ກໍໃຈມັນມັກ! Elon musk ເຜີຍ ຄິດຢາກລາອອກຈາກວຽກປະຈຳ ແລ້ວເປັນ Influencer ແບບເຕັມຕົວ


ໃນຍຸກສະໄໝນີ້ ບໍ່ວ່າສາຂາອາຊີບໃດກໍລ້ວນແລ້ວມີຄວາມສຳຄັນ ແລະ ຄວາມຈຳເປັນໃນແຕ່ລະຂອບເຂດວຽກງານຂອງຕົນ. ແຕ່ມີອີກໜຶ່ງອາຊີບທີ່ໃນຕອນນີ້ອາດຈະເອີ້ນໄດ້ວ່າ ອາຊີບແຫ່ງຍຸກເລີຍກໍວ່າໄດ້ ນັ້ນກໍຄື Influencer (ຜູ້ມີອິດທິພົນໃນສື່ໂຊຊຽວ) ທີ່ຫຼາຍໆຄົນທົ່ວໂລກໃຫ້ຄວາມສົນໃຈ. ແລະຊາຍທີ່ຮັ່ງມີທີ່ສຸດໃນໂລກຄື Elon Musk ກໍເຜີຍວ່າ ຕົນເອງນັ້ນກໍຢາກເປັນ Influencer ຄືກັນ.

ໃນວັນທີ 10 ທັນວາທີ່ຜ່ານມານີ້ ຊາຍທີ່ຮັ່ງມີທີ່ສຸດໃນໂລກຄື Elon Musk ໄດ້ໂພສຂໍ້ຄວາມລົງໃນ Twitter ວ່າ “ກຳລັງຄິດຈະລາອອກຈາກວຽກ ເພື່ອໄປເປັນ Influencer ແບບເຕັມຕົວ ພວກເຈົ້າຄິດວ່າແນວໃດ”.

ຫຼັງຈາກ Musk ໂພສລົງໄປກໍໄດ້ມີຫຼາຍຄົນມາສະແດງຄວາມຄິດເຫັນ ເຊິ່ງໜຶ່ງໃນນັ້ນກໍມີ YouTuber ຊື່ດັງຄື MrBeast ຕອບກັບຂໍ້ຄວາມນັ້ນວ່າ “ຂ້ອຍຈະສອນວິທີເພີ່ມ View ໃຫ້ເຈົ້າເອງ” ເຊິ່ງ Musk ກໍໄດ້ຕອບກັບດ້ວຍອີໂມຈິ ແທັກມືກັນ.

ຕອນນີ້ຍັງບໍ່ມີຄວາມຊັດເຈນວ່າ Musk ຈະຈິງຈັງກັບສິ່ງທີ່ລາວໄດ້ໂພສລົງໄປໃນ Twitter ຫຼືບໍ່ ເພາະວ່າທີ່ຜ່ານມາລາວໄດ້ສະແດງຄວາມຄິດເຫັນສ່ວນຕົວລົງໃນ Twitter ແລະ ກໍເອີ້ນກະແສຄວາມສົນໃຈໃຫ້ສັງຄົມບໍ່ໜ້ອຍເລີຍ.

ເມື່ອຕົ້ນເດືອນທີ່ຜ່ານມາລາວກໍເຄີຍທະວີດຖາມຜູ້ຕິດຕາມເທິງ Twitter ວ່າ ລາວຄວນຂາຍຮຸ້ນ Tesla ໃນຈຳນວນ 10% ທີ່ລາວຖືຢູ່ຫຼືບໍ່. ຜົນປາກົດວ່າຜູ້ຕິດຕາມສ່ວນຫຼາຍໂຫວດໃຫ້ລາວຂາຍຮຸ້ນ ແລະ ຫຼັງຈາກນັ້ນນັ້ນລາວກໍໄດ້ຂາຍແທ້ ເຊິ່ງມີມູນຄ່າເກືອບຮອດ 12,000 ລ້ານໂດລາ.

ນອກຈາກນີ້ Elon Musk ຜູ້ທີ່ທັງເປັນ CEO ຂອງ Tesla ແລະ SpaceX ຍັງເຄີຍກ່າວລະຫວ່າງປະຊຸມໃນເດືອນມັງກອນທີ່ຜ່ານມາວ່າ ລາວຄາດຫວັງວ່າລາວຈະດຳລົງຕຳແໜ່ງ CEO ຂອງບໍລິສັດ Tesla ເປັນເວລາຫຼາຍປີ. ພ້ອມກ່າວອີກວ່າ ຫາກລາວມີເວລາຫຼາຍກວ່ານີ້ມັນກໍຄືຈະດີ ແທນທີ່ຈະມານັ່ງເຮັດວຽກທັງຕອນກາງເວັນ ແລະ ກາງຄືນ ຕັ້ງແຕ່ມືນຕາຕື່ນຈົນຮອດເວລາເຂົ້ານອນອາທິດລະ 7 ວັນ ຄືທີ່ເປັນຢູ່ໃນປັດຈຸບັນນີ້ ເຊິ່ງມັນໜັກສຳລັບລາວ.

ຖ້າເວົ້າໂດຍກົງ Elon Musk ກໍຖືວ່າເປັນ Influencer ທີ່ສຳຄັນ ແລະ ໂດ່ງດັງຄົນໜຶ່ງຢູ່ແລ້ວ ເຊິ່ງສັງເກດໄດ້ຈາກການທີ່ລາວສາມາດເຮັດໃຫ້ຕະຫຼາດ Cryptocurrency ມີການປ່ຽນແປງ ຫຼື ລາຄາຮຸ້ນທີ່ມີການຜັນຜວນຢູ່ຫຼາຍຕໍ່ຫຼາຍຄັ້້ງ ໂດຍໃຊ້ພຽງແຕ່ການໂພສ Twitter ເທົ່ານັ້ນ ແລະ ຖ້າວ່າລາວຈະເປັນ Influencer ແບບເຕັມຕົວແທ້ໆ ເຊື່ອໄດ້ເລີຍວ່າຕ້ອງມີກະແສຕອບຮັບໃນທາງທີ່ດີຢ່າງແນ່ນອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/