ເຂົ້າໃຈໄຟຟ້າສະຖິດ ແລະ ຫາວິທີປ້ອງກັນ


ຍາມໜາວມາຮອດແລ້ວ ແນ່ນອນວ່າທຸກຄົນຈະຕ້ອງໄດ້ກຽມຕົວສະເຫຼີມສະຫຼອງມ່ວນຊື່ນໃນວັນເທສະການຕ່າງໆ. ພ້ອມກັນນັ້ນຍັງຕ້ອງໄດ້ມາລະວັງສິ່ງນີ້ກັນທຸກຄົນ ບາງຄົນອາດຈະໄດ້ປະສົບກັບມັນມາຕະຫຼອດປີ ແຕ່ໃນເວລາຍາມໜາວນີ້ຈະພົບເຫັນຫຼາຍເປັນພິເສດ ນັ້ນກໍຄືໄຟຟ້າສະຖິດ. ກ່ອນທີ່ເຮົາຈະມາຫາວິທີຫຼີກເວັ້ນ, ເຮົາມາຮູ້ຈັກກັບມັນໜ້ອຍໜຶ່ງກ່ອນ.

ວັດຖຸທຸກຢ່າງຖືກສ້າງຂຶ້ນດ້ວຍອະຕອມ. ພາຍໃນອະຕອມຈະມີໂປຣຕອນ, ເອເລັກຕຣອນ ແລະ ນິວຕຣອນ. ໂປຣຕອນຈະມີຂວັ້ນບວກ ແລະ ເອເລັກຕຣອນຈະມີຂວັ້ນລົບ ສ່ວນນິວຕຣອນຈະມີຂວັ້ນກາງ. ຂວັ້ນທີ່ກົງກັນຂ້າມຈະດຶງດູດກັນ ເຊັ່ນຂວັ້ນບວກ ແລະ ຂວັ້ນລົບ. ແຕ່ຂວັ້ນດຽວກັນກໍຈະດັນກັນອອກ ເຊັ່ນຂວັ້ນບວກກັບຂວັ້ນບວກ. ສ່ວນໃຫຍ່ແລ້ວຂວັ້ນໄຟຟ້າຂອງທັງບວກ ແລະ ລົບຈະສົມດຸນກັນໃນຕົວວັດຖຸ ໝາຍຄວາມວ່າມັນເຮັດໃຫ້ວັດຖຸນັ້ນເປັນກາງ. ແຕ່ເມື່ອໄຟຟ້າທັງສອງຂວັ້ນບໍ່ສົມດຸນກັນໃນວັດຖຸ, ພວກມັນຈະກໍ່ຕົວຂຶ້ນຢູ່ເຖິງພື້ນຜິວຂອງວັດຖຸຈົນກວ່າຈະສາມາດປ່ອຍອອກມາໄດ້ ເຊິ່ງວິທີນັ້ນກໍຄືປ່ອຍຜ່ານວົງຈອນໄຟຟ້າອອກມາ ສົ່ງຜົນໃຫ້ເກີດໄຟຟ້າສະຖິດ.

ໂດຍທົ່ວໄປແລ້ວ ວັດຖຸທຸກຢ່າງຈະມີຄ່າໄຟຟ້າເປັນກາງ ແຕ່ເມື່ອຖືກການສຽດສີ, ສຳຜັດ, ຮຸກຖູຂອງສອງວັດຖຸ ຍິ່ງເມື່ອວັດຖຸນັ້ນບໍ່ນຳໄຟຟ້າ ເຊັ່ນຖູເກີບໜັງກັບພື້ນພົມ ຈະສົ່ງຜົນໃຫ້ຄວາມສົມດຸນຂອງທັງສອງວັດຖຸຖືກປ່ຽນແປງ. ເມື່ອຂວັ້ນໄຟຟ້າຂອງວັດຖຸນັ້ນບໍ່ສົມດຸນ, ວົງຈອນໄຟຟ້າ ຫຼື ເອເລັກຕຣອນ ກໍຈະຖືກປ່ອຍອອກມາຢູ່ເຖິງພື້ນຜິວຂອງວັດຖຸນັ້ນ ຈົນກວ່າຈະມີວັດຖຸອື່ນໄດ້ມາສຳຜັດມັນ ເຊິ່ງເທົ່າກັບການຖ່າຍເທວົງຈອນໄຟຟ້າອອກໄປ ຫຼື ເອີ້ນວ່າໄຟຟ້າສະຖິດ.

ໃນໄລຍະທີ່ອາກາດໜາວ, ຊັ້ນບັນຍາກາດຂອງອາກາດທີ່ໜາວຈະມີຄວາມຊຸ່ມຊື່ນໜ້ອຍກວ່າອາກາດທີ່ອຸ່ນ ຫຼື ຮ້ອນ ໝາຍຄວາມວ່າ ອາກາດໜາວຈະສົ່ງຜົນໃຫ້ຊັ້ນບັນຍາກາດແຫ້ງ. ດ້ວຍເຫດນັ້ນ, ເຮົາຈຶ່ງສາມາສັງເກດເຫັນຄວາມແຕກຕ່າງໄດ້ທັນທີວ່າຕົນເອງຈະປະສົບເກີດໄຟຟ້າສະຖິດໃນໄລຍະທີ່ອາກາດໜາວຫຼາຍກວ່າ ໄລຍະທີ່ອາກາດອຸ່ນ. ເມື່ອອາກາດແຫ້ງ, ຮ່າງກາຍຂອງເຮົາຈະມີຂວັ້ນໄຟຟ້າທີ່ສູງຂຶ້ນ ເຊິ່ງແປວ່າຂວັ້ນໄຟຟ້າບໍ່ສົມດຸນ, ສົ່ງຜົນໃຫ້ມັນຕ້ອງມີການປ່ອຍອອກມາ.

ວິທີປ້ອງກັນຈາກການຖືກໄຟຟ້າສະຖິດນັ້ນມີຄື:

  • ຮັກສາຄວາມຊຸ່ມຂອງພື້ນທີ່ຢູ່ເຮືອນເຊັ່ນ ການມີເຄື່ອງພົ່ນໄອນ້ຳ.
  • ທາຄຣີມບຳລຸງໃຫ້ຜິວຊູ່ມ.
  • ຫຼີກເວັ້ນການນຸ່ງເສື້ອຜ້າທີ່ມີຂົນສັດ, ໜັງ ແລະ ຢາງ.
  • ສຳຜັດ ຫຼື ຖືວັດຖຸທີ່ເປັນເຫຼັກໄວ້ຢູ່ເລື້ອຍໆ ເຊັ່ນ ກະແຈ ເພື່ອກະຈາຍກະແສໄຟ ແລະ ປ້ອງກັນບໍ່ໃຫ້ມັນກໍ່ຕົວໃນຮ່າງກາຍ.
  • ໃຫ້ສຳຜັດກັບເຫຼັກດ້ານນອກຂອງຫຼັງຄາລົດຂະນະທີ່ກຳລັງອອກໄປ ເພື່ອໃຫ້ກະແສໄຟໄດ້ກະຈາຍອອກໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/