“ຂ້ອຍວ່າລົດເທສລາຂອງຂ້ອຍຕ້ອງມີສຳຜັດທີຫົກແທ້!” ໜຸ່ມຈາກ TikTok ເຜີຍແຜ່ວີດີໂອທີ່ລົດ Tesla ສາມາດສະແກນຜີໄດ້


ຕ້ອງບອກວ່າເປັນທຸກຢ່າງໃຫ້ເຈົ້າແລ້ວ ສຳລັບລົດໄຟຟ້າຢ່າງ Tesla ທີ່ກ່ອນໜ້ານີ້ CEO Elon Musk ອອກມາກ່າວວ່າ Tesla Model S Plaid+ ຈະສາມາດຫຼິ້ນເກມໃນຕົວລົດໄດ້.

ຜູ້ໃຊ້ TikTok ທີ່ໃຊ້ບັນຊີວ່າ iam3dgar ໄດ້ອອກມາໂພສວີດີໂອວ່າຕົວເອງຂັບລົດຜ່ານສຸສານແຫ່ງໜຶ່ງ ແຕ່ເກີດເລື່ອງຜິດສັງເກດ ເມື່ອເຊັນເຊີກວດຈັບສິ່ງກີດຂວາງຂອງລົດຈັບໄດ້ວ່າບໍລິເວນນັ້ນມີຄົນຢູ່ ທັ້ງທີ່ບ່ອນນັ້ນມີແຕ່ຂຸມສົບ.

ຢ່າງທີ່ຮູ້ວ່າລົດ Tesla ເປັນລົດໄຟຟ້າທີ່ຂ້ອນຂ້າງມີປະສິດທິພາບສູງ ແລະ ເປັນໜຶ່ງໃນລົດທີ່ລຳ້ສະໄໝ ແຖມຍັງມີສິ່ງອຳນວຍຄວາມສະດວກຫຼາຍຢ່າງ ຢ່າງລະບົບນຳທາງອັດຕະໂນມັດ (Autopilot) ທີ່ໃຊ້ AI ເຂົ້າມາຊ່ວຍປະມວນຜົນ.

ໃນວັນທີ 14 ມັງກອນ  iam3dgar ໄດ້ໂພສວີດີໂອລົງຊ່ອງ TikTok ຂອງຕົວເອງ ເຊິ່ງໃນວີດີໂອນັ້ນເຮົາຈະເຫັນວ່າ ຕອນກາງເວັນລາວກຳລັງຈອດລົດຢູ່ບໍລິເວນສຸສານແຫ່ງໜຶ່ງທີ່ເຕັມໄປດ້ວຍຂຸມສົບ ແຕ່ແລ້ວລົດກໍກວດຈັບສິ່ງກີດຂວາງບໍລິເວນຮອບໆ ທັງທີ່ລາວກໍຖ່າຍໃຫ້ເບິ່ງວ່າບໍ່ມີໃຜຢູ່ບໍລິເວນນັ້ນ.

ດ້ວຍວີດີໂອດັ່ງກ່າວ ຫຼາຍຄົນລົງຄວາມເຫັນວ່າເຈົ້າຂອງວີດີໂອອາດຈະກຳລັງຈັດສາກບໍ່ ຫຼືລະບົບເຊັນເຊີຂອງລົດອາດຈະກຳລັງມີບັນຫາກໍເປັນໄດ້.

ຈົນວັນທີ 19 ມັງກອນ ໜຸ່ມຄົນດັ່ງກ່າວນີ້ກໍໂພສອີກວີດີໂອໜຶ່ງ ເປັນການທົດລອງຂັບຜ່ານສຸສານນີ້ຢ່າງຊ້າໆອີກຄັ້ງ ປາກົດວ່າເຊັນເຊີກໍຍັງກວດຈັບສິ່ງກີດຂວາງໄດ້ຄືເກົ່າ ແຖມຄັ້ງນີ້ຍັງສະແດງຜົນເປັນຄົນຍ່າງໄປຍ່າງມານຳອີກດ້ວຍ.

ເບິ່ງວີດີໂອໄດ້ທີ່:  https://www.tiktok.com/@iam3dgar/video/6916346237901933830?is_copy_url=1&is_from_webapp=v2&fbclid=IwAR2tT8zLmktsezlWruqZHFd73aDVMhxIrZyAl2tlCYKmWEtXsSw8fPQnXRY

ມາເທື່ອນີ້ ຊາວເນັດກໍເລີຍຢາກໃຫ້ລາວມາຂັບທົດສອບອີກຄັ້ງໃນຕອນກາງຄືນ ເພື່ອຈະໄດ້ເຫັນໃຫ້ຊັດເຈນຂຶ້ນ ແຕ່ກໍຍັງບໍ່ຮູ້ວ່າໜຸ່ມຄົນນີ້ຈະຮັບຄຳທ້າຫຼືບໍ່ ຫຼັງຈາກທີ່ພົບກັບຕົວມາແລ້ວສອງຄັ້ງ.

“ມັນເປັນຊ່ວງເວລາທີ່ໜ້າອຶດອັດອີຫຼີ ເພາະຂ້ອຍບໍ່ຮູ້ວ່າຈະໂທຫາຊ່າງຫຼືໝໍຜີກ່ອນດີ, Elon Musk ໄດ້ສ້າງເຄື່ອງກວດຈັບວິນຍານໄດ້ສຳເລັດ ສຸດຍອດເລີຍ!” ຊາວເນັດທ່ານໜຶ່ງກ່າວ.

ແຕ່ວ່າ ທາງ Elon Musk ຫຼື Tesla ກໍຍັງບໍ່ມີການອອກມາໃຫ້ຄຳເຫັນຕໍ່ວີດີໂອດັ່ງກ່າວ ເຊິ່ງກໍຕ້ອງຕິດຕາມຕໍ່ໄປວ່າລະບົບເຊັນເຊີກວດຈັບສິ່ງກີດຂວາງນ້ັນຈະສາມາດກວດຈັບວິນຍານດັ່ງທີ່ໜຸ່ມເຈົ້າຂອງວີດີໂອນັ້ນກວດພົບຫຼືບໍ່.

ພາບ: varietyinfo.com, slashgear.com

ຂອບໃຈຂໍ້ມູນຈາກ: