ບົດລົງໂທດສຸດ Romantic! ເຈົ້ານາຍໃຈດີ ໄດ້ສັ່ງລູກນ້ອງໃຫ້ໄປແຕ່ງງານກັນຫຼັງຈາກ ເຫັນພວກເຂົາຫວານກັນ ຜ່ານກ້ອງວົງຈອນປິດ


ສຳລັບຄົນທີ່ເປັນແຟນກັນແລ້ວ ການສະແດງອອກເຖິງຄວາມຮັກນັ້ນແມ່ນສາມາດເຮັດໄດ້ຕະຫຼອດ ຢ່າງໃດກໍຕາມ ກໍຕ້ອງເບິ່ງເວລາ ແລະ ສະຖານທີ່ນຳ ເພາະບໍ່ຢ່າງນັ້ນເຈົ້າອາດມີເຫດການຄືກັນກັບຄູ່ຮັກຄູ່ນີ້ທີ່ໄດ້ຮັບບົດລົງສຸດແສນຈະ romantic ໂດຍເຈົ້ານາຍໃຈດີຂອງພວກເຂົາ ທີ່ຈັບໄດ້ວ່າພວກເຂົາຫວານກັນຜ່ານກ້ອງວົງຈອນປິດ.

ສື່ຂອງຈີນໄດ້ລາຍງານວ່າ ເລື່ອງລາວນີ້ເກີດຂຶ້ນທີ່ ຮ້ານອາຫານແຫ່ງໜຶ່ງ ໃນມົນທົນເສີງຕູ ປະເທດ ຈີນ ໂດຍກ້ອງວົງຈອນປິດຂອງຮ້ານໄດ້ບັນທຶກພາບຂອງພະນັກງານໜຸ່ມສາວສອງຄົນທີ່ເປັນແຟນກັນ ກຳລັງ sweet ກັນຕອນທີ່ບໍ່ມີຄົນຢູ່ຮ້ານ.

ໂດຍໃນກ້ອງວົງຈອນປິດເຮົາຈະເຫັນວ່າ ຝ່າຍຊາຍກຳລັງຍ່າງອອກມາຈາກຫ້ອງຄົວ ແລະ ເຫັນວ່າມີຖ້ວຍຈານທີ່ຍັງບໍ່ໄດ້ເກັບຈາກໂຕະທີ່ລູກຄ້າຫາກໍກິນແລ້ວ ເຊິ່ງນັ້ນມັນກໍສະແດງວ່າພະນັກງານຄົນອື່ນກຳລັງຢູ່ຫຼັງຮ້ານ. ຊາຍໜຸ່ມຈຶ່ງໄດ້ເຮັດການເກັບມ້ຽນ ແລະ ໄດ້ຂໍໃຫ້ແຟນຂອງຕົນເອງທີ່ຢືນຢູ່ບ່ອນເກັບເງິນມາອະນາໄມຊ່ວຍ. ທາງດ້ານແຟນສາວກໍໄດ້ຄ່ອຍໆຍ່າງເຂົ້າໄປຫາແຟນໜຸ່ມແລ້ວກອດຈາກທາງຫຼັງ. ຫຼັງຈາກນັ້ນກໍໄດ້ຖອດໜ້າກາກອະນາໄມ ແລະ ໄດ້ຈູບກັນແບບຫວານຊື່ນ.

ຝ່າຍຊາຍເອງກໍບໍ່ນ້ອຍໜ້າ ເພາະໄດ້ຫັນໜ້າໄປຈູບຕອບແຟນສາວຂອງຕົນເອງ 1 ເທື່ອ ກ່ອນທີ່ຈະບອກໃຫ້ແຟນສາວກັບໄປເຮັດວຽກທີ່ບ່ອນເກັບເງິນຂອງຮ້ານ ຍ້ອນຢ້ານຄົນອື່ນມາເຫັນ ແຕ່ເຖິງເປັນແບບນັ້ນມັນກໍຊ້າເກີນໄປແລ້ວ ເພາະກ້ອງວົງຈອນປິດໃນຮ້ານໄດ້ບັນທຶກເຫດການນີ້ໄວ້ໝົດແລ້ວ.

ແນ່ນອນວ່າທາງເຈົ້າຂອງຮ້ານເຫັນໝົດທຸກຢ່າງ ແຕ່ກໍບໍ່ໄດ້ມີຄວາມຜິດໃຈຫຍັງ ເພາະຮູ້ຢູ່ແລ້ວວ່າສອງຄົນນີ້ເປັນແຟນກັນ ຕໍ່ມາເຈົ້າຂອງຮ້ານກໍໄດ້ເອີ້ນທັງສອງຄົນມາໂອ້ລົມກ່ຽວກັບເຫດການທີ່ເກີດຂຶ້ນ. ຕອນທຳອິດສອງຄົນນີ້ຢ້ານຈະຖືກຕຳໜິ ແຕ່ເຈົ້າຂອງຮ້ານກໍໄດ້ເວົ້າປົນຕະຫຼົກວ່າ “ຂ້ອຍຈະລົງໂທດພວກເຈົ້າຢ່າງໜັກ…ໄປແຕ່ງງານກັນເລີຍ” ເຊິ່ງຄຳເວົ້ານັ້ນເຮັດໃຫ້ພະນັກງານທັງສອງຄົນຍິ້ມອອກມາ ທັງອາຍທັງດີໃຈ.

ຫຼັງຈາກນັ້ນຝ່າຍຊາຍກໍໄດ້ video call ໄປຫາພໍ່ແມ່ຝ່າຍຍິງເພື່ອສູ່ຂໍລູກສາວຂອງພວກເຂົາ ເຊິ່ງພໍ່ແມ່ຝ່າຍຍິງກໍຍິນດີຍົກລູກສາວໃຫ້ ໂດຍຕອນນີ້ສອງຄົນກໍມີແຜນຈະແຕ່ງງານກັນໃນປີໜ້າ. ທາງດ້ານເຈົ້າຂອງຮ້ານກໍກ່າວເສີມວ່າ ທັງຕົວລາວແລະພະນັກງານໝົດທຸກຄົນຈະໄປຮ່ວມອວຍພອນໃນງານແຕ່ງດອງຢ່າງແນ່ນອນ.

ສາມາດຮັບຊົມວິດີໂອ ຂອງຄວາມຫວານຊື່ນນີ້ໄດ້ທີ່ : https://cutt.ly/BYTRNM0

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/