ເກີບຮັກໂລກ! ເກີບແຕະທີ່ເຮັດມາຈາກສາຫຼ່າຍ ສາມາດຍ່ອຍສະຫຼາຍໄດ້ເອງເມື່ອເຖິງເວລາ!


ຂີ້ເຫຍື້ອເກີບ ເປັນຂີ້ເຫຍື້ອທີ່ຍັງຕົກຄ້າງໃນສິ່ງແວດລ້ອມຢ່າງມະຫາສານ ແຖມຍັງໃຊ້ເວລາດົນໃນການຍ່ອຍສະຫຼາຍ ເປັນອັນຕະລາຍຕໍ່ສັດ ແລະ ສິ່ງແວດລ້ອມ, ນັກວິທະຍາສາດຈາກ University of California San Diego ຈຶ່ງໄດ້ປ່ຽນສາຫຼ່າຍໃຫ້ເປັນເກີບແຕະທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບເມື່ອເຖິງເວລາຂອງມັນ.

ທີມນັກວິໄຈຈາກ University of California San Diego ໄດ້ຄິດຄົ້ນວິທີທີ່ຈະຜະລິດເກີບແບບໃໝ່ທີ່ເປັນມິດຕໍ່ສິ່ງແວດລ້ອມຫຼາຍຂຶ້ນ ເພື່ອຫຼຸດຜ່ອນບັນຫາຂີ້ເຫຍື້ອເກີບທີ່ຕົກຄ້າງ ແລະ ລົດການປ່ອຍຄາບອນ ໂດຍຫ້ອງທົດລອງຂອງພວກເຂົາ Algenesis ໄດ້ຜະລິດພື້ນເກີບທີ່ເຮັດຈາກສາຫຼ່າຍທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບ ແລະ ບອກວ່າມັນເປັນທາງເລືອກທີ່ດີກວ່າໃນອະນາຄົດ.

ເກີບສາຫຼ່າຍນີ້ ໃຊ້ພະລັງງານ ແລະ ຄາບອນໜ້ອຍກວ່າໃນການຜະລິດເກີບແບບເກົ່າໆ ແລະ ເຮັດຈາກວັດຖຸດິບຊີວະພາບ ນັ້ນແມ່ນສາຫຼ່າຍ ເຊິ່ງເປັນຊັບພະຍາກອນໝຸນວຽນທີ່ມີຄວາມຍືນຍົງ ເພາະວ່າສາຫຼ່າຍນັ້ນຊ່ວຍດູດຊຶມເອົາຄາບອນຂອງໂລກໄວ້ໄດ້ຫຼາຍ.

ເກີບດັ່ງກ່າວເມື່ອເຖິງເວລາໝົດສະພາບການໃຊ້ວຽກຂອງມັນ ຈະສາມາດຍ່ອຍສະຫຼາຍໄດ້ເອງ, ຕອນນີ້ທີມຜູ້ຜະລິດກຳລັງພັດທະນາໃຫ້ມັນຍ່ອຍສະຫຼາຍໄດ້ດີ ແລະ ໄວຂຶ້ນໃນສະພາບແວດລ້ອມຕ່າງໆ ລວມເຖິງພັດທະນາໃຫ້ມັນສາມາດຣີໄຊເຄິນກັບມາໃຊ້ໃໝ່ໄດ້ນຳອີກດ້ວຍ.

ຂອບໃຈຂໍ້ມູນຈາກ: