ຝຣັ່ງອະນຸມັດກົດໝາຍໃໝ່ຕໍ່ການຂົ່ມເຫັງໃນໂຮງຮຽນ ແມ່ນມີໂທດຈຳຄຸກສູງສຸດ 10 ປີ


ໃນວັນພຸດທີ 8 ທັນວາທີ່ຜ່ານມາ ທີ່ປະເທດຝຣັ່ງ ສະພາຜູ້ແທນລາສະດອນຂອງຝຣັ່ງໄດ້ຜ່ານຮ່າງກົດໝາຍໃໝ່ ວ່າດ້ວຍການຂົ່ມເຫັງ (Bully) ກັນໃນໂຮງຮຽນມີຄວາມຜິດທາງອາຍາ ໂດຍມີໂທດຈຳຄຸກສູງສຸດ 3 ປີ. ໃນກໍລະນີທີ່ຮ້າຍແຮງ ບົດລົງໂທດແມ່ນຈະປັບໃໝ 150,000 ຢູໂຣ ແລະ ຈຳຄຸກສູງອີກ 10ປີ. ບັນດາຜູ້ແທນທີ່ໂຫວດສະໜັບສະໜູນກົດໝາຍ ບອກວ່າຕ້ອງການໃຫ້ສັງຄົມຮັບຮູ້ຫຼາຍຂຶ້ນ ວ່າມີເດັກທີ່ຕົກເປັນເຫຍື່ອໃນການຖືກຂົ່ມເຫັງຈາກບັນດາໝູ່ເພື່ອນຂອງພວກເຂົາ.

ໂດຍກົດໝາຍສະບັບໃໝ່ຂອງຝຣັ່ງທີ່ໄດ້ສະເໜີນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ Jean-Michel Blanquer ລັດຖະມົນຕີກະຊວງການສຶກສາຂອງຝຣັ່ງ.

Blanquer ກ່າວວ່າກົດໝາຍທີ່ໜັກແໜ້ນນີ້ແມ່ນຕ້ອງການສື່ໃຫ້ສັງຄົມຊາວຝຣັ່ງໄດ້ຮັບຮູ້ວ່າ “ເຮົາຈະບໍ່ຍອມໃຫ້ຊີວິດຂອງລູກຫຼານເຮົາຖືກທຳລາຍ” ເພາະວ່າເດັກໃນຝຣັ່ງປະມານ 1 ໃນ 10 ຄົນ ຕົກເປັນເຫຍື່ອຂອງການຖືກຂົ່ມເຫັງ ແລະ ສັງຄົມອອນໄລນ໌ກໍກຳລັງເພີ່ມໂອກາດໃຫ້ເດັກນ້ອຍອັບອາຍຫຼາຍຂຶ້ນ.

ຮ່າງກົດໝາຍນີ້ໄດ້ຖືກສົ່ງເຂົ້າສູ່ການພິຈາລະນາຈາກວຸດທິສະພາ ແລະ ຄາດວ່າຈະບັງຄັບໃຊ້ໃນເດືອນ ກຸມພາ ປີໜ້າ ດັ່ງນັ້ນຈຶ່ງເຮັດໃຫ້ຝຣັ່ງມີບົດລົງໂທດທາງກົດໝາຍກ່ຽວກັບການຂົ່ມເຫັງກັນໃນໂຮງຮຽນຮຸນແຮງທີ່ສຸດໃນໂລກ.

Erwan Balanant ຜູ້ແທນຈາກພັກຂະບວນການປະຊາທິປະໄຕ (MoDem) ທີ່ມີສ່ວນໃນການຮ່າງກົດໝາຍ ບອກວ່າກົດໝາຍໃໝ່ນີ້ຈະຊ່ວຍໃຫ້ຄວາມຮູ້ກັບຄົນໃນສັງຄົມກ່ຽວກັບການຖືກຂົ່ມເຫັງ ແລະ ການປ້ອງກັນມັນ. ການລົງໂທດບໍ່ແມ່ນແຕ່ການສົ່ງເດັກນ້ອຍເຂົ້າໄປບ່ອນຄຸມຂັງເທົ່ານັ້ນ ແຕ່ເປັນລະບົບຍຸຕິທຳສຳລັບເຍົາວະຊົນທີ່ຄຳນຶງເຖິງອາຍຸແລະອຳນາດໃນການຈຳແນກຂອງຜູ້ກະທຳຜິດ ແລະກົດໝາຍອາຍາສາມາດກຳນົດລະບົບຄຸນຄ່າຂອງສັງຄົມໄດ້.

ກົດໝາຍໃໝ່ວ່າດ້ວຍການຂົ່ມເຫັງກັນໃນໂຮງຮຽນຈະໃຊ້ໄດ້ທັງເດັກແລະຜູ້ໃຫຍ່ໃນໂຮງຮຽນ ຫຼື ໃນມະຫາວິທະຍາໄລ ຕັ້ງແຕ່ນັກຮຽນໄປຕົນຮອດເຈົ້າໜ້າທີ່. ໂດຍກົດໝາຍນີ້ມີໂທດຈຳຄຸກສູງສຸດ 3 ປີ ແລະ ມີຄ່າປັບໃໝ 45,000 ຢູໂຣ. ແຕ່ຖ້າເປັນກໍລະນີທີ່ມັນຮ້າຍແຮງ ຈະມີໂທດຈຳຄຸກສູງສຸດຮອດ 10 ປີ ແລະ ມີຄ່າປັບໃໝ 150,000 ຢູໂຣ.

ຂອບໃຈຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/