“ການຮູ້ວ່າເຈົ້າແຕກຕ່າງຈາກຄົນອື່ນ ນັ້ນລະທີ່ເຮັດໃຫ້ເຈົ້າງາມ” ມາຮູ້ຈັກ Harnaaz Kaur Sandhu Miss Universe 2021 ຈາກອິນເດຍ


“ຄວາມກົດດັນທີ່ໃຫຍ່ທີ່ສຸດທີ່ໄວໜຸ່ມໃນປັດຈຸບັນພົບຢູ່ ນັ້ນແມ່ນຄວາມເຊື່ອໝັ້ນໃນຕົວເອງ. ການຮູ້ວ່າເຈົ້າແຕກຕ່າງຈາກຄົນອື່ນ ນັ້ນລະທີ່ເຮັດໃຫ້ເຈົ້າງາມ. ຢຸດເອົາຕົນເອງໄປປຽບທຽບກັບຄົນອື່ນໄດ້ແລ້ວ ແລະ ມາເວົ້າເຖິງສິ່ງທີ່ມັນສຳຄັນກວ່ານັ້ນ ທີ່ກຳລັງເກີດຂຶ້ນໃນໂລກໃບນີ້. ກ້າວອອກມາ ເວົ້າອອກມາເພື່ອຕົວເຈົ້າເອງ ເພາະວ່າເຈົ້າເປັນຜູ້ນຳຂອງຊີວິດເຈົ້າເອງ, ເຈົ້າເປັນສຽງຂອງເຈົ້າເອງ. ຂ້ອຍເຊື່ອໝັ້ນໃນຕົນເອງ ແລະນັ້ນເປັນເຫດຜົນທີ່ໃນມື້ນີ້ ຂ້ອຍມາຢືນຢູ່ບ່ອນນີ້”

ວະລີທີ່ກິນໃຈຄົນທັງໂລກ ໄດ້ຖືກກ່າວອອກມາໂດຍ Harnaaz Kaur Sandhu ຜູ້ທີ່ຖືກເອີ້ນວ່າ Miss Universe ຄົນທີ 70 ຂອງໂລກ, ທັດສະນະຄະຕິດັ່ງກ່າວ ຈາກການຕອບຄຳຖາມຂອງຄະນະກຳມະການ ປະຕິເສດບໍ່ໄດ້ເລີຍວ່າເປັນສ່ວນໜຶ່ງທີ່ເຮັດໃຫ້ໄດ້ມົງກຸດໄປຄອງ. ມື້ນີ້ ເຮົາຈະພາມາຮູ້ຈັກກັບ Harnaaz ແລະ ເສັ້ນທາງແຫ່ງເວທີນາງງາມຈັກກະວານນຳກັນ.

Harnaaz Kaur Sandhu ເກີດວັນທີ 3 ມີນາ ອາຍຸ 21 ປີ ສູງ 176 ຊັງຕີແມັດ, ນ້ຳໜັກ 50 ກິໂລກຼາມ ເກີດທີ່ເມືອງຊານດິກາ ປະເທດອິນເດຍ ແລະ ຈົບການສຶກສາຈາກ Government College ເຊິ່ງຢູ່ໃນເມືອງຊານດິກາ ແລະ ກຳລັງສຶກສາຕໍ່ປະລິນຍາໂທ, ເປັນທັງນັກສະແດງ-ນາງແບບ ແລະ ຫຼ້າສຸດກໍໄດ້ຮັບຕຳແໜ່ງ Miss Universe 2021.

Harnaaz Kaur Sandhu ຜ່ານເວທີປະກວດມາແລ້ວຫຼາຍເວທີພໍສົມຄວນ ໂດຍກ່ອນໜ້ານີ້ໄດ້ເຂົ້າປະກວດ Miss Chandigarh 2017 ແລະ ຍັງໄດ້ຮັບຮາງວັນ Time Fresh Face Miss Chandigarh 2017 ມາຄອບຄອງ. ຕໍ່ມາປີ 2018 ກໍໄດ້ເຂົ້າຮ່ວມປະກວດ Miss Max Emerging Star India 2018 ແລະ ໄດ້ຄວ້າຕຳແໜ່ງມາຄອງໄດ້ສຳເລັດ. ໃນປີດຽວກັນ ກໍຍັງໄດ້ເປັນຕົວແທນຂອງເມືອງ ຊານດິກາ ໃນການປະກວດ Miss Diva 2018 ອີກດ້ວຍ.

ໃນປີ 2019 Harnaaz Kaur Sandhu ໄດ້ເຂົ້າຮ່ວມປະກວດເວທີ Femina Miss India Punjab 2019 ແລະ ໄດ້ຮາງວັນມາເຖິງ 2 ຮາງວັນ. ໃນປີ 2021 ກໍເຂົ້າຮ່ວມປະກວດ Miss Diva ອີກຄັ້ງ ແລະ ໄດ້ຮັບຮາງວັນຊະນະເລີດ ເຮັດໃຫ້ໄດ້ເປັນຕົວແທນເຂົ້າປະກວດເວທີ Miss Universe India 2021 ແລ້ວກໍຄວ້າຕຳແໜ່ງໄດ້. ຫຼ້າສຸດ ກໍຄວ້າຕຳແໜ່ງ Miss Universe 2021.

ຂໍ້ມູນຈາກ: https://bit.ly/30pTtYP

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/