9 ກິດຈະກຳ ທີ່ເໝາະສຳລັບການໄປຕັ້ງແຄັ້ມ


ການຕັ້ງແຄັ້ມນີ້ອາດເວົ້າໄດ້ວ່າມັນເປັນທີ່ນິຍົມສຳລັບຄົນຍຸກນີ້ເລີຍກໍໄດ້ ໂດຍສະເພາະສາຍທ່ອງທ່ຽວ, ສາຍຮັກທຳມະຊາດ, ສາຍຜະຈົນໄພ ຫຼື ຄົນທີ່ຕ້ອງການຢາກພັກຜ່ອນ. ສິ່ງທີ່ຈະຂາດໄປບໍ່ໄດ້ເລີຍໃນການຕັ້ງແຄັ້ມ ແມ່ນກິດຈະກຳຕ່າງໆເພື່ອເພີ່ມຄວາມມ່ວນຊື່ນ.

ມື້ນີ້ເຮົາມີ 9 ກິດຈະກຳທີ່ເໝາະກັບການຕັ້ງແຄັ້ມມານຳສະເໜີ ເຊິ່ງຈະເປັນແນວໃດມາເລີ່ມກັນໄດ້ເລີຍ

  1. ເຮັດອາຫານ

ເລີ່ມຕົ້ນດ້ວຍການເຮັດອາຫານ ເຊິ່ງການເຮັດອາຫານໃນສະຖານທີ່ຕັ້ງແຄັ້ມກໍຖືວ່າເປັນອີກໜຶ່ງກິດຈະກຳຍອດຮິດ ເພາະວ່າເຮົາຈະໄດ້ທັງຣົດຊາດຂອງອາຫານທີ່ເຮົາແລະໝູ່ຊ່ວຍກັນເຮັດ ພ້ອມກັນນັ້ນຍັງໄດ້ຮັບຊົມວິວທິວທັດທີ່ຢູ່ອ້ອມຂ້າງບ່ອນທີ່ເຮົາຕັ້ງແຄັ້ມອີກດ້ວຍ.

  1. ການເລົ່າເລື່ອງ

ບໍ່ວ່າຈະໄປຕັ້ງແຄັ້ມເທື່ອໃດ ກິດຈະນີ້ກໍເປັນກິດຈະກຳທີ່ໄດ້ຮັບຄວາມນິຍົມຢູ່ສະເໝີ ເພາະການໄດ້ເລົ່າເລື່ອງລາວໃຫ້ໝູ່ຄູ່, ຄອບຄົວ ຫຼື ຄົນສະໜິດ ໃຫ້ເຂົາເຈົ້າໄດ້ຟັງກໍປຽບເໝືອນການ ເອັນເຕີເທນຄົນທີ່ຢູ່ອ້ອມຂ້າງເຮົາ, ແບ່ງປັນປະສົບການຊີວິດ, ໂມເມັ້ນຂອງຄວາມສຸກ-ທຸກ ຂອງເຮົາໃຫ້ຄົນທີ່ເຮົາໄວ້ໃຈ ແລະ ເຊື່ອວ່າຫຼາຍຄົນຕ້ອງເຄີຍເຮັດກິດຈະກຳນີ້ແນ່ນອນ.

  1. ຫຼິ້ນກີຕ້າຮ້ອງເພງ

ເຮົາສາມາດເພີດເພີນ ແລະ ມີຄວາມສຸກໄປກັບສຽງຮ້ອງຂອງໝູ່ແລະສຽງດົນຕີຈາກກີຕ້າ ເຖິງວ່າມັນຈະມ່ວນຫຼືບໍ່ມ່ວນກໍຕາມ ແຕ່ນັ້ນກໍຖືໄດ້ວ່າເປັນຄວາມຊົງຈຳທີ່ດີທີ່ເຮົາໄດ້ໃຊ້ເວລາກັບໝູ່ເພື່ອນ.

  1. ນອນເບິ່ງດາວ

ເມື່ອຕາເວັນຕົກດິນທ້ອງກໍຟ້າກໍເຕັມໄປດ້ວຍແສງສະຫວ່າງຈາກດວງດາວ ແລະ ເຮົາສາມາດນອນເບິ່ງວິວທິວທັດອັນສວຍງາມຈາກທ້ອງຟ້າໄດ້ ເຊີ່ງມັນເປັນສິ່ງທີ່ຄັກແລະໂຣແມນຕິກສຸດໆເລີຍ.

*ການທີ່ຈະນອນເບິ່ງດາວໄດ້ແມ່ນຂຶ້ນກັບສະຖານທີ່ ທີ່ເຮົາໄປຕັ້ງແຄັ້ມ ແລະ ຂຶ້ນກັບສະພາບອາກາດ.

  1. ຫຼິ້ນ UNO

ເກມກາດ UNO ແມ່ນເກມທີ່ເໝາະສຳລັບການໄປຕັ້ງແຄ້ມສຸດໆເລີຍ ເພາະວ່າເກມນີ້ແມ່ນໄດ້ໃຊ້ໄຫວພິບແລະການຄາດເດົາສູງ. ນອກຈາກນີ້ມັນກໍຈະເປັນຕົວບົ່ງບອກວ່າມິດຕະພາບຂອງເຮົາແລະໝູ່ຈະໄປໃນທິດທາງໃດ!

ຖ້າໃຜບໍ່ເຄີຍຫຼິ້ນ UNO ແລະຢາກສຶກສາ ແນະນຳທີ່ link ນີ້: https://cutt.ly/1YOlhQo

  1. ນັ່ງອ້ອມກອງໄຟ

ຖ້າຮູ້ສຶກເບື່ອຈາກກິດຈະກຳທີ່ກ່າວມາຂ້າງເທິງ ການນັ່ງອ້ອມກອງໄຟອຸ່ນໆ ໃນອາກາດທີ່ໜາວເຢັນມັນກໍເປັນເລື່ອງທີ່ດີ ເພາະເຮົາໄດ້ນັ່ງພັກຜ່ອນພ້ອມກັບໄດ້ໂອ້ລົມ ສົນທະນາກັບໝູ່ເພື່ອນອີກດ້ວຍ.

  1. ຖ່າຍຮູບເປັນທີ່ລະນຶກ

ນີ້ກໍອາດເວົ້າໄດ້ວ່າ ເປັນສິ່ງທີ່ຂາດບໍ່ໄດ້ເມື່ອໄປຕັ້ງແຄັ້ມ ນັ້ນກໍຄືການຖ່າຍຮູບ ເພາະວ່າມັນສາມາດບັນທຶກຄວາມຊົງຈຳທີ່ດີທີ່ເຮົາໄດ້ໃຊ້ຮ່ວມກັນກັບຄົນສະໜິດ.

  1. ຫຼິ້ນເກມຕອບຄຳຖາມວັດໃຈ

ການຫຼິ້ນເກມຕອບຄຳຖາມວັດໃຈເປັນສິ່ງທີ່ທ້າທາຍແລະໜ້າຕື່ນເຕັ້ນສຳລັບຫຼາຍຄົນໆ ຍ້ອນວ່າຄວາມລັບຫຼືສິ່ງທີ່ບໍ່ມີໃຜຮູ້ໃນຕົວເຮົາ ອາດຖືກເຜີຍແຜ່ອອກໄປໃນມື້ນັ້ນ.

  1. ຍ່າງສຳຫຼວດບໍລິເວນຕັ້ງແຄັ້ມ

ເປັນອີກໜຶ່ງສິ່ງທີ່ໜ້າສົນໃຈ ເພາະການຍ່າງສຳຫຼວດບໍລິເວນທີ່ເຮົາຕັ້ງແຄັ້ມກໍປຽບເໝືອນເປັນການຊອກຮູ້ສິ່ງໃໝ່ໆທີ່ເຮົາອາດບໍ່ເຄີຍສຳຜັດຫຼືເຄີຍເຫັນມາກ່ອນ. ນອກຈາກນັ້ນຍັງໄດ້ເບິ່ງວິວທິວທັດທຳມະຊາດຈາກບ່ອນທີ່ເຮົາຕັ້ງແຄັ້ມອີກດ້ວຍ.

ນອກຈາກຈາກບັນດາກິດຈະກຳທີ່ກ່າວມາຂ້າງເທິງ ແມ່ນຍັງມີອີກຫຼາຍກິດຈະກຳທີ່ເຮົາສາມາດເຮັດໄດ້ເມື່ອໄປຕັ້ງແຄັ້ມ ເຊິ່ງມັນກໍຂຶ້ນກັບຄວາມມັກຂອງແຕ່ລະຄົນວ່າເຮົາມັກແບບໃດ ແລະ ເຮົາກໍສາມາດເລືອກໄດ້ເອງວ່າມັນຈະອອກມາໃນຮູບແບບໃດ. ສຸດທ້າຍນີ້ ກ່ອນທີ່ຈະຕັດສິນໃຈອອກໄປຕັ້ງແຄັ້ມຢູ່ທີ່ສະຖານທີ່ຕ່າງໆ ຄວນສຶກສາໃຫ້ລະອຽດກ່ຽວກັບສະຖານທີ່ນັ້ນໆ, ສະພາບອາກາດ, ເສັ້ນທາງໄປມາ, ສຸຂະພາບຂອງຜູ້ທີ່ຈະເຂົ້າຮ່ວມ ແລະ ອື່ນໆ ດ້ວຍຄວາມເປັນຫ່ວງຈາກ LaoX.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/