ຂອບໃຈແລະລາກ່ອນ! ເກມ HoN ປະກາດປິດໃຫ້ບໍລິການຖາວອນແລ້ວໃນກາງປີໜ້າ


ເປັນເລື່ອງທີ່ໜ້າເສົ້າໃຈ ສຳລັບແຟນເກມ MOBA ທົ່ວໂລກເລີຍກໍວ່າໄດ້ ເມື່ອທາງ Garena HoN Thailand ອອກມາປະກາດໃນວັນທີ 13 ທັນວາທີ່ຜ່ານມາວ່າຈະຢຸດໃຫ້ບໍລິການ HoN ແບບຖາວອນ ແລະ ເນື້ອໃນທີ່ປະກາດມີດັ່ງລຸ່ມນີ້:

“ຂໍຂອບໃຈຜູ້ຫຼິ້ນທຸກທ່ານທີ່ຮ່ວມເດີນທາງ ແລະ ເປັນສ່ວນໜຶ່ງໃນການສ້າງຄວາມຊົງຈຳອັນແສນພິເສດໃຫ້ກັບເກມ HoN ຫຼື Heroes of Newerth ມາໂດຍຕະຫຼອດ

ທີມງານ HoN ຂໍແຈ້ງໃຫ້ຊາບວ່າເກມ Heroes Of Newerth ຈະຢຸດໃຫ້ບໍລິການຕັ້ງແຕ່ວັນທີ 20 ມິຖຸນາປີ 2022 ເປັນຕົ້ນໄປ

ໃນໂອກາດນີ້ທາງທີມງານໄດ້ກຽມກິດຈະກຳສຸດພິເສດສົ່ງທ້າຍແທນຄຳຂອບໃຈຈາກໃຈພວກເຮົາທີມງານ HoN ທຸກຄົນ ໃຫ້ຜູ້ຫຼິ້ນທຸກຄົນເຂົ້າຮ່ວມເກັບຄວາມຊົງຈຳໃນໄລຍະເວລາສຸດທ້າຍຂອງການເປີດໃຫ້ບໍລິການ”

ສຳລັບເກມ Heroes Of Newerth ຫຼື HoN ເປັນເກມແນວ Multiplayer Online Battle Arena (MOBA) ສັນຊາດອາເມຣິກາ ທີ່ຫຼິ້ນເທິງ PC ໂດຍເປີດໃຫ້ທົດລອງຫຼິ້ນເມື່ອວັນທີ 24 ເມສາ 2009 ຈົນຮອດ 12 ພຶດສະພາ ປີ 2010 ແລະ ຖືກປ່ອຍມາໃຫ້ຫຼິ້ນຟຣີໃນວັນທີ 29 ກໍລະກົດ ປີ 2011.

HoN ເປັນເກມໜຶ່ງທີ່ໄດ້ຄວາມນິຍົມຈາກແຟນເກມ MOBA ທົ່ວໂລກ ແລະ ມັນເປັນໜຶ່ງໃນຄວາມຊົງຈຳດີໆສຳລັບໃຜຫຼາຍໆຄົນທີ່ໄດ້ໃຊ້ເວລາຫຼິ້ນກັບໝູ່ເພື່ອນ ເຊິ່ງການປະກາດປິດຕົວລົງແບບຖາວອນນີ້ກໍເຮັດໃຫ້ແຟນຄລັບ ຫຼື ຄົນທີ່ມັກເກມນີ້ ຮູ້ສຶກໃຈຫາຍ ແລະ ເສຍໃຈແທ້ໆ.

ທີ່ມາ: https://cutt.ly/FYKfeBi

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/