ວິເຄາະກ່ອງສຸ່ມວ່າມັນຄືຫຍັງ? ເກີດຂຶ້ນມາແຕ່ໃສ? ແລະມີກົນລະຍຸດຄືແນວໃດ?


ຫຼາຍຄົນໆອາດຈະເຄີຍໄດ້ຊື້ຫຼືໄດ້ເບິ່ງການ review ກ່ອງສຸ່ມມາແລ້ວຈາກປະເດັນກ່ຽວກັບກ່ອງສຸ່ມທີ່ກຳລັງມີການເວົ້າເຖິງໃນສອງ-ສາມມື້ທີ່ຜ່ານມານີ້ ແລະ ມື້ນີເຮົາຈະມາວິເຄາະ ແລະ ໄຂຂໍ້ຂ້ອງໃຈກ່ຽວກັບກ່ອງສຸ່ມວ່າມັນຄືຫຍັງ? ເກີດຂຶ້ນມາແຕ່ໃສ? ແລະມີກົນລະຍຸດຄືແນວໃດ?

  • ກ່ອງສຸ່ມ ຫຼື Mystery Box

ກ່ອງສຸ່ມບໍ່ແມ່ນສິ່ງໃໝ່ ແລະ ຖືກນຳໃຊ້ເຂົ້າໃນແຜນການຕະຫຼາດຂອງຫຼາຍໆແບຣນໃນບາງປະເທດ (Carol Feigenbaum, 2021) ປັດຈຸບັນນີ້ ກໍຍັງມີຫລາຍໆແບຣນທີ່ນໍາໃຊ້ກົນລະຍຸດດັ່ງກ່າວເຊັ່ນ: Luxury brands, Amazon, Shopee, Lazada ແລະ ອື່ນໆ. ຈາກກົນລະຍຸດກ່ອງສຸ່ມດັ່ງກ່າວ ເຮັດໃຫ້ອຸດສາຫະກຳ ແບຣນຫຼູ ສາມາດສ້າງລາຍໄດ້ເຖິງ $340b USD ໃນປີທີ່ຜ່ານມາ (Carol Feigenbaum, 2021), ຖືວ່າເປັນກົນລະຍຸດທີ່ປະສົບຜົນສຳເລັດສົມຄວນ, ເຊິ່ງ ຄອນເຊັບຄ້າຍໆກັບກ່ອງສຸ່ມ ແມ່ນ: subscription box & blind pre-booking.

ແຕ່ສຳລັບບ້ານເຮົາ ຫຼາຍຄົນຍັງຄິດວ່າມັນເປັນກົນລະຍຸດໃໝ່ທີ່ຫາກໍເກີດຂຶ້ນ ເຊິ່ງເກີດຈາກກະແສການຕອບຮັບຂອງ ພິມຣີ່ພາຍ ແມ່ຄ້າອອນລາຍຈາກປະເທດໄທ ຈຶ່ງເຮັດໃຫ້ກະແສດັ່ງກ່າວສົ່ງຜົນກະທົບຕໍ່ກັບ ວົງການຕະຫຼາດ ຂອງບ້ານເຮົາ ແລະ ເຮັດໃຫ້ ພຶດຕິກຳຂອງຜູ້ບໍລິໂພກຂອງບ້ານເຮົາມີການປ່ຽນແປງໄປຕາມ ເລີຍຕ້ອງເຮັດໃຫ້ຫຼາຍໆ ແບຣນໃນລາວ ຫັນມາສຶກສາກົນລະຍຸດກ່ອງສຸ່ມກັນຫລາຍຂຶ້ນ.

  • ຄວາມໝາຍຂອງກ່ອງສຸ່ມໃນມຸມມອງການຕະຫຼາດແມ່ນຫຍັງ?

ເປັນການລວມເອົາສິນຄ້າຫຼາຍປະເພດ ລວມກັນໃນກ່ອງ ເຊິ່ງສິນຄ້າແຕ່ລະອັນນັ້ນ ຈະມີລາຄາທີ່ແຕກຕ່າງກັນ, ບາງສິນຄ້າອາດຈະແພງ ແລະ ບາງສິນຄ້າອາດຈະຖືກ ຫຼື ຈະເປັນບັດສ່ວນລົດຕ່າງໆ (Gift Voucher) ເພື່ອຄືນກຳໄລໃຫ້ກັບລູກຄ້າ ແລ້ວແຕ່ກົນລະຍຸດຂອງແບຣນດັ່ງກ່າວ ແລະ ຕັ້ງລາຄາຂາຍ ໂດຍທີ່ຜູ້ຊື້ຍັງບໍ່ຮູ້ວ່າຈະໄດ້ສິນຄ້າຫຍັງແດ່ ຖ້າຈະເວົ້າວ່າເປັນການສ່ຽງດວງອີກຢ່າງໜຶ່ງກໍແມ່. ແຕ່ເປັນຫຍັງຈຶ່ງໄດ້ຮັບຄວາມສົນໃຈຫຼາຍ? ເພາະໂດຍທົ່ວໄປ ຄົນສ່ວນຫຼາຍແມ່ນຕື່ນເຕັ້ນ ມັກກັບການແກະກ່ອງປິດສະໜາ (Carol Feigenbaum, 2021).

ກ່ອງສຸ່ມ ມີຄອນເຊັບງ່າຍໆຄື: ເຈົ້າຊື້ເຄື່ອງໂດຍທີ່ບໍ່ຮູ້ວ່າເຈົ້າຈະໄດ້ຫຍັງ ຈົນກວ່າເຈົ້າຈະເປີດກ່ອງປິດສະໜາ ແລະ ເຄື່ອງໃນກ່ອງສຸ່ມອາດຈະບໍ່ຄືກັນ ຫຼື ອາດຈະຄືກັນ ແລ້ວແຕ່ກົນລະຍຸດຂອງແບຣນນັ້ນ.

ຄອນເຊັບດັ່ງກ່າວເຮັດໃຫ້ມີຊ່ອງວ່າງລະຫວ່າງ ຄວາມຄາດຫວັງຂອງລູກຄ້າ ແລະ ຈັນຍາບັນຂອງຜູ້ຂາຍ. ຖ້າຜູ້ຂາຍ ຫລື ເຈົ້າຂອງແບຣນສາມາດ ປິດຊ່ອງວ່າງນີ້ ຫຼື ເຮັດໃຫ້ມັນນ້ອຍທີ່ສຸດເທົ່າທີ່ຈະນ້ອຍໄດ້ ຈະສົ່ງຜົນກະທົບທາງບວກໃຫ້ກັບທາງແບຣນ. ແຕ່ໃນທາງກັບກັນ ຖ້າຫາກແບຣນບໍ່ຄຳນຶງເຖິງຊ່ອງວ່າງນີ້ ຫຼື ບໍ່ສາມາດ ປິດຊ່ອງວ່າງນີ້ໄດ້ ແນ່ນອນຜົນກະທົບທາງລົບຈະຕາມມາທັນທີ.

ກໍລະນີສຶກສາຈາກປະເດັນກ່ອງສຸ່ມທີ່ກຳລັງເປັນກະແສ ສາມາດມາດອ່ານແບບເຕັມໄດ້ທີ່ : https://cutt.ly/XYA2S5b

  • ສະຫຼຸບ:

ກົນລະຍຸດ ກ່ອງສຸ່ມ ບໍ່ໄດ້ເໝາະກັບທຸກທຸລະກິດ ກ່ອນຈະເຮັດໃຫ້ສຶກສາດີໆວ່າ ກຸ່ມເປົ້າໝາຍຂອງເຮົາຄືໃຜ, ໝວດໝູ່ສິນຄ້າທີ່ເຮົາຈະເຮັດຄືຫຍັງ ມັນແທດເໝາະກັບຕະຫຼາດຫຼືບໍ່? ແລະທີ່ສຳຄັນທີ່ສຸດ, ກ່ອງສຸ່ມ ແມ່ນໃຊ້ເພື່ອເປັນການຕອບແທນ ຫຼື ຄືນກຳໄລໃຫ້ກັບລູກຄ້າ ບໍ່ທາງໃດກໍທາງໜຶ່ງ ບໍ່ແມ່ນໃຊ້ເພື່ອເອົາປຽບລູກຄ້າໃນການລ້າງສະຕັອກຂອງຕົນເອງ. ສຸດທ້າຍ, ທັງສອງຝ່າຍ ຜູ້ຊື້ ແລະ ຜູ້ຂາຍ ຕ້ອງເຮັດໜ້າທີ່ຂອງຕົນເອງໃຫ້ດີຂຶ້ນກວ່ານີ້ ເຊັ່ນ: ຜູ້ຊື້: ໄຕ່ຕອງດີເທົ່າໃດກ່ອນຈະກົດສັ່ງຊື້? ແລະ ຝ່າຍຂາຍ ມີຈັນຍາບັນຫຼາຍໜ້ອຍເທົ່າໃດ ທີ່ຈະໃຊ້ກົນລະຍຸດແບບນີ້ກັບລູກຄ້າ? ຂໍຂອບໃຈວິເຄາະແລະຂໍ້ມູນຈາກ : facebook : Souphanith Vongsengthong (Lou)

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/