ໃຫ້ສາມາດນຳເອົາມູນງົວທີ່ລ້ຽງຢູ່ມາຂາຍເປັນອີກລາຍໄດ້ໜຶ່ງ ແລະ ປ່ຽນສິນຄ້າຊີວະພາບຈາກຊຸມຊົນໃຫ້ເປັນທີ່ຕ້ອງການຂອງທົ່ວໂລກ ດ້ວຍລາຄາທີ່ຖືກ ແລະ ເປັນມິດກັບສິ່ງແວດລ້ອມ ສາມາດເວົ້າໄດ້ວ່າທາງບໍລິສັດ Khadi Prakritik Paint ມີຄວາມຄິດການເຮັດທຸລະກິດທີ່ຍືນຍົງຢ່າງແທ້ຈິງ.

ບາງຄົນອາດຈະກຳລັງສົງໄສວ່າ ມັນໄດ້ມາດຕະຖານບໍ່ ຫາຍຫ່ວງໄດ້ເລີຍ ເພາະວ່າສີດັ່ງກ່າວໄດ້ຮັບການຮັບຮອງເປັນທີ່ຮຽບຮ້ອຍແລ້ວ ຈາກ Bureau of Indian Standards ໜ່ວຍງານຫຼັກຂອງອິນເດຍ ທີ່ເຮັດໜ້າທີ່ກວດສອບຄຸນະພາບຂອງສິນຄ້າອຸດສາຫະກຳ, ມັນໄດ້ຮັບການກວດສອບແລ້ວວ່າແຫ້ງໄວກວ່າສີອື່ນໆເຖິງ 4 ຊົ່ວໂມງ, ມີຜິວທີ່ກ້ຽງ ແລະ ສະໝໍ່າສະເໝີ ສາມາດທາໄດ້ທຸກຝາ ທັງພາຍໃນ ແລະ ພາຍນອກ ສາມາດນຳໄປປະສົມກັບສີໃດກໍໃດ ເພາະວ່າສີພື້ນຂອງມັນເປັນສີຂາວ.

ຂອບໃຈຂໍ້ມູນຈາກ:

https://indianexpress.com/article/lifestyle/life-style/nitin-gadkari-launches-india-first-eco-friently-cow-dung-paint-7144973/?fbclid=IwAR2-g7COTw3Du4HOIRvt7wkS3YOfAaJKLaWklQUaWiVcueUCLhnZOUVB5qo

https://www.facebook.com/environman.th/posts/3438531366275286