ຂົວມິດຕະພາບແຫ່ງທີ 5 ຄືບໜ້າ 23% ປີ 2024 ຄາດວ່າຈະໄດ້ນຳໃຊ້ປົກກະຕິ


ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ແມ່ນສາມາດປະຕິບັດໄດ້ໄປຕາມແຜນ ພາຍໃຕ້ມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ, ເຊິ່ງລົງມືປະຕິບັດການ 11 ເດືອນ ບັນລຸໄດ້ 23%.

ການຈັດຕັ້ງປະຕິບັດການໄດ້ເລີ່ມຕົ້ນຂຶ້ນແຕ່ເດືອນມັງກອນ 2021 ມາຮອດປັດຈຸບັນ ມີຄວາມຄືບໜ້າຄື ສັນຍາທີ 1 ປະຕິບັດໄດ້ 18% ລື່ນແຜນ 5,5%, ສ່ວນສັນຍາທີ 2 ປະຕິບັດໄດ້ 24% ລື່ນແຜນໄດ້ 2,35%. ສະເລ່ຍຄວາມຄືບໜ້າທັງ 2 ສັນຍາແມ່ນ 23,62% ລື່ນແຜນ 3,34%.

ໃນນັ້ນ ສັນຍາທີ 1 ແມ່ນການສ້າງຂົວກາງນ້ຳ ເຊິ່ງແບ່ງກັນຝ່າຍລະເຄິ່ງ, ປັດຈຸບັນກຳລັງຂຸ້ນຂ້ຽວເທເສົາເປຕົງທັງໝົດ ແລະ ກະກຽມສ້າງໂຄງການອື່ນຕໍ່ໄປ. ສ່ວນສັນຍາທີ 2 ແມ່ນທາງເຂົ້າຂົວ ເລີ່ມຈາກທາງເລກທີ 13 ເຂົ້າຫາຂົວທັງໝົດ 1,680 ແມັດ ແລະ ຫຼັງຈາກນັ້ນ ກໍແມ່ນການສ້າງອາຄານຜູ້ໂດຍສານ ແລະ ອາຄານສິນຄ້າ.

ພາຍຫຼັງສຳເລັດ ຂົວແຫ່ງທີ 5 ນີ້ ຈະອຳນວຍຄວາມສະດວກຫຼາຍຢ່າງໃຫ້ທັງ 2 ປະເທດ ໃນການໄປມາຫາສູ່ກັນ ລວມທັງຈໍລະຈອນສິນຄ້າ, ສ້າງເງື່ອນໄຂເຊື່ອມໂຍງພາກພື້ນ ເປັນແລວເສດຖະກິດທີ່ສຳຄັນ ເປັນໄລຍະທາງທີ່ໃກ້ທີ່ສຸດກັບທ່າເຮືອແຫຼມສະບັງຂອງໄທ ແລະ ທ່າເຮືອບຸ້ງອ່າງປະເທດຫວຽດນາມ ແບບບໍ່ເຄີຍມີມາກ່ອນ.

ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ແຕ່ບໍລິຄຳໄຊຫາບຶງການປະເທດໄທ ແມ່ນຕັ້ງຢູ່ເຂດບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍລິຄຳໄຊ ຫ່າງຈາກຕົວເມືອງປາກຊັນ ໄປທາງທິດເໜືອທາງເລກທີ 13 ໃຕ້ ປະມານ 10 ກິໂລແມັດ. 

ຂອບໃຈຂໍ້ມູນຈາກ: https://bit.ly/30lY4ez

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/