ຕະຫຼາດລາວ ອົດຊີ ນຳໃຊ້ປ້າຍທີ່ເຮັດຈາກຂີ້ເຫຍື້ອຣີໄຊເຄິລ ເພື່ອຫຼຸດຜ່ອນປະລິມານຂີ້ເຫຍື້ອ ຜະລິດໂດຍ Recycle Art – Laos


ປະລິມານຂີ້ເຫຍື້ອທີ່ເພີ່ມຂຶ້ນໃນແຕ່ລະມື້ນັ້ນ ມີຈຳນວນມະຫາສານ ມັນທຳລາຍສະພາບແວດລ້ອມ ແລະ ຍັງຕົກຄ້າງຢູ່ໃນສິ່ງແວດລ້ອມເປັນຈຳນວນຫຼາຍ, ຫຼາຍພາກສ່ວນຕ່າງກໍຊອກຫາວິທີຕ່າງໆເພື່ອຈັດການກັບຂີ້ເຫຍື້ອເຫຼົ່ານັ້ນ.

ເຊັ່ນດຽວກັນກັບ Recycle Art – Laos ວິສາຫະກິດສ່ວນບຸກຄົນທີ່ປັ້ນປ້າຍອັດແຂງຈາກເຈ້ຍ ໄດ້ເຮັດປ້າຍຈາກເຈ້ຍວາລະສານເອົາມາຣີໄຊເຄິລແລ້ວຜະລິດອອກມາເປັນປ້າຍທີ່ສວຍງາມບໍ່ຕ່າງຈາກວັດສະດຸອື່ນໆເລີຍ, ອີກໜຶ່ງປ້າຍທີ່ສ້າງຄວາມປະທັບໃຈຕັ້ງແຕ່ຄັ້ງທຳອິດທີ່ໄດ້ພົບເຫັນນັ້ນກໍຄື ປ້າຍຕະຫຼາດ ລາວ ອົດຊີ-ຢູລົບ.

ປ້າຍຂອງຕະຫຼາດລາວ ອົດຊີ-ຢູລົບ ມີສີສັນ ແລະ ລວດລາຍທີ່ສວຍງາມ 3 ມິຕິ ພ້ອມກັບຄວາມແຂງແຮງຂອງປ້າຍ ເຖິງວ່າຈະເຮັດມາຈາກເຈ້ຍອັດ ແລະ ປັ້ນດ້ວຍເສດເຈ້ຍວາລະສານ ແຕ່ກໍທົນທານທຽບກັບໄມ້ ເພາະປະສົມກັບປູນ ແລະ ລົງສີດ້ວຍສີ 3D non Toxic, ສາມາດລ້າງທຳຄວາມສະອາດໄດ້ພ້ອມ.

ອຸປະກອນທັງໝົດທີ່ນຳໃຊ້ Recycle Art – Laos ແມ່ນໄດ້ຈາກທຶນຮາງວັນການແຂ່ງຂັນໃນໂຄງການ Circular economics ຂອງ UNDP ເພື່ອພັດທະນາເທັກໂນໂລຢີໃນການຫຼຸດຜ່ອນຂີ້ເຫຍື້ອປະເພດເຈ້ຍມັນ ຫຼື ເຈ້ຍຣາມິເນດ ໃຫ້ໄດ້ຫຼາຍທີ່ສຸດ.

ທາງດ້ານຜູ້ຜະລິດບອກວ່າ ການຣີໄຊເຄິລເຈ້ຍທີ່ເປັນເຈ້ຍວາລະສານ ຂ້ອນຂ້າງເປັນເລື່ອງທ້າທາຍ ເພາະເຈ້ຍມີຄວາມແຂງ ແລະ ມັນກວ່າເຈ້ຍ A4 ທົ່ວໄປ ເຮັດໃຫ້ຣີໄຊເຄິລຍາກ ແຖມມັນຍັງມີລາຄາຮັບຊື້ທີ່ຖືກກວ່າຫຼາຍເທົ່າຕົວ ເຮັດໃຫ້ບໍ່ໄດ້ຮັບຄວາມສົນໃຈຫຼາຍປານໃດ, ດັ່ງນັ້ນຂີ້ເຫຍື້ອປະເພດນີ້ຈຶ່ງຍັງຕົກຄ້າງຢູ່ໃນຊຸມຊົນ ແລະ ສິ່ງແວດລ້ອມງ່າຍກວ່າ. ແຕ່ເມື່ອເອົາມາເຮັດເປັນວັດສະດຸ ກໍແຂງແຮງ ແລະ ທົນທານຫຼາຍກວ່າເຈ້ຍທົ່ວໄປ ຈຶ່ງນຳມາເປັນວັດສະດຸທົດແທນ ຜະລິດປ້າຍຕ່າງໆອອກມາ.

ນອກຈາກນັ້ນ Recycle Art – Laos ຍັງໄດ້ຮ່ວມມືກັບຊາວບ້ານໃນຊຸມຊົນບ້ານນາສາລາ ມາຊ່ວຍເປັນແຮງງານໃນການຜະລິດ ແລະ ຮ່ວມມືກັບນ້ອງໆຈາກໂຮງຮຽນວິຈິດສິນ ໃນການແຕ້ມຮູບ ແລະ ລົງສີ ເປັນການສ້າງລາຍໄດ້ເສີມໃຫ້ຄົນໃນຊຸມຊົນໄປພ້ອມກັນ.

ນອກຈາກປ້າຍຕ່າງໆແລ້ວ ທາງ Recycle Art – Laos ກໍຍັງມີຜະລິດຕະພັນສິລະປະທີ່ເປັນຮູບພາບ 3D ລວດລາຍສິລະປະທີ່ບົ່ງບອກຄວາມເປັນລາວອີກດ້ວຍ.

ຖືວ່າເປັນວິສາຫະກິດອີກອັນໜຶ່ງທີ່ໜ້າສົນໃຈ ແລະ ໜ້າຈັບຕາເບິ່ງໃນລາວ ເພາະເປັນທຸລະກິດທີ່ກ່ຽວກັບການອະນຸລັກສິ່ງແວດລ້ອມ,​ ການໝຸນໃຊ້ຊັບພະຍາກອນທີ່ມີຢ່າງສະຫຼາດ ແຖມຍັງສາມາດສ້າງລາຍໄດ້ໃຫ້ຄົນໃນຊຸມຊົນອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/