ເຂດປົກຄອງໃນຈີນ ສັ່ງແບນການຂຸດ “Bitcoin” ພ້ອມຊີ້ຜົນກະທົບວ່າມີການໃຊ້ພະລັງໄຟຟ້າຫຼາຍເກີນໄປ


ເມື່ອ Bitcoin ໄດ້ມີຍອດເພີ່ມຂຶ້ນຢ່າງຕໍ່ເນື່ອງຈຶ່ງເຮັດໃຫ້ເກີດມີການແບນ Bitcoin ຂຶ້ນ. “ຢູ່ເຂດປົກຄອງມົງໂກເລຍ”  ໃນປະເທດຈີນ ໄດ້ແບນການຂຸດສະກຸນເງິນດິຈິຕອນ ກໍຄື Bitcoin ຫຼັງນັກຂຸດທົ່ວໂລກແຫ່ໄປເປີດເໝືອງຂຸດບິດຄອຍ ຈຶ່ງສົ່ງຜົນກະທົບການໃຊ້ພະລັງງານໄຟຟ້າເພີ່ມຂຶ້ນຢ່າງມະຫາສານ ນັກເສດຖະສາດເຜີຍການຂຸດບິດຄອຍທີ່ຜ່ານມາໄດ້ມີການໃຊ້ພະລັງງານໄຟຟ້າຫຼາຍກວ່າການໃຊ້ໄຟຟ້າຂອງ “ໄອແລນ” ທັງໝົດປະເທດ.

ເມື່ອວັນທີ 2 ມີນາ 2021 ທີ່ຜ່ານມາ ສຳນັກຂ່າວຮອຍເຕີ ລາຍງານວ່າ ເຂດປົກຄອງຂອງຕົນເອງນັ້ນກໍຄື ມົງໂກເລຍໃນ (Inner Mongolia) ສາທາລະນະລັດປະຊາຊົນຈີນ ໄດ້ສັ່ງປິດເໝືອງຂຸດສະກຸນເງິນດິຈິຕອນ (Cryptocurrency mining) ທັງໝົດພາຍໃນເດືອນເມສາ ປີ 2021 ທີ່ຈະມາຮອດນີ້ ເພື່ອລົດການໃຊ້ພະລັງງານໄຟຟ້າພາຍໃນເຂດປົກຄອງດັ່ງກ່າວ ຫຼັງພົບວ່າການຂຸດສະກຸນເງິນດິຈິຕອນຄື “ບິດຄອຍ” (Bitcoin) ເຮັດໃຫ້ເຂດປົກຄອງຂອງຕົນມີການໃຊ້ພະລັງງານໄຟຟ້າເພີ່ມຂຶ້ນເປັນຈຳນວນມະຫາສານ.

ເຂດປົກຄອງມົງໂກເລຍໃນຈີນໄດ້ກາຍເປັນ “ແຫຼ່ງຂຸດສະກຸນເງິນ Digital” ຈາກນັກຂຸດທົ່ວໂລກ ເນື່ອງຈາກເປັນເຂດທີ່ພະລັງງານໄຟຟ້າລາຄາຖືກ. ທັງນີ້ ຄຳສັ່ງແບນການຂຸດບິດຄອຍມີຂຶ້ນຫຼັງຈາກມົງໂກເລຍເປັນເຂດປົກຄອງດຽວຈາກ  30 ເຂດພາຍໃນຈີນທີ່ມີການໃຊ້ພະລັງງານໄຟຟ້າເກີນກຳນົດຂອງປະເທດເມື່ອປີ 2019 ເຊິ່ງໄດ້ຮັບຄຳຕິຈາກລັດຖະບານກາງຢ່າງຫຼວງຫຼາຍ.

ຈາກການລາຍງານຂ່າວລະບຸວ່າ ຫຼັງຈາກຜູ້ຄົນທົ່ວໂລກເລີ່ມຫັນມາສົນໃຈສະກຸນເງິນດິຈິຕອນ “Bitcoin”  ຫຼາຍຂຶ້ນເລື້ອຍໆ ເທຣນການຂຸດບິດຄອຍ (Bitcoin mining) ກໍເພີ່ມຫຼາຍຂຶ້ນເຊັ່ນກັນ ເຊິ່ງໄດ້ເຮັດໃຫ້ມີຜົນກະທົບທີ່ຮ້າຍແຮງຕໍ່ສິ່ງແວດລ້ອມຫຼາຍ.

ໂດຍການຂຸດບິດຄອຍຄືການແກ້ໂຈດທີ່ຖືກຄິດຄົ້ນມາໂດຍລະບົບ “Blockchain”  ເຊິ່ງນັກຂຸດທີ່ສາມາດແກ້ໂຈດໄດ້ຈະມີລາງວັນຄືຫຼຽນບິດຄອຍໂດຍຊ່ວງທຳອິດເລິີ່ມເມື່ອປີ 2009 ຍັງສາມາດຂຸດບິດຄອຍໄດ້ເທິງຄອມພິວເຕີທົ່ວໄປ.

ແຕ່ເຖິງຢ່າງໃດກໍຕາມ ຜູ້ຄິດຄົ້ນລະບົບສະກຸນເງິນ Digital Bitcoin ໄດ້ຈຳກັດຈຳນວນບິດຄອຍທົ່ວໂລກຢູ່ທີ່ 21 ລ້ານຫຼຽນສະຫະລັດ ແລະ ຍິ່ງມີບິດຄອຍທີ່ຖືກຂຸດຫຼາຍຂຶ້ນ Algorithm ຫຼື ໂຈດເລຂາຄະນິດສຳລັບການຂຸດບິດຄອຍກໍຫຼາຍຂຶ້ນຄືກັນ.

ປັດຈຸບັນມີບິດຄອຍທີ່ຖືກຂຸດໄປແລ້ວ 18.5 ລ້ານຫຼຽນ ເຮັດໃຫ້ໂຈດຍາກຂຶ້ນເລື້ອຍໆ ແລະ ເຮັດໃຫ້ຄອມພິວເຕີທົ່ວໄປບໍ່ສາມາດແກ້ໂຈດສຳລັບການຂຸດບິດຄອຍໄດ້ອີກຕໍ່ໄປ. ດັ່ງນັ້ນ ນັກຂຸດບິດຄອຍຈຶ່ງຕ້ອງໃຊ້ “ຊຸບເປີຄອມພິວເຕີ” ເພື່ອໃຫ້ສາມາດແກ້ໂຈດສົມຜົນໄດ້ເຊິ່ງຄອມພິວເຕີເຫຼົ່ານີ້ໃຊ້ພະລັງງານໄຟຟ້າຢ່າງຫຼວງຫຼາຍ.

“ເບນຈາມິນ ໂຈນ”  ອາຈານຄະນະເສດຖະສາດ ມະຫາວິທະຍາໄລນິວເມັກຊິໂກກ່າວວ່າ ທີ່ຜ່ານມາພະລັງງານໄຟຟ້າໃຊ້ສຳລັບການຂຸດບິດຄອຍຢ່າງດຽວຫຼາຍກວ່າການໃຊ້ພະລັງງານໄຟຟ້າຂອງທົ່ວປະເທດ ຄື ໄອແລນ ເປັນຕົ້ນ.

“ເຮົາກຳລັງເວົ້າເຖິງການໃຊ້ພະລັງງານຫຼາຍພັນລ້ານກິໂລວັດຕໍ່ປີ ສຳລັບການຂຸດບິດຄອຍຢ່າງດຽວ ເຊິ່ງຖືວ່າເປັນການໃຊ້ພະລັງງານໄຟຟ້າທີ່ຫຼາຍ”  ເບນຈາມິນ ໂຈນ ໄດ້ກ່າວ.

ແລະ ນອກຈາກນີ້ ເທຣນຂອງການຂຸດບິດຄອຍໄດ້ເຮັດໃຫ້ນັກສິ່ງແວດລ້ອມທົ່ວໂລກ ເປັນກັງວົນຕໍ່ສິ່ງແວດລ້ອມຫຼາຍ, ເນື່ອງຈາກນັກຂຸດມັກຈະໄປຕາມແຫຼ່ງພະລັງງານໄຟຟ້າລາຄາຖືກ ເຊິ່ງປະເທດເຫຼົ່ານັ້ນຍັງຄົງໃຊ້ພະລັງງານຖ່ານຫີນເປັນແຫຼ່ງຜະລິດພະລັງງານໄຟຟ້າຢູ່.

ຂໍ້ມູນຈາກມະຫາວິທະຍາໄລເຄມບຣິດ ໄດ້ລະບຸວ່າ ຈີນເປັນປະເທດທີ່ມີການຂຸດບິດຄອຍຫຼາຍທີ່ສຸດໃນໂລກ ຂະນະທີ່ພະລັງງານໄຟຟ້າ 2 ໃນ 3 ພາຍໃນປະເທດຍັງຄົງມາຈາກຖ່ານຫີນ ແລະ ຈີນຍັງບໍ່ມີໜ່ວຍງານທີ່ຄວບຄຸມການຂຸດບິດຄອຍ ຈຶ່ງບໍ່ສາມາດຮູ້ໄດ້ວ່າຄົນທີ່ຂຸດບິດຄອຍນັ້ນໃຊ້ໄຟຟ້າຈາກພະລັງງານສະອາດ ຫຼື ພະລັງງານຖ່ານຫີນ.

ດັ່ງນັ້ນ ນັກຂຸດບິດຄອຍຈະຍ້າຍຖິ່ນຖານໄປເມືອງ ຫຼື ປະເທດທີ່ພະລັງງານໄຟຟ້າຖືກທີ່ສຸດ. ພາຍໃນປະເທດຈີນນອກຈາກເຂດປົກຄອງມົງໂກເລຍໃນຈີນແລ້ວ ມົນທົນເສສວນ ແລະ ເຂດປົກຄອງຊິນຈຽງ ເປັນເມືອງທີ່ເປັນທີ່ນິຍົມຫຼາຍທີ່ສຸດຂອງນັກຂຸດບິດຄອຍ ເນື່ອງຈາກໄຟຟ້າມີລາຄາຖືກ.

ຂອບໃຈຂໍ້ມູນຈາກ: