ເດືອນມັງກອນ 2021 ເກີດອຸບັດຕິເຫດຕາມທ້ອງຖະໜົນທັງໝົດທົ່ວປະເທດ 713 ກໍລະນີ ບາດເຈັບ 1,076 ຄົນ ແລະ ເສຍຊີວິດ 100 ກວ່າຄົນ


ປະເທດລາວເຮົາໃນໄລຍະຜ່ານມາ ສະເພາະເດືອນມັງກອນ ປີ 2021 ອຸບັດຕິເຫດໃນຂອບເຂດທົ່ວປະເທດທີ່ເກີດຕາມທ້ອງຖະໜົນ ຍັງໜ້າເປັນຫ່ວງ ແລະ ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ, ບໍ່ວ່າທາງຕໍາຫຼວດຈະໃຊ້ມາດຕະການຢ່າງໃດກໍຕາມ ແລະ ຕົວເລກຂອງຜູ້ເສຍຊີວິດຈາກອຸບັດຕິດເຫດທີ່ເກີດຂຶ້ນມັນບໍ່ໜ້ອຍເລີຍ.

ພາຍໃນເດືອນດຽວມີຜູ້ເສຍຊີວິດທົ່ວປະເທດເຖິງ 100 ກວ່າຄົນ, ມີອຸບັດຕິເຫດເກີດຂຶ້ນຕາມຖະໜົນ 713 ກໍລະນີ, ບາດເຈັບ 1,076 ຄົນ, ສ່ວນພາຫະນະທີ່ເປ່ເພແມ່ນ 1,286 ຄັນ, ຖ້າສະເລ່ຍຈາກການເສຍຊີວິດຈາກອຸບັດຕິເຫດແລ້ວ ແຕ່ລະມື້ມີຜູ້ເສຍຊີວິດເກືອບ 4 ຄົນຕໍ່ມື້.

ຈາກອຸບັດຕິເຫດ ສະພາບບ້ານເມືອງຂອງເຮົາ ທີ່ເກີດຂຶ້ນແມ່ນໜ້າເປັນຫ່ວງທີ່ສຸດ, ສະນັ້ນແລ້ວ ຈຶ່ງຢາກຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ປະຕິບັດກົດລະບຽບຢ່າງເຄັ່ງຄັດ ເອົາໃຈໃສ່ໃນການຂັບຂີ່ໃຫ້ຖືກຕ້ອງ ມີສະຕິລະມັດລະວັງທຸກຄັ້ງໃນເວລາຢູ່ຖະໜົນຫົນທາງ.

ຂອບໃຈຂໍ້ມູນຈາກ:

https://fb.watch/3JOxE-RNfR/