ປະຊາຊົນ ບ້ານຜັກຂະຍ່າ ເມືອງອາດສະພອນ ແຂວງສະຫວັນນະເຂດ ຮ່ວມມືສາມັກຄີກັນສ້າງທາງເບຕົງເສີມເຫຼັກຜ່ານບ້ານ ເພື່ອໃຫ້ສະດວກໃນການເດີນທາງ


ຖືວ່າເປັນບາດກ້າວໜຶ່ງທີ່ສໍາຄັນຂອງປະຊາຊົນພາຍໃນບ້ານຜັກຂະຍ່າ ເມືອງອາດສະພອນ ແຂວງສະຫວັນນະເຂດ ທີ່ໄດ້ຮ່ວມມືສາມັກຄີກັນກໍ່ສ້າງທາງເບຕົງເຫຼັກ ເພື່ອເສີມຂະຫຍາຍເສັ້ນທາງຂອງບ້ານຕົນເອງໃຫ້ຈະເລີນກ້າວໜ້າ ຄືກັບບັນດາບ້ານ ຫຼື ເມືອງຕ່າງໆ.

ການກໍ່ສ້າງໃນຄັ້ງນີ້ ແມ່ນເຫັນໄດ້ເຖິງຄວາມຈໍາເປັນຂອງປະຊາຊົນພາຍໃນບ້ານ ເພື່ອຫຼຸດຜ່ອນມົນລະພິດທາງອາກາດ, ລະອອງຂີ້ຝຸ່ນ ຫຼື ຍາມແລ້ງກໍຫຼຸດຜ່ອນຂີ້ຕົມ, ແກ້ໄຂຄວາມຫຍຸ້ງຍາກໃນການນໍາໃຊ້ເສັ້ນທາງໃນແຕ່ລະປີ ທັງເປັນການສ້າງຂະບວນການຕ້ອນຮັບວັນເລືອກຕັ້ງ. ນອກຈາກນີ້ ຍັງເປັນການຊຸກຍູ້ໃຫ້ຄົນທີ່ວ່າງງານພາຍໃນບ້ານ ໄດ້ມີວຽກເຮັດງານທໍາຕື່ມອີກ.

ສໍາລັບການສ້າງເສັ້ນທາງໃນຄັ້ງນີ້ແມ່ນໄດ້ກໍານົດເອົາຄວາມຍາວ 630 ແມັດ, ກວ້າງ 5 ແມັດ, ໜາ 15-18 ຊັງຕີແມັດ, ສາມາດຮັບນໍ້າໜັກໄດ້ 12 ໂຕນ, ຄາດໃຫ້ສໍາເລັດກ່ອນລະດູຝົນ. ສ່ວນແຫຼ່ງທຶນການກໍ່ສ້າງຂັ້ນຕົ້ນແມ່ນເງິນລວມຂອງບ້ານຈໍານວນ 300 ກວ່າລ້ານກີບ ແລະ ຈະລະດົມການປະກອບສ່ວນຈາກສັງຄົມ, ລູກຫຼານຊາວບ້ານຜັກຂະຍ່າ ທີ່ອາໄສຢູ່ໃນທ້້ອງຖິ່ນອື່ນມາປະກອບສ່ວນຊ່ວຍພັດທະນາບ້ານຊ່ວຍກັນ; ສ່ວນແຮງງານນັ້ນແມ່ນປະຊາຊົນໃນບ້ານສາມັກຄີກັນສ້າງ ຄ່າຈ້າງປະມານ 50,000 ກີບຕໍ່ມື້.

ພິທີເປີດແມ່ນວັນທີ 15 ກຸມພາ 2021 ທີ່ໜ້າຈຸດຫ້ອງການປົກຄອງບ້ານຜັກຂະຍ່າ ເປັນກຽດເຂົ້າຮ່ວມທ່ານ ນາງບຸນທະລັງສີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອາດສະພອນ, ທ່ານ ທອງສະໝຸດ ລີນາມມະຈັກ ຫົວໜ້າບໍລິສັດທີ່ປຶກສາດ້ານພະລັງງານນໍ້າ ນະຄອນຫຼວງວຽງຈັນຈໍາກັດ, ພະນັກງານປະຈໍາຫ້ອງການ, ຄະນະບ້ານອ້ອມຂ້າງ, ອົງການປົກຄອງບ້ານພ້ອມດ້ວຍປະຊາຊົນບ້ານຜັກຂະຍ່າ.

ໃນການສ້າງບ້ານເອງ ຖືວ່າເປັນຂະບວນການໜຶ່ງ ທີ່ເປັນແບບຢ່າງທີ່ດີໃຫ້ແກ່ບ້ານອື່ນໆ ແລະ ຮ່ວມແຮງກັນອອກທຶນຮອນສຸມເຫື່ອແຮງຮ່ວມກັນສ້າງສາພັດທະນາບ້ານເມືອງ.

ຂອບໃຈຂໍ້ມູນຈາກ:

https://web.facebook.com/watch/live/?v=498662418194897&ref=watch_permalink